ກະຊວງການຕ່າງປະເທດ ເຜີຍແຜ່ ຄໍາສັ່ງນາຍົກແກ່ບັນດາທູດຕ່າງປະເທດປະຈໍາລາວ

95

ເພື່ອເປັນການເຜີຍແຜ່ຂໍ້ມູນຂ່າວສານ ໂດຍສະເພາະແມ່ນຄໍາສັ່ງຂອງນາຍົກລັດຖະມົນຕີ ແຫ່ງສປປ ລາວ ເລກທີ06/ນຍ ລົງວັນທີ 29 ມີນາ 2020 ໃຫ້ຮັບຮູ້ຢ່າງທົ່ວເຖິງ, ພ້ອມກັນຈັດຕັ້ງປະຕິບັດຕາມຢ່າງເຄັ່ງຄັດໃນທຸກຂົງເຂດວຽກງານທັງພາຍໃນ ແລະ ຕ່າງປະເທດ. ກະຊວງການຕ່າງປະເທດຈຶ່ງໄດ້ຈັດພິທີເຜີຍແຜ່ຄໍາສັ່ງທັງ 18 ຂໍ້ແກ່ບັນດາທູດຕ່າງປະເທດປະຈໍາລາວ.

ພິທີການດັ່ງກ່າວຈັດຂຶ້ນໃນວັນທີ 30 ມີນາ 2020 ທີ່ສູນການຮ່ວມມືສາກົນ ແລະ ການເຝິກອົບຮົມ (ICTC) ກະຊວງການຕ່າງປະເທດ; ໃຫ້ກຽດເຜີຍແຜ່ຄໍາສັ່ງດັ່ງກ່າວໂດຍທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາທູດຕ່າງປະເທດປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດໄດ້ເຜີຍແຜ່ຄໍາສັ່ງ ນາຍົກລັດຖະມົນຕີ ວ່າດ້ວຍ ການເພີ່ມທະວີມາດຕະການສະກັດກັ້ນ,ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ໂດຍທ່ານ ໄດ້ລົງເລິກເຜີຍແຜ່ທຸກລາຍລະອຽດໃນຄໍາສັ່ງດັ່ງກ່າວ.