ໄວ້ອາໄລແດ່ ສະຫາຍ ພົນຈັດຕະວາ ບົວສ້ຽງ ຈຳປາພັນ ຜູ້ອຸທິດຊີວິດເພື່ອພາລະກິດປົດປ່ອຍຊາດ

385

ທ່າມກາງ ການລະບາດຂອງເຊື້ອພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ທີ່ທົ່ວໂລກກຳລັງຜະເຊີນ ແລະ ໂຕ້ຕອບກັບມັນ, ແຕ່ໃນຂະນະດຽວກັນ ສປປ ລາວ ຍັງຕ້ອງ ສູນເສຍບຸກຄົນທີ່ສຳຄັນຂອງຊາດ, ຜູ້ທີ່ອຸດທິເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ເພື່ອຄວາມເປັນເອກະລາດ ແລະ ຄວາມສົມບູນພູນສຸກ ຂອງປະຊາຊົນລາວບັນດາເຜົ່າ ແຕ່ມາຮອດມື້ນີ້ ສະຫາຍໄດ້ຈາກໂລກນີ້ໄປຢ່າງບໍ່ມີວັນຫວນຄືນ.

ສະຫາຍ ພົນຈັດຕະວາ ບົວສ້ຽງ ຈຳປາພັນ ອະດີດຄະນະພັກກະຊວງປ້ອງກັນປະເທດ, ອະດີດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ອະດີດປະທານ ອະນຸກຳມະການ ຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ, ນັກຮົບແຂ່ງຂັນແຫ່ງຊາດ, ພະນັກງານປະຕິວັດອາວຸໂສບຳນານຂອງກອງທັບ ໄດ້ເຖິງແກ່ມໍລະນະກຳຢ່າງສະຫງົບ ໃນເວລາ 1:00 ໂມງ ຂອງວັນທີ 24 ມີນາ 2020 ລວມອາຍຸໄດ້ 80 ປີ.

ສະຫາຍ ບົວສ້ຽງ ຈຳປາພັນ ເກີດເມື່ອວັນທີ 15 ມັງກອນ 1940 ໃນຄອບຄົວຊາວໄຮ່ນາ ຢູ່ທີ່ບ້ານເມືອງເປີ, ເມືອງຊ່ອນ, ແຂວງຫົວພັນ ໄດ້ແຕ່ງງານກັບ ນາງ ລຸນທອງ ຈຳປາພັນ ມີລູກຮ່ວມກັນ 5 ຄົນ ປັດຈຸບັນຢູ່ບ້ານ ໜອງໄຮ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ.

ໃນຄາວຍັງນ້ອຍຍ້ອນເຫັນໄດ້ຄວາມປ່າເຖື່ອນ ຂອງພວກຈັກກະພັດອາເມຣິກາ ທີ່ມີຕໍ່ປະຊາຊົນລາວບັນດາເຜົ່າ, ສະຫາຍຈຶ່ງໄດ້ເອົາຊີວິດຂອງຕົນ ເຂົ້າຮ່ວມການປະຕິວັດດ້ວຍໄວອາຍຸພຽງແຕ່ 16 ປີ ເຊິ່ງສະຫາຍ ອຸທິດຊີວິດເຫື່ອແຮງສະຕິປັນຍາ ຂອງຕົນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ເພື່ອຄວາມເປັນເອກະລາດ ແລະ ຄວາມສົມບູນພູນສຸກ ຂອງປະຊາຊົນລາວບັນດາເຜົ່າ.

ສະຫາຍແມ່ນພະນັກງານຜູ້ໜຶ່ງທີ່ ມີຄວາມຫ້າວຫັນ, ດຸໝັ່ນໃນການ ຄົ້ນຄວ້າຮໍ່າຮຽນ, ຕັ້ງໜ້າເຝິກຝົນ ຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດ ແລະ ຄວາມຮູ້, ຄວາມສາມາດ ເຊິ່ງເລີ່ມຈາກເປັນນັກຮົບ, ເປັນພະນັກງານວິຊາການທີີ່ມີຄວາມຊຳນິຊຳນານ, ກາຍເປັນພະນັກງານນຳພາ-ບັນຊາດີເດັ່ນ, ມີໄຫວພິກຄ່ອງແຄ້ວເດັດຂາດ, ໜຽວແໜ້ນ ແລະ ມີນໍ້າໃຈເສຍສະຫຼະ ເພື່ອຜົນປະໂຫຍດຂອງສ່ວນລວມ ມີຄວາມຊື່ສັດບໍລິສຸດຕໍ່ປະເທດຊາດ ແລະ ປະຊາຊົນ. ສະນັ້ນ, ຈຶ່ງໄດ້ຮັບຄວາມໄວ້ວາງໃຈຈາກຂັ້ນເທິງ ແລະ ຄວາມຮັກແພງຈາກ ອ້າຍນ້ອງຕະຫຼອດມາ, ການເຄື່ອນໄຫວ ແລະ ການດຳລົງຊີວິດ ຂອງສະຫາຍໄດ້ກາຍເປັນແບບຢ່າງອັນດີງາມໃຫ້ແກ່ພະນັກງານ-ນັກຮົບ.

ສະນັ້ນ, ການລ່ວງລັບຂອງສະຫາຍ ພົນຈັດຕະວາ ບົວສ້ຽງ ຈຳປາພັນ ໃນຄັ້ງນີ້ແມ່ນການສູນເສຍນັກຮົບ ປະຕິວັດອາວຸໂສພະນັກງານການ ນຳຂັ້ນສູງຂອງກອງທັບປະຊາຊົນລາວ ເຊິ່ງສະຫາຍເປັນຜູ້ມີແບບແຜນການດຳລົງຊີວິດທີ່ປອດໃສ ແລະ ເປັນແບບຢ່າງອັນໃສແຈ້ງໃຫ້ແກ່ພະນັກງານ-ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ.

ເພື່ອຄວາມສົມກຽດ ວັນທີ 27 ມີນາ 2020 ຜ່ານມາ ຄອບຄົວພ້ອມດ້ວຍຄະນະນຳກະຊວງ ໄດ້ທຳພິທີຊາປະນະກິດສົບຂຶ້ນ ທ່າມກາງບັນຍາກາດທີ່ໂສກເສົ້າຂອງຄອບຄົວຈຳປາພັນ ແລະ ຍາດຕິພີ່ນ້ອງ, ຢູ່ທີ່ວັດເທບນິມິດ (ທາດຝຸ່ນ ) ນະຄອນຫຼວງວຽງຈັນ ໂດຍມີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີການນຳ, ອະດີດການນຳຂັ້ນສູງ, ນາຍ ແລະ ພົນທະຫານ- ຕຳຫຼວດ, ຍາດຕິພີ່ນ້ອງ ແລະ ເພື່ອນມິດເຂົ້າຮ່ວມຢ່າງຫຼວງຫຼາຍ.

ທີ່ມາ: lao people’s army news