ຕ້າ ເອແພັກ ມີວິທີຮັກສາສຸຂະພາບແນວໃດ ເພື່ອປ້ອງກັນພະຍາດໂຄວິດ – 19

95

ດ້ວຍສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ – 19 ເຊິ່ງບັນດາຄົນບັນເທີງຕ່າງກໍມີວິທີໃນການປ້ອງກັນຕົນເອງ ແລະ ຜູ້ອື່ນໂດຍ ໜຸ່ມຕ້າ ເອແພັກ ກໍໄດ້ນໍາເອົາຂໍ້ມູນໃນການຮັກສາສຸຂະພາບຂອງຕົນເອງແນວໃດ ເພື່ອໃຫ້ຫ່າງໄກຈາກພະຍາດນີ້ມາຝາກເພື່ອເປັນປະໂຫຍດຕໍ່ໄປ.

ຕ້າ ເອແພັກ ຫຼື ເທບມະຫາວິໄຊ ໄຊທິລາດ ຜູ້ບໍລິຫານ ບໍລິສັດ ກ້າວໜ້າລາວ ເອັນເຕີເທັນເມັນ ຈຳກັດ, ນັກຮ້ອງ, ນັກສະແດງ ແລະ ນັກແຕ່ງເພງໃຫ້ສໍາພາດ ວ່າ: ໃນສະພາບການລະບາດຂອງເຊື້ອພະຍາດໂຄວິດ – 19 ໃນປັດຈຸບັນເລີ່ມຕົ້ນທໍາອິດຄືຕ້ອງມີສະຕິ ພ້ອມທັງຊອກຫາຂໍ້ມູນກ່ຽວກັບການປ້ອງກັນຕົນເອງແນວໃດ ຕ້ອງເປັນແຫຼ່ງຂໍ້ມູນທີ່ເຊື່ອຖືໄດ້ ແລະ ເປັນທາງການ.

ສິ່ງສໍາຄັນອີກຢ່າງໜຶ່ງກໍຄືການເກັບຕົວບໍ່ອອກໄປໃສ ຫຼື ເຮັດວຽກຢູ່ຈຸດໃດຈຸດໜຶ່ງ ລວມທັງພະຍາຍາມຈົດຈໍາວ່າໄດ້ພົບປະໃຜ ຫຼື ໂອ້ລົມກັບໃຜ ໂດຍການບັນທຶກກິດຈະກໍາຂອງຕົນເອງໃນແຕ່ລະມື້. ນອກຈາກນີ້, ຫຼາຍໆຄົນກໍອາດຈະຮູ້ດີຢູ່ແລ້ວຄືການໝັ່ນລ້າງມືຢູ່ຕະຫຼອດ ແລະ ໃສ່ຜ້າອັດປາກ – ດັງ ຫຼື ອາດຈະໃສ່ແວ່ນຕາຮ່ວມນໍາເພື່ອກັນຝຸ່ນ.

ນອກຈາກການປ້ອງກັນຕົນເອງແລ້ວສິ່ງສໍາຄັນທີ່ສຸດຄືການຮັບຮູ້ຂໍ້ມູນ – ຂ່າວສານທີ່ແນ່ນອນ ເປັນຕົ້ນແມ່ນຈາກກະຊວງສາທາລະນະສຸກ ແລະ ສື່ທາງການ ເພາະການເສບຂ່າວທົ່ວໄປອາດຈະເຮັດໃຫ້ເກີດການວິຕົກກັງວົນ. ສະນັ້ນ, ການຮັບຂໍ້ມູນ – ຂ່າວສານທີ່ຖືກຕ້ອງແມ່ນເປັນສິ່ງທີ່ດີ ແລະ ມີສະຕິໃນການໃຊ້ຊີວິດໃຫ້ຫຼາຍຂຶ້ນ, ຮອບຄອບຂຶ້ນ, ອະນາໄມຮ່າງກາຍໃຫ້ສະອາດ, ອະນາໄມສະຖານທີ່ພັກເຊົາ ແລະ ຫຼີກລຽງການໄປຊຸມຊົນແອອັດ, ເຮັດວຽກຢູ່ເຮືອນ ເພາະປັດຈຸບັນເປັນຍຸກທີ່ທັນສະໄໝ ແລະ ສາມາດເຮັດວຽກອອນລາຍໄດ້.

ການຮັກສາສຸຂະພາບຂອງຕົນເອງໃຫ້ແຂງແຮງກໍເປັນອີກໜຶ່ງປັດໄຈໃນການຊ່ວຍຕ້ານເຊື້ອພະຍາດໄດ້ ເປັນຕົ້ນແມ່ນກິນອາຫານທີ່ເປັນປະໂຫຍດ, ມີວິຕາມິນ, ປະເພດຜັກ – ໝາກໄມ້ໃຫ້ຫຼາຍຂຶ້ນ, ອອກກໍາລັງກາຍ, ພັກຜ່ອນໃຫ້ພຽງພໍໂດຍການນອນໄວຂຶ້ນ. ການຮັກສາສຸຂະພາບເປັນສິ່ງທີ່ສໍາຄັນທີ່ສຸດສໍາລັບທຸກໆຄົນ ເພາະມັນຈະເປັນການສ້າງພູມຕ້ານທານທີ່ດີໃຫ້ກັບຮ່າງກາຍ, ໃຫ້ພະລັງງານໃນການເຮັດວຽກ, ຊ່ວຍໃຫ້ຈິດໃຈດີ ແລະ ມີສຸຂະພາບທີ່ດີຈາກພາຍໃນສູ່ພາຍນອກ.

ສຸດທ້າຍຂໍຝາກຕິດຕາມຜົນງານ ແລະ ຂໍ້ມູນ – ຂ່າວສານໄດ້ໃນຊ່ອງທາງເຟສບຸ໊ກສ່ວນ    ຕົວ: Tar Apacts ແລະ ເພຈ໌: Kaona Laos Entertainment ເຊິ່ງໃນປີ 2020 ນີ້ຈະມີການຜະລິດຜົນງານໃໝ່ໆອອກມາໃຫ້ຕິດຕາມກັນແນ່ນອນ.

( ຂ່າວ: ນຸ້ມນິ້ມ )

( ຮູບ: ຄ້າຍກ້າວໜ້າ )