ສາທາເຊກອງຈິງຈັງຕ້ານໂຄວິດ-19 ລົງເຜີຍແຜ່ມາດຕະການປ້ອງກັນຕໍ່ປະຊາຊົນ

152

ພະແນກສາທາລະນະສຸກແຂວງເຊກອງ ໄດ້ສົມທົບກັບຫ້ອງການສາທາລະນະສຸກເມືອງທ່າແຕງ ຈັດຕັ້ງກອງປະຊຸມເຜີຍແຜ່ມາດຕະການຕ້ານ ແລະ ສະກັດກັ້ນພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃຫມ່ ໂຄວິດ-19 ຢູ່ເມືອງທ່າແຕງ ໃຫ້ພໍ່ແມ່ປະຊາຊົນ, ພະນັກງານ-ລັດຖະກອນ ໄດ້ຮັບຮູ້, ເຂົ້າໃຈ ແລະ ພ້ອມກັນປະຕິບັດຕາມກະຊວງສາທາລະນະສຸກແນະນຳຢ່າງເຄັ່ງຄັດ.

ພິທີດັ່ງກ່າວໄດ້ມີຂຶ້ນ ໃນວັນທີ 28 ມີນາ 2020 ຜ່ານມາ ທີ່ສະໂມສອນເມືອງ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ພອນເພັດ ຄິວລະວົງ ປະທານສະພາປະຊາຊົນແຂວງເຊກອງ, ມີ ທ່ານນາງ ບຸນຮຽງ ບຸນຈິດ ປະທານແນວລາວສ້າງຊາດແຂວງເຊກອງ, ມີເຈົ້າເມືອງທ່າແຕງ, ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ມີຄະນະອຳນວຍການໂຮງໝໍຊຸມຊົນອ້ອມຂ້າງເມືອງ, ເຂດຈຸດສຸມພັດທະນາ, ອຳນາດການປົກຄອງບ້ານອ້ອມຂ້າງເທດສະບານເມືອງເມືອງທ່າແຕງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ດຣ ນາງ ວັນຊະນະ ຫານສັກດາ ຫົວໜ້າໜ່ວຍງານຈັດຕັ້ງປະຕິບັດການຄວບຄຸມພະຍາດອັກເສບປອດ ໂຄວິດ-19 ໂຮງໝໍແຂວງເຊກອງ ໄດ້ກ່າວວ່າ: ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ໂຄວິດ-19 ເປັນເຊື້ອຈຸລະໂລກທີ່ອາໄສຢູ່ໃນຈຸລັງສັດ, ຄົນ ແລະ ສະພາບແວດລ້ອມ, ເຊື້ອນີ້ສາມາດມີຊີວິດໄດ້ 5 ນາທີ ເມື່ອຢູ່ໃນອອງຝອຍນໍ້າມູກ, ກະເທີ່, ນໍ້າລາຍ ແລະ ນໍ້າຕາ ມີຊີວິດຢູ່ໄດ້ 8 ຊົ່ວໂມງ, ຢູ່ພື້ນໂຕະ, ລູກບິດປະຕູ, ມີຊີວິດຢູ່ໄດ້ 8-12 ຊົ່ວໂມງ ຢູ່ໃນແພ ແລະເຈ້ຍອະນາໄມ ມີຊີວິດຢູ່ໄດ້ 12-24 ຊົ່ວໂມງຢູ່ເທິງໂຕະ, ພື້ນລຽບ, ມີຊີວິດຢູ່ໄດ້ 4 ວັນໃນນໍ້າ ແລະ ເຊື້ອນີ້ມີຊີວິດຢູ່ໄດ້ 4 ເດືອນໃນຕູ້ເຢັນ.

ສຳລັບອາການຄົນເຈັບທີ່ຢູ່ໃນນິຍາມຕິດເຊື້ອພະຍາດນີ້ ແມ່ນມີໄຂ້ຂຶ້ນສູງ 38 ອົງສາຂຶ້ນເມືອ, ອິດເມື່ອຍ, ໄອແຫ້ງ, ປວດກ້າມຊີ້ນ, ຫາຍໃຈຍາກ ແລະ ເລີ່ມມີອາການຖອກທ້ອງ ແລະ ປວດຮາກ 1-2 ວັນ ກ່ອນຈະມີອາການໄຂ້ ແລະ ຫາຍໃຈຍາກ. ຫຼັງຈາກທີ່ໄດ້ມີການຮັບເຊື້ອພະຍາດນີ້ເຂົ້າໃນຮ່າງກາຍໂດຍກົງໃນໄລຍະ 14 ວັນ.

ສຳລັບກຸ່ມສ່ຽງທີ່ອາດຈະຕິດເຊື້ອພະຍາດນີ້ແມ່ນຜູ້ທີ່ມີປະຫວັດເດີນທາງມາຈາກປະເທດທີ່ມີການລາຍງານວ່າມີກໍລະນີຕິດເຊື້ອ, ຜູ້ມີປະຫວັດພະຍາດປະຈຳຕົວ, ນັກສຶກສາທີ່ເດີນທາງມາແຕ່ຕ່າງປະເທດ ແລະ ຜູ້ທີ່ເດີນທາງໄປສະຖານທີ່ທີ່ມີຈຳນວນຄົນຫຼາຍ ຫຼືືື ແອອັດ, ພະຍາດຊຳເຮື້ອທີ່ພົບໃນຄົນຕິດເຊື້ອພະຍາດນີ້ ຈະມີຄວາມດັນເລືອດສູງ, ພະຍາດເສັ້ນເລືອດໃນສະໝອງຕິບ ແລະ ແຕກ, ຫຼອດລົມອຸດຕັນຊຳເຮື້ອ, ໄຂ່ຫຼັງຊຸດໂຊມຊຳເຮື້ອ ແລະ ພະຍາດເບົາຫວານ.

ໃນໂອກາດນີ້ ທ່ານ ພອນເພັດ ຄິວລະວົງ ປະທານສະພາປະຊາຊົນແຂວງເຊກອງ ກໍ່ໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຈົ່ງພ້ອມກັນເອົາໃຈໃສ່ ໃນການປະສານສົມທົບກັນຢ່າງວ່ອງໄວ, ທັນການ ໃນການປ້ອງກັນ ແລະ ເຝົ້າລະວັງພະຍາດນີ້ຢ່າງເຂັ້ມງວດ, ເອົາໃຈໃສ່ລົງເຜີຍແຜ່ໂຄສະນາປຸກລະດົມທົ່ວ ປວງຊົນ ປະຕິບັດມະຕິ, ຄຳສັ່ງ, ແລະ ຄຳແນະນຳຂອງຂັ້ນເທິງດ້ວຍຄວາມເປັນເຈົ້າການ ຄຽງຄູ່ກັບການກຽມພ້ອມ ແລະວາງແຜນການຮັບມືຢ່າງຮັດກຸມ.

ທີ່ມາ: ສະພາປະຊາຊົນແຂວງ ເຊກອງ