ສູດ “ໝູແດດດຽວ” ເຮັດໄດ້ງ່າຍໆ ບໍ່ຈຳເປັນຕ້ອງຊື້ແພງ

268

ວິທີເຮັດ “ໝູແດດດຽວ” ເປັນອີກເມນູອາຫານໜຶ່ງທີ່ຜູ້ຄົນໃຫ້ຄວາມນິຍົມກິນຫຼາຍ ແລະ ຍັງສາມາດເກັບໄວ້ກິນໄດ້ດົນອີກ ພ້ອມທັງມີລົດຊາດທີ່ແຊບຫຼາຍ ບໍ່ວ່າຈະກິນກັບເຂົ້າຈ້າວ ຫຼື ເຂົ້າໜຽວ ກໍໄດ້ແລ້ວແຕ່ໃຈມັກ ຍິ່ງມີຊ໋ອດໝາກເພັດ ຫຼື ກິນກັບແຈ່ວ ກໍ່ຍິ່ງເພີ່ມຄວາມແຊບຂຶ້ນໄປອີກ ຮັບຮອງວ່າມີຫຼາຍຊຳໃດກໍ່ບໍ່ພໍກິນແນ່ນອນ ເຖິງແມ່ນວ່າມື້ໃດບໍ່ມີແດດກໍ່ຕາມ ເຮົາກໍມີວິທີເຮັດໝູແດດດຽວໄດ້ແນວໃດ? ເຮົາມາເບີ່ງສູດ ແລະ ວິທີເຮັດ ໝູແດດດຽວ ໂດຍບໍ່ຕ້ອງງໍ້ແດດນຳກັນດັ່ງຕໍ່ໄປນີ້:

ວັດຖຸດິບ:

1 ຊີ້ນໝູສັນຄໍ 1 ກິໂລກຣາມ

2 ຮາກຜັກຫອມປ້ອມ 6 ຮາກ

3 ຊ໋ອດຫອຍນາງລົມ 2 ບ່ວງແກງ

4 ນ້ຳປາແທ້ ກາທິບ 2 ບ່ວງແກງ

5 ນ້ຳຕານຊາຍ 2 ບ່ວງຊາ

6 ພິກໄທ 2 ບ່ວງຊາ

7 ງາຂາວ 2 ບ່ວງແກງ

ວິທີເຮັດ:

1 ນຳຊີ້ນໝູສັນຄໍມາຊອຍເປັນຕ່ອນພໍດີ

2 ຕຳກະທຽມ ແລະ ຮາກຜັກຫອມປ້ອມ ໃຫ້ລະອຽດ

3 ນຳຊີ້ນໝູທີຊອຍແລ້ວໃສ່ລົງໃນຊາມປະສົມ ໃສ່ກະທຽມ, ງາຂາວ ແລະ ຮາກຜັກຫອມປ້ອມ ທີ່ຕຳໄວ້ ປຸງລົດດ້ວຍ ຊ໋ອດຫອຍນາງລົມ, ພິກໄທ ນ້ຳປາແທ້ ແລະ ນ້ຳຕານ ຄົນໃຫ້ເຂົ້າກັນໝັກປະໄວ້ໃນຕູ້ເຢັນປະມານ 2 ຊົ່ວໂມງ.

4 ຫຼັງຈາກນັ້ນ ນຳຊີ້ນໝູທີ່ໝັກໄວ້ອອກຈາກຕູ້ເຢັນ ໂດຍວິທີເຮັດໝູ ນຳໝູແດດດຽວມາຈັດລຽງກະແຕະ ຕາກແດດ ຖ້າບໍ່ມີແດ ໃຫ້ນຳຊີ້ນມາຈັດລຽງໃສກະແຕະ ອລ້ວນຳເຂົ້າຕູ້ອົບ ປັບຄວາມຮ້ອນໃນລະດັບ 50 ອົງສາເຊ ໃນເວລາປະມານ 3 ຊົ່ວໂມງ.

5 ເມື່ອອົບຄົບ 3 ຊົ່ວໂມງແລ້ວ ນຳອອກມຈືນຈົນສຸກດີ ເທົ່ານີ້ກໍໄດ້ “ໝູແດດດຽວ” ລົດເດັດໄວ້ກິນກັບເຂົ້າໜຽວແລ້ວ.

ສຸດຍອດ ວິທີເຮັດໝູແດດດຽວ ສູດນີ້ ບໍ່ຕ້ອງຖ້າມື້ແດດອອກ ກໍໄດ້ກິນ ຍິ່ງໄດ້ຕົວຊ່ວຍດີໆ ຄື ນ້ຳປາແທ້ ກາທິບ ກໍຍິ່ງຊ່ວຍໃຫ້ສູດໝູແດດດຽວເພີ່ມຄວາມແຊບຫຼາຍຍິ່ງຂຶ້ນ ຍ່າລືມໃຊ້ສູດໝູແດດດຽວ ໄປເຮັດ ກິນ ຫຼື ເຮັດຂາຍກໍ່ໄດ້ງ່າຍໆ.

ຮຽບຮຽງຈາກ: wongnai