ທີມແພດໂຮງໝໍແຂວງຫຼວງພະບາງສຸມໃສ່ປະຕິບັດໜ້າທີ່ ຂາດແຄນຜ້າອັດປາກ ຮ່ວມບໍລິຈາກໄດ້

193

ປັດຈຸບັນທຸກໆໜ່ວຍງານທີ່ກ່ຽວຂ້ອງ ໂດຍສະເພາະແພດໝໍຂອງແຕ່ລະເຂດ ນັບວ່າເຮັດວຽກໜັກ ແລະ ໜ້າເຫັນໃຈສຸດໆ ຍ້ອນພະຍາດອັກເສບປອດ ໂຄວິດ 19 ທີ່ລະບາດຢູ່ທົ່ວໂລກ ລວມທັງລາວເຮົາ, ສະນັ້ນ ຄວາມຫວັງສຸດຍິ່ງຕອນນີ້ຄືແພດໝໍ, ແພດເອງກໍມີໜ້າທີ່ທີ່ສຳຄັນກໍຄືປິ່ນປົວ, ປ້ອງກັນ ແລະໃຫ້ຄຳປືກສາແກ່ປະຊາຊົນ.

ມາທາງແຂວງຫຼວງພະບາງ ໂຮງໝໍແຂວງຫຼວງພະບາງ ທີມແພດໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການຕ້ານການລະບາດຂອງພະຍາດໂຄວິດ ເຮັດທຸກວິທີທາງເພື່ອປ້ອງກັນຕົນເອງ, ຄົນປ່ວຍ ເຖິງຈະເມື່ອຍແຕ່ກໍຕ້ອງອົດທົນ ຂໍເປັນສ່ວນໜຶ່ງສົ່ງກຳລັງໃຈໃຫ້ບັນດາທີມແພດ, ທ່ານໝໍເດີ້!

ໃນທ່າມກາງແພດໝໍ-ພະຍາບານ ພວມປະຕິບັດໜ້າທີ່ຕ້ານ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ ກໍຍັງມີຫຼາຍໆຢ່າງທີ່ຈຳເປັນເຂົ້າໃນການປະຕິບັດໜ້າທີ່ເຊັ່ນ ຜ້າອັດປາກ, ຖົງມື, ເຫຼົ້າເກົ້າສິບ ຫຼື ອຸປະກອນການແພດອື່ນໆທີ່ຈໍາເປັນ ໂດຍສະເພາະປັດຈຸບັນແມ່ນຂາດແຄນຜ້າອັດປາກ.

ຫາກບັນດາທ່ານ ນັກທຸລະກິດ, ພໍ່ຄ້າຊາວຂາຍ, ພໍ່ແມ່ປະຊາຊົນທຸກທົ່ວໜ້າ ຢາກປະກອບສ່ວນຊ່ວຍໂຮງໝໍແຂວງເຊັ່ນ ແມ່ນເຂົ້າມາບໍລິຈາກໃຫ້ໂຮງໝໍແຂວງຫຼວງພະບາງໄດ້ເດີ້!!!

ຫາກບັນດາທ້ານ ນັກທຸລະກິດ, ພໍ່ຄ້າຊາວຂາຍ, ພໍ່ແມ່ປະຊາຊົນທຸກທົ່ວໜ້າ ຢາກປະກອບສ່ວນຊ່ວຍໂຮງໝໍແຂວງເຊັ່ນ ແມ່ນເຂົ້າມາບໍລິຈາກໃຫ້ໂຮງໝໍແຂວງຫຼວງພະບາງໄດ້