ຕາມນີ້! ຢ່າຟ້າວແຕກຕື່ນ ມີຫຼາຍກິດຈະການທີ່ສາມາດເປີດບໍລິການໄດ້ ຕາມຄໍາສັ່ງນາຍົກ

127

ຈາກສະພາບການລະບາດຂອງພະຍາດໂຄວິດ-19 ທີ່ຮຸນແຮງຂຶ້ນທຸກມື້ໃນທົ່ວໂລກ ລວມທັງລາວເຮົາເອງ ເຮັດໃຫ້ລັດຖະບານຕ້ອງມີມາດຕະການທີ່ເຂັ້ມງວດເພື່ອຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວ ໂດຍຫຼ້າສຸດນາຍົກໄດ້ອອກຄໍາສັ່ງ 18 ຂໍ້ທີ່ທຸກຄົນຕ້ອງປະຕິບັດ ເຊິ່ງໜຶ່ງໃນນັ້ນແມ່ນການຫ້າມເປີດບໍລິການຫຼາຍສະຖານທີ່ ແລະ ຫຼາຍກິດຈະກໍາ ແຕ່ກໍ່ຍັງມີບາງກິດຈະການທີ່ຍັງສາມາດເປີດບໍລິການໄດ້ເພື່ອຮັບປະກັນການຕິດຕໍ່ວຽກງານ ຫຼື ສະໜອງສະບຽງອາຫານແກ່ປະຊາຊົນໃຫ້ພຽງພໍ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ອີງຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ການຕ້ານພະຍາດໂຄວິດ 19 ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020, ເຊິ່ງໃນແຈ້ງການດັ່ງກ່າວມີທັງໝົດ 18ຂໍ້ ແຕ່ມື້ນີ້ແອັດມິນຈະຍົກມານໍາສະເໜີພຽງບາງຂໍ້ເທົ່ານັ້ນ ໂດຍສະເພາະແມ່ນ ການເປີດ-ປິດກິດຈະການຕ່າງ ມີຄື:

ຫ້າມປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ກໍາມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ຢູ່ ສປປ ລາວ ອອກຈາກເຮືອນ ຫຼື ທີ່ພັກອາໄສຂອງຕົນ, ຍົກເວັ້ນກໍລະນີທີ່ຈໍາເປັນເຊັ່ນ: ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ, ໄປໂຮງຫມໍ, ໄປປະຕິບັດຫນ້າທີ່ໃນກິດຈະການທີ່ລະບຸໄວ້ໃນຂໍ້ທີ 10 ຂອງຄໍາສັ່ງສະບັບນີ້ ແລະ ໄປປະຕິບັດຫນ້າທີ່ຕາມການມອບຫມາຍຂອງການຈັດຕັ້ງ. ສ່ວນຜູ້ທີ່ຈໍາເປັນຕ້ອງໄປທໍາການຜະລິດກະສິກໍາ ເພື່ອເປັນສະບຽງອາຫານ ກໍ່ສາມາດໄປໄດ້ ແຕ່ມອບໃຫ້ອໍານາດການປົກຄອງບ້ານ ເປັນຜູ້ກວດກາ ແລະ ຄຸ້ມຄອງ ດ້ານຈໍານວນ ແລະ ຂອບເຂດ ຢ່າງຮັດກຸມ ເພື່ອບໍ່ໃຫ້ມີຄວາມສ່ຽງຕໍ່ການລະບາດຂອງພະຍາດ.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ອະນຸຍາດໃຫ້ສືບຕໍ່ດໍາເນີນກິດຈະການທີ່ມີຄວາມຈໍາເປັນ ເປັນຕົ້ນແມ່ນ ທະນາຄານ, ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ, ຕະຫຼາດຫຼັກຊັບ, ບໍລິສັດຫຼັກຊັບ, ໂຮງຫມໍ, ສູນການແພດ, ຮ້ານຂາຍຢາ, ຫນ່ວຍກູ້ໄພ, ກິດຈະການໄປສະນີ, ໂທລະຄົມມະນາຄົມ, ໄຟຟ້າ, ນ້ໍາປະປາ, ການບໍລິການເກັບ ແລະ ຖິ້ມຂີ້ເຫຍື້ອ, ຕະຫຼາດກະສິກໍາ, ຮ້ານຂາຍເຄື່ອງຍ່ອຍ, ຮ້ານຄ້າ (ຊຸບເປີມາເກັດ), ປໍ້ານໍ້າມັນ, ຮ້ານອາຫານ ແລະ ຮ້ານກາເຟ.

ສໍາລັບໂຮງແຮມ, ຣີສອດ ໃຫ້ເປີດສະເພາະການໃຫ້ບໍລິການທີ່ພັກ ແລະ ຮ້ານອາຫານ, ສະຖານທີ່ທີ່ອະນຸຍາດໃຫ້ເປີດນັ້ນ ຕ້ອງປະຕິບັດ ຕາມມາດຕະການປ້ອງກັນ ທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ, ພ້ອມທັງໃຫ້ຈັດຕັ້ງການຜັດປ່ຽນກັນມາເຮັດວຽກ ເພື່ອຫຼຸດຜ່ອນຄວາມແອອັດ.