ທະນາຄານກໍານົດນະໂຍບາຍສິນເຊື່ອ ຊ່ວຍພາກທຸລະກິດ

312

ໃນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມີນາ ຄັ້ງວັນທີ 18 – 19 ມີນາ 2020 ໄດ້ຕົກລົງ ແລະ ຮັບຮອງເອົາຫຼາຍບັນຫາ ໜຶ່ງໃນວຽກງານທີ່ສໍາຄັນແມ່ນມາດຕະການ ແລະ ນະໂຍບາຍກ່ຽວກັບການແກ້ໄຂຜົນກະທົບທາງດ້ານເສດຖະກິດຂອງ ສປປ ລາວ. ສໍາລັບຂະແໜງທະນາຄານ, ລັດຖະບານໄດ້ກໍານົດມາດຕະການໃນການຊຸກຍູ້ຫຼຸດຜ່ອນຕົ້ນທຶນ, ດອກເບ້ຍ ແລະ ອື່ນໆ ໂດຍສະເໜີໃຫ້ທະນາຄານ ແຫ່ງ ສປປ ລາວ ( ທຫລ ) ອອກແຈ້ງການໃຫ້ທະນາຄານທຸລະກິດສ້າງແຜນຜ່ອນຜັນ ແລະ ເພີ່ມສິນເຊື່ອ ເປັນຕົ້ນທຸລະກິດທ່ອງທ່ຽວ, ກະສິກໍາສົ່ງອອກ ແລະ ຜະລິດການທົດແທນການນໍາເຂົ້າ.

ໂດຍອີງໃສ່ທິດຊີ້ນໍາຂອງລັດຖະບານທີ່ມີຄວາມເປັນຫ່ວງເປັນໄຍຕໍ່ຂະແໜງການເສດຖະກິດຂອງປະເທດເຮົາທີ່ໄດ້ຮັບຜົນກະທົບ, ທຫລ ໄດ້ອອກນະໂຍບາຍສິນເຊື່ອສະເພາະ ເພື່ອຊ່ວຍຂະແໜງການເສດຖະກິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19 ຕາມຂໍ້ຕົກລົງ ເລກທີ 238/ທຫລ ລົງວັນທີ 26 ມີນາ 2020.

ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການ ທຫລ ໄດ້ໃຫ້ສໍາພາດວ່າ: ໃນສະພາບການທີ່ປະເທດເຮົາກໍາລັງປະເຊີນກັບຄວາມຫຍຸ້ງຍາກຄືດັ່ງກ່າວ, ນອກຈາກ ທຫລ ຈະເອົາໃຈໃສ່ໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດ ໂດຍສະເພາະການຄຸ້ມຄອງອັດຕາແລກປ່ຽນໃຫ້ມີຄວາມໝັ້ນທ່ຽງ ເປັນບຸລິມະສິດທີ່ສໍາຄັນແລ້ວ, ໃນວັນທີ 20 ມີນາ 2020 ທຫລ ໄດ້ມີການດັດປັບເຄື່ອງມືນະໂຍບາຍເງິນຕາ ໂດຍສະເພາະໄດ້ຫຼຸດອັດຕາສ່ວນເງິນແຮຝາກບັງຄັບທີ່ເປັນສະກຸນເງິນກີບລົງ 1% ແລະ ເງິນຕາຕ່າງປະເທດລົງ 2% ເພື່ອໃຫ້ທະນາຄານທຸລະກິດໄດ້ມີແຫຼ່ງທຶນຫຼາຍຂຶ້ນໃນການຂະຫຍາຍສິນເຊື່ອ ເພື່ອຊຸກຍູ້ຂະແໜງການເສດຖະກິດທີ່ໄດ້ຮັບຜົນກະທົບ.

ຈາກນັ້ນ, ທຫລ ໄດ້ອອກຂໍ້ຕົກລົງກ່ຽວກັບນະໂຍບາຍສິນເຊື່ອສະເພາະ ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດດັ່ງກ່າວ ຄື:  ໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນ ເລີ່ມຈັດຕັ້ງປະຕິບັດນະໂຍບາຍການເລື່ອນເວລາຊໍາລະໜີ້ທັງຕົ້ນທຶນ ແລະ ດອກເບ້ຍ; ປັບຫຼຸດອັດຕາດອກເບ້ຍ ແລະ ຄ່າທໍານຽມໃຫ້ລູກໜີ້ຂອງຕົນບົນພື້ນຖານຄວາມອາດສາມາດຂອງການເຄື່ອນໄຫວທຸລະກິດ; ພິຈາລະນາສະໜອງເງິນກູ້ບ້ວງໃໝ່ໃຫ້ແກ່ລູກໜີ້ທີ່ໄດ້ຮັບຜົນກະທົບຕໍ່ການດໍາເນີນທຸລະກິດຂອງຕົນຈາກບັນຫາພະຍາດດັ່ງກ່າວ ແລະ ປັບປຸງໂຄງສ້າງເງິນກູ້ຄືນໃໝ່ໃຫ້ແກ່ລູກໜີ້ທີ່ໄດ້ຮັບຜົນກະທົບໂດຍກໍານົດອາຍຸສັນຍາ ຫຼື ງວດຊໍາລະຕົ້ນທຶນ ແລະ ດອກເບ້ຍຄືນໃໝ່ໃຫ້ສອດຄ່ອງກັບຄວາມສາມາດຂອງລູກໜີ້. ໃນນັ້ນ, ໃຫ້ມີໄລຍະປອດໜີ້ຕົ້ນທຶນ ແລະ ດອກເບ້ຍເປັນເວລາ 1 ປີ ຫຼື ຕາມການຕົກລົງລະຫວ່າງເຈົ້າໜີ້ ແລະ ລູກໜີ້. ໃນການພິຈາລະນານະໂຍບາຍດັ່ງກ່າວ ທະນາຄານທຸລະກິດ ແລະ ສະຖາບັນການເງິນ ຕ້ອງເບິ່ງລະອຽດສະຖານະພາບຂອງລູກໜີ້ຂອງຕົນແຕ່ລະເປົ້າໝາຍກ່ອນ ແລະ ຫຼັງສະພາບເກີດພະຍາດລະບາດ ໂດຍບໍ່ໃຫ້ມີຊ່ອງວ່າງສວຍໃຊ້ບັນຫາການແຜ່ພະຍາດມາເປັນຂໍ້ອ້າງເວລາມີບັນຫາຊໍາລະໜີ້.

ສໍາລັບທະນາຄານທຸລະກິດ ແລະ ສະຖາບັນການເງິນໃດທີ່ປະຕິບັດມາດຕະການ ແລະ ນະໂຍບາຍທີ່ ທຫລ ກໍານົດໄວ້ ຈະຮັບນະໂຍບາຍຜ່ອນຜັນຍົກເວັ້ນການປະຕິບັດລະບຽບກ່ຽວຂ້ອງ ໂດຍສະເພາະຂໍ້ຕົກລົງວ່າດ້ວຍການຈັດຊັ້ນໜີ້ ແລະ ການຫັກເງິນແຮໜີ້ທີ່ຖືກຈັດຊັ້ນໜີ້ຂອງທະນາຄານທຸລະກິດ ( ເລກທີ 512/ທຫລ ລົງວັນທີ 29 ມິຖຸນາ 2018 ) ແລະ ສະຖາບັນການເງິນຈຸລະພາກ ( ເລກທີ 02/ທຫລ ລົງວັນທີ 04 ກຸມພາ 2015 ).

ຈາກການຈັດຕັ້ງປະຕິບັດນະໂຍບາຍຂ້າງເທິງ, ທຫລ ເຊື່ອວ່າຂະແໜງການເສດຖະກິດທີ່ໄດ້ຮັບຜົນກະທົບຈະສາມາດແບ່ງເບົາ ແລະ ຟື້ນຕົວໃຫ້ກັບຄືນສູ່ສະພາບປົກກະຕິຈາກມາດຕະການສະກັດກັ້ນ ແລະ ຕອບໂຕ້ພະຍາດໂຄວິດ – 19 ຂອງລັດຖະບານ ທີ່ກໍາລັງສຸມໃສ່ຈັດຕັ້ງປະຕິບັດໃນປັດຈຸບັນ.

[ ຂ່າວ – ຮູບ: ຣັດສະໝີ ດວງສັດຈະ ]