ເຜີຍຄວາມງາມ ລົດ Hyundai Elantra 2021

653

ຄ້າຍລົດຮຸນໄດ ເຜີຍຮູບຮ່າງຂອງລົດ Hyundai Elantra 2021 ເຊິ່ງເປັນລົດລຸ້ນໃໝ່ຫຼ້າສຸດ ທີ່ປະກາດອອກແບບໃໝ່ທີ່ກຽມວາງຈໍາໜ່າຍຢູ່ສະຫະລັດອາເມຣິກາ ໃນທ້າຍປີນີ້, ສ່ວນປະເທດລາວ ຍັງລໍຖ້າວ່າລົດລຸ້ນດັ່ງກ່າວຈະມາວາງຈໍາໜ່າຍໃນປີໃດ?.

ເຖິງວ່າ Hyundai Elantra ຈະເບິ່ງຄ້າຍຄືກັບ Hyundai Sonata ແຕ່ທາງຄ້າຍລົດຜູ້ຜະລິດກໍຢືນຢັນແລ້ວວ່າບໍ່ແມ່ນ ເພາະໄດ້ປ່ຽນແນວທາງການອອກແບບຈາກແຕ່ເກົ່າທີ່ເອີ້ນວ່າ Sensuous Sportiness ມາເປັນ Parametric Dynamics ເຊິ່ງກໍເປັນການສືບທອດຕໍ່ກັນມາອີກ ອາດສ້າງ ຄວາມສັບສົນໃຫ້ກັບຜູ້ຊົມໃຊ້ Hyundai ໄປບາງຄັ້ງ, ແຕ່ ຄວາມໜ້າສົນໃຈກໍມີຢູ່ບໍ່ໜ້ອຍກັບ Hyundai Elantra 2021 ຄັນນີ້.

ຮູບຮ່າງພາຍນອກ Parametric-jewel-pattern grille ກະຈັງໜ້າອອກແບບໃໝ່ທີ່ເຊື່ອມກັບຂອບໄຟໜ້າ ແລະ ໄຟລ້ຽວໄວ້ທັງຊຸດ ຄືກັບວ່າເປັນປີກທີ່ຂະຫຍາຍອອກໄປທັງສອງເບື້ອງ, ສ່ວນຫຼັງຄາທີ່ລາດອຽງລົງຈອດກັບແລວເສັ້ນດ້ານຂ້າງທີ່ອຽງຂຶ້ນ ພາໃຫ້ຮູບຮ່າງຂອງລົດລຽບຄົມຂຶ້ນກວ່າເກົ່າ, ໄຟທ້າຍຮູບຊົງ H-Tail Lamp ຄືການວາງເສັ້ນແນວຕັ້ງໄວ້ທີ່ມູມຊ້າຍ ແລະ ຂວາທັງ 2 ເບື້ອງ ແລ້ວເຊື່ອມດ້ວຍເສັ້ນແລວນອນຍາວຕະຫຼອດຮອດຝາ ກະໂປງທ້າຍເປັນຮູບໂຕ H.

ຕົວລົດກວ້າງ 1.825 ມິນລີແມັດ, ຍາວ 4.676 ມິນລີແມັດ, ສູງ 1.415 ມິນລີແມັດ ເມື່ອທຽບກັບຄູ່ແຂ່ງຢ່າງ Honda ໃນລຸ້ນ Honda Civic ຫຼື Mazda ໃນລຸ້ນ Mazda 3 ຈະພົບວ່າ Hyundai Elantra 2021 ຄັນນີ້ໃຫຍ່ກວ່າທຸກລຸ້ນ.

ການອອກແບບພາຍໃນຄ້າຍຄືກັບ cockpit ຫຼື ຫ້ອງບັງຄັບຍົນສູ້ຮົບທີ່ມີລັກສະນະໂອບລ້ອມຜູ້ຂັບຂີ່ ໂດຍ Hyundai ນິຍາມການອອກແບບນີ້ວ່າເປັນ Cocoon ຫຼື ດັກແດ້, ແຍກສ່ວນກັນຊັດເຈນລະຫວ່າງຄົນຂັບ ແລະ ຜູ້ໂດຍສານ, ສ່ວນໜ້າປັດດິຈິຕອລໜ້າຈໍອິນໂຟເທນເມັນຂະໜາດເທົ່າກັນຄື 10,25 ນິ້ວ ຮອງຮັບ Apple CarPlay ແລະ Android Auto, ຊຸດໄຟໃນຫ້ອງໂດຍສານປັບໄດ້ 64 ສີ ໃຫ້ບັນຍາກາດຂັບຂີ່ທີ່ແຕກຕ່າງຕາມໃຈມັກ, ເຄື່ອງສຽງ Bose ລໍາໂພງ 8 ຈຸດ.

ສ່ວນເຄື່ອງຈັກ 4 ສູບຂະໜາດ 2,0 ລິດ, ກໍາລັງສູງສຸດ 147 ແຮງມ້າ, ແຮງບິດສູງສຸດ 179 ນິວຕັນແມັດ, ຂັບເຄື່ອນດ້ວຍລະບົບເກຍ CVT ແບບ IVT ( Intelligent Variable Transmission ) ເປັນເຕັກໂນໂລຊີສະເພາະຂອງ Hyundai.

ລຸ້ນໄຮບຣິດຈະມີເຄື່ອງຈັກ 4 ສູບ GDI ຄວາມຈຸ 1,6 ລິດ ປະສົມປະສານກັບມໍເຕີ້ໄຟຟ້າ ແລະ ແບັດເຕີຣີມິລ້ຽມ – ໄອອອນ ຂະໜາດ 1,32 ກິໂລໂວນ, ກໍາລັງສູງສຸດ 141 ແຮງມ້າ, ແຮງບິດສູງສຸດ 264 ນິວຕັນແມັດ, ຂັບເຄື່ອນດ້ວຍເກຍ 6 ສະປີດ.

ເຕັກໂນໂລຊີຄວາມປອດໄພ Digital Key ທີ່ໃຊ້ສະມາດໂຟນ ຫຼື ກາສ NFC ໃນການສັ່ງງານເປັນລະບົບຄວາມປອດໄພຈັດເຕັມ ເຊັ່ນ: ລະບົບຂັບເຄື່ອນຕາມຊ່ອງຈະລາຈອນ ( Lane Keeping Assist ), ລະບົບປ້ອງກັນການຕໍາດ້ານໜ້າ ( Forward Collision-Avoidance Assist with Pedestrian Detection ), ລະບົບຄວບຄຸມຄວາມໄວ     ອັດຕະໂນມັດ ( Adaptive Cruise Control ), ລະບົບກວດຈັບມູມອັບສາຍຕາໃນເວລາຖອຍຫຼັງ ( Blind-Spot Collision Avoidance Assist with Rear Cross-Traffic Alert ) ເປັນຕົ້ນ.

ຄວາມໜ້າສົນໃຈຂອງ Hyundai Elantra 2021 ທີ່ເບິ່ງວ່າຕໍາແໜ່ງຄົນຂັບຈະເບິ່ງແປກຕາ ພ້ອມກັບລະບົບຮັກສາຄວາມປອດໄພທີ່ໜ້າຈະຄົບເຄື່ອງກໍອາດຈະຖືກໃຈຫຼາຍຄົນ.

( ຮູບຈາກ: hyundainews.com )

( ຂໍ້ມູນ: caranddriver.com, motor1.com, hyundainews.com )