ຫຼີກລ່ຽງການແອອັດ ກະຊວງການເງິນແຈ້ງຊ່ອງທາງແຈ້ງອາກອນດ້ວຍຕົນເອງຜ່ານອອນລາຍ

164

ເພື່ອສ້າງຄວາມສະດວກໃນການແຈ້ງມອບອາກອນ ໃຫ້ວິສາຫະກິດ ສ່ວນບຸກຄົນ, ນິຕິບຸກຄົນ ທີ່ຂຶ້ນກັບກົມສ່ວຍສາອາກອນ, ສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງ, ເມືອງ ແລະ ນະຄອນ ທີ່ໄດ້ນໍາໃຊ້ລະບົບ Taxris ບໍ່ໃຫ້ມາແຈ້ງມອບອາກອນຢູ່ປ່ອງບໍລິການຮັບແຈ້ງອາກອນ, ພ້ອມທັງເປັນການສະກັດກັ້ນສະພາບການລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກໂຄວິດ-19 ໃນ ສປປ ລາວ ບໍ່ໃຫ້ຂະຫຍາຍໄປເປັນວົງກວ້າງ. ດັ່ງນັ້ນ, ກົມສ່ວຍສາອາກອນ, ກະຊວງການເງິນ ຈຶ່ງແຈ້ງມອບອາກອນດ້ວຍຕົນເອງ ຜ່ານລະບົບອອນລາຍ.

ພາບປະກອບຂ່າວເທົ່ານັ້ນ

ອີງຕາມແຈ້ງການຂອງ ກົມສ່ວຍສາອາກອນ, ກະຊວງການເງິນ ສະບັບເລກທີ 0957/ກສອ ລົງວັນທີ 27 ມີນາ 2020 ເລື່ອງການບໍລິການແຈ້ງມອບອາກອນດ້ວຍຕົວເອງ ຜ່ານລະບົບ online ດັ່ງນີ້:

1 ການແຈ້ງອາກອນສາມາດແຈ້ງເອງ ໂດຍບໍ່ຜ່ານປ່ອງບໍລິການຂອງສ່ວຍສາອາກອນດ້ວຍ 2 ວິທີຄື: ກໍລະນີ ໄດ້ສະໝັກນໍາໃຊ້ການແຈ້ງດ້ວຍຕົນເອງແລ້ວ ໂດຍແຈ້ງຜ່ານ: taxservice.mof.gov.la ໄດ້ເລີຍ; ກໍລະນີ ຍັງບໍ່ໄດ້ສະໝັກຂໍນໍາໃຊ້ການແຈ້ງດ້ວຍຕົນເອງ ແຕ່ມີຈຸດປະສົງຢາກແຈ້ງອາກອນ ສາມາດຕິດຕໍ່ພະນັກງານ ປະຈໍາຢູ່ຈຸດບໍລິການ ບ່ອນທີ່ວິສາຫະກິດຂຶ້ນກັບ ຜ່ານເບີໂທ ແລະ whatapp ດັ່ງລຸ່ມນີ້:

ພາບປະກອບຂ່າວເທົ່ານັ້ນ

ບ່ອນຂຶ້ນທະບຽນ ກົມສ່ວຍສາອາກອນ 020 28881298; 020 55614 141; 020 28034884. ສ່ວຍສາອາກອນປະຈໍານະຄອນຫຼວງ 020 77777434; 020 22108687; 020 55699011; 020 22224330. ສ່ວຍສາອາກອນປະຈໍາແຂວງຜົ້ງສາລີ 020 28761112; 020 28755566; 020 95643432. ສ່ວຍສາອາກອນປະຈໍາແຂວງບໍ່ແກ້ວ 020 5156 1282; 020 55 186888; 020 56432788. ສ່ວຍສາອາກອນປະຈໍາແຂວງຫຼວງນ້ໍາທາ 020 55595619; 020 58710229; ສ່ວຍສາອາກອນປະຈໍາແຂວງອຸດົມໄຊ 020 59965666; 020 28733393; 020 54555700 ສ່ວຍສາອາກອນປະຈໍາແຂວງຫົວພັນ 020 23456772; 020 22347224; 28898869. ສ່ວຍສາອາກອນປະຈໍາແຂວງແຂວງຊຽງຂວາງ 020 55772073; 020 98005656 ສ່ວຍສາອາກອນປະຈໍາແຂວງໄຊຍະບູລີ 020 58585657; 020 55978833; 020 55924376.

ພາບປະກອບຂ່າວເທົ່ານັ້ນ

ສ່ວຍສາອາກອນປະຈໍາແຂວງຫຼວງພະບາງ 020 28655535; 020 55377359; 020 55379393. ສ່ວຍສາອາກອນປະຈໍາແຂວງໄຊສົມບູນ 020 22224311; 020 97775552. ສ່ວຍສາອາກອນປະຈໍາແຂວງວຽງຈັນ 020 52222209; 020 22122228; 020 55723280. ສ່ວຍສາອາກອນປະຈໍາແຂວງບໍລິຄໍາໄຊ 020 55553393; 020 52359998; 020 97883456. ສ່ວຍສາອາກອນປະຈໍາແຂວງຄໍາມ່ວນ 020 29400264; 020 28423666; 020 99851839. ສ່ວຍສາອາກອນປະຈໍາແຂວງສະຫວັນນະເຂດ 020 59954222; 020 28035808; 020 54531555.

ສ່ວຍສາອາກອນປະຈໍາແຂວງສາລະວັນ 020 56167 144; 020 93870851; 020 22649990. ສ່ວຍສາອາກອນປະຈໍາແຂວງເຊກອງ 020 99982771; 020 99993435; 020 22299866. ສ່ວຍສາອາກອນປະຈໍາແຂວງອັດຕະປື 020 99732555; 020 22293339; 020 23454999 ແລະ ສ່ວຍສາອາກອນປະຈໍາແຂວງຈໍາປາສັກ 020 56359364; 020 55256999; 020 58345688.

ຫຼັງຈາກນັ້ນ ໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້: ວິສາຫະກິດ ສ່ວນບຸກຄົນ, ນິຕິບຸກຄົນ ໃຫ້ປະສານຫາພະນັກງານສ່ວຍສາອາກອນ ແລະ ສົ່ງເອກະສານການເເຈ້ງອາກອນຜ່ານ Messenger, whatsapp ຫລື E-mail ໃຫ້ພະນັກງານສ່ວຍສາອາກອນ ພ້ອມລາຍລະອຽດ ເປັນຟາຍເອກະສານ (ໃຫ້ປະຕິບັດ ຄືກັນກັບມາຢື່ນຢູ່ປ່ອງບໍລິການສ່ວຍສາອາກອນ); ພະນັກງານສ່ວຍສາອາກອນ ຈະກວດເອກະສານ ແລະອອກໃບແຈ້ງທີ່ມີບາໂຄດ ແລ້ວສົ່ງກັບຄຶນໃຫ້ວິສາຫະກິດ ເພື່ອໄປຊໍາລະອາກອນຜ່ານທະນາຄານ ແລະຊ່ອງທາງການຊໍາລະ ທີ່ໄດ້ລະບຸໄວ້ ໃນຂໍ້ທີ 2 ຂອງແຈ້ງການ.

2 ການຊໍາລະອາກອນ ໃນປັດຈຸບັນສາມາດຊໍາລະຜ່ານ 5 ທະນາຄານຄື: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ 020 22221119; 020 23779996 ທະນາຄານ ພັດທະນາລາວ 020 55907997; 020 23232373 ທະນາຄານ ສົ່ງເສີມກະສິກໍາ 020 22020877; 020 58879966 ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ 020 55651915; 020 22220579 ທະນາຄານ ຫວຽດຕິນ 020 99732992; 020 59338989; 020 78806788 ຊ່ອງທາງຊໍາລະຕ່າງໆ ຂອງທະນາຄານMobile Banking; Internet Banking; ATM; SMS ແລະ ຜ່ານປ່ອງບໍລິການທະນາຄານ.

3 ກົມສ່ວຍສາອາກອນ, ສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງ, ເມືອງ ແລະ ນະຄອນ ແລະບັນດາທະນາຄານ ກະກຽມມາດຕະການ ແລະ ອຸປະກອນຕ່າງໆທີ່ຈໍາເປັນ ເພື່ອອໍານວຍຄວາມສະດວກ, ຫຼູດຄວາມສ່ຽງໃນການແອອັດ ແລະ ປ້ອງກັນການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກ ໂຄວິດ-19 ຕາມມາດຕະຖານ ຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກໂຄວິດ-19 ຢ່າງເຄັ່ງຄັດ. ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດຈົນກວ່າຈະມີການປ່ຽນແປງ.