ສປປລາວ ພົບຜູ້ຕິດເຊື້ອໂຄວິດ-19 ອີກ1 ຄົນ ມີປະຫວັດເດີນທາງມາແຕ່ປະເທດໄທ ເຮັດໃຫ້ຍອດລວມເພີ່ມເປັນ9 ຄົນ

228

ວັນທີ 30 ມີນາ 2020 ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ໄດ້ຖະແຫລງຂ່າວປະຈຳວັນ ໂດຍລາຍງານວ່າພົບຜູ້ຕິດເຊື້ອອີກ1 ຄົນ ເປັນເພດຍິງ ອາຍຸ 22 ປີ ຢູ່ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ.

ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ກ່າວວ່າ:ວັນທີ 29 ມີນາ 2020 ມີກໍລະນີສົງໄສ 64 ກໍລະນີ ທີ່ຕິດຕາມຢູ່ໂຮງໝໍໃນແຕ່ລະແຂວງຄື: ນະຄອນຫຼວງວຽງຈັນ 49 ກໍລະນີ, ແຂວງຫຼວງພະບາງ 11 ກໍລະນີ, ແຂວງສາລາວັນ 2 ກໍລະນີ, ແຂວງໄຊຍະບູລີ ແລະ ຜົ້ງສາລີ ແຂວງລະ 1 ກໍລະນີ

ຜົນກວດວິເຄາະ 63 ກໍລະນີເປັນລົບ,  ມີ 1 ກໍລະນີຕິດເຊື້ອ ເປັນເພດຍິງ ອາຍຸ 22 ປີ ບ້ານ ໂພນພະເນົາ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ຜູ້ກ່ຽວມີປະຫວັດການເດີນທາງມາແຕ່ປະເທດໄທ.

ປະຈຸບັນໄດ້ເອົາເຂົ້ານອນປຶ່ນປົວຢູ່ ໂຮງໝໍມິດຕະພາບດ້ວຍອາການເບົາບາງ, ມີໄຂ້, ໄອ, ນ້ຳມູກ, ຍ່າງໄປມາ ແລະ ຊ່ວຍເຫຼືອຕົນເອງໄດ້.

ມາຮອດປະຈຸບັນນີ້ໄດ້ກວດວິເຄາະກໍລະນີສົງໄສທັງໝົດມີ 364 ກໍລະນີ, ມີກໍລະນີຢັ້ງຢືນຕິດເຊື້ອລວມທັງໝົດມີ 9 ຄົນ (6ຄົນຢູ່ນະຄອນຫຼວງວຽງຈັນ ແລະ 3ຄົນຢູ່ແຂວງຫຼວງພະບາງ).

ລັດຖະບານ ກໍ່ຄື ຄະນະສະເພາະກິດ ແມ່ນມີຄວາມເປັນຫ່ວງເປັນໄຍທີ່ສຸດໃນການກັນ, ຄວບຄຸມ, ໂຕ້ຕອບ ແລະ ແກ້ໄຂ ກ່ຽວກັບພະຍາດນີ້, ໄດ້ມີການຕິດຕາມສະພາບການຢ່າງໃກ້ຊິດ, ປະເມີນສະຖານະການ ຢ່າງສະໝໍາສະເໝີ ເພື່ອວາງມາດຕະການໃຫ້ເໝາະສົມ ແລະ ເຂົ້າກັບສະພາບການ ຢ່າງທັນເວລາ ເພື່ອຫຼຸດຜ່ອນການເຈັບເປັນ ຂອງປະຊາຊົນ ແລະ ຈຳກັດການແຜ່ລະບາດຂອງພະຍາດໃນຄັ້ງນີ້ໃຫ້ຢູ່ໃນວົງແຄບ.