ການຄ້າເມືອງໄຊ ເຮັດວຽກດີລົງກວດກາລາຄາສິນຄ້າໃນທ້ອງຕະຫຼາດປ້ອງກັນການສວຍໂອກາດ

82

ເພື່ອປົກປ້ອງຜູ້ບໍລິໂພກ ບໍ່ໃຫ້ຖືກເອົາລັດເອົາປຽບຈາກພໍ່ຄ້າແມ່ຄ້າຫົວໃສຈຳນວນໜຶ່ງ ທີ່ສວຍໂອກາດຂຶ້ນຄາສິນຄ້າຕາມລຳພັງໃຈ ໃນຍາມບ້ານເມືອງພົບຄວາມເດືອດຮ້ອນ, ຫຼາຍເຂດແຂວງກໍ່ໄດ້ມີມາດຕະການເດັດຂາດໃນການຄຸ້ມຄອງສິນຄ້າ ທີ່ມີຜົນກະທົບໄວຕໍ່ການດຳລົງຊີວິດເປັນຕົ້ນແມ່ນ: ເຂົ້າ, ປາ, ຊີ້ນ ແລະ ພືດຜັກຕ່າງໆ ໂດຍສະເພາະເມືອງໄຊ ແຂວງ ອຸດົມໄຊ ກໍ່ໄດ້ເພີ່ມທະວີເອາໃຈໃສ່ຕິດຕາມ ກວດກາລາຄາສິນຄ້າຕາມທ້ອງຕະຫຼາດຕິດຕາມໃກ້ຊິດສະພາບການຊື້-ຂາຍຕົວຈິງ.

ໂດຍອີງຕາມແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບການຕິດຕາມກວດກາລາຄາສິນຄ້າໃນທ້ອງຕະຫຼາດ ທາງຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງໄຊ ແຂວງ ອຸດົມໄຊ ນອກຈາກໃນໄລຍະຜ່ານມາແມ່ນ ໄດ້ແຕ່ງຕັ້ງພະນັກງານເຈົ້າໜ້າທີ່ກວດກາການຄ້າ ລົງເຄື່ອນໄຫວເກັບກຳລາຄາສິນຄ້າປະຈຳອາທິດປົກະຕິເພື່ອລາຍງານຂັ້ນເທິງ ແຕ່ປັດຈຸບັນໄດ້ມີການເພີ່ມທະວີຕິດຕາມກວດກາລາຄາສິນຄ້າໃນທ້ອງຕະຫຼາດ ໃນຂັ້ນຄຸ້ມຄອງ.

ສະນັ້ນ, ໃນວັນທີ 29 ມີນາ 2020 ຜ່ານມາ ເຈົ້າໜ້າທີ່ ເຊິ່ງນຳໂດຍທ່ານ ບຸນທະວີ ແກ້ວມຸກດາ ຫົວໜ້າຫ້ອງການອຸດສະຫະກຳແລະການຄ້າເມືອງໄຊ ໄດ້ລົງກວດກາ ຕະຫຼາດໜອງແມງດາ ແລະ ຕະຫຼາດວັງໄຮ ເຊິ່ງເປັນຕະຫຼາດຂາຍອາຫານສົດ. ຜ່ານການລົງກວດກາເຫັນວ່າ ລາຄາສິນຄ້າຖືວ່າປົກກະຕິເປັນຕົ້ນ: ເຂົ້າ, ປາ, ຊີ້ນທຸກປະເພດ ແລະ ພືດຜັກຕ່າງໆ ທີ່ເປັນສິນຄ້າທີ່ມີຜົນກະທົບໄວຕໍ່ສັງຄົມ.

ຄຽງຄູ່ກັນນັ້ນ, ກໍ່ມີບາງຮ້ານປິດ ເນື່ອງຈາກບໍ່ເຂົ້າໃຈສະພາບໃນປັດຈຸບັນ ແລະ ຟັງຂ່າລື ວ່າຈະມີການປິດຕະຫຼາດ ແຕ່ເຈົ້າໜ້າທີ່ກໍ່ໄດ້ ອະທິບາຍຊີ້ແຈງໃຫ້ແມ່ຄ້າເຂົ້າໃຈວ່າບໍ່ມີການປິດຕະຫຼາດໃດໆທັງສິ້ນ ພ້ອມທັງໄດ້ລະດົມໃຫ້ຊື້ຂາຍປົກະຕິ ແລະ ບໍ່ໃຫ້ກັກຕຸນສິນຄ້າ, ຂຶ້ນລາຄາໂດຍບໍ່ສົມເຫດສົມຜົນ ຫຼື ບໍ່ໃຫ້ຂຶ້ນລາຄາໂດຍບໍ່ໄດ້ຮັບອະນຸຍາດຈາກພາກລັດເດັດຂາດ.

ພ້ອມນັ້ນນີ້, ກໍ່ຂໍຮຽກຮ້ອງມາຍັງແມ່ຄ້າພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນເມືອງ ໄຊບໍ່ໃຫ້ແຕກຕື່ນຈົນເກີນໄປ ແລະ ເສບຂໍ້ມູນຂ່າວສານຢ່າງມີສະຕິ.

ທີ່ມາ: ຂ່າວປະຈຳວັນ Daily News Oudomxay