ດ່ວນ! ນາຍົກອອກຄໍາສັ່ງ 18ຂໍ້ ຕ້ານໂຄວິດ-19 ເນັ້ນທຸກຄົນປະຕິບັດຢ່າງເຂັ້ມງວດ

334

ນາຍົກລັດຖະມົນຕີ ອອກຄໍາສັ່ງ 18 ຂໍ້ ເພື່ອເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ 19 ໂດຍຫ້າມອອກຈາກເຮືອນ ຫຼື ທີ່ພັກອາໄສຂອງຕົນ, ຍົກເວັ້ນກໍລະນີທີ່ຈໍາເປັນ; ຫ້າມບຸກຄົນເດີນທາງໄປທ້ອງຖິ່ນອື່ນ ຫຼື ເຂດທີ່ມີການຕິດເຊື້ອ;ຫ້າມກັກຕຸນ ແລະ ຂຶ້ນລາຄາສິນຄ້າ.

ໃນຕອນບ່າຍວັນທີ 29 ມີນາ 2020 ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ໂຄສົກລັດຖະບານ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳແລະການຄ້າ, ທ່ານ ຮຈ.ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຖະແຫຼ່ງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສຸກເສີນລະຫວ່າງລັດຖະບານ ແລະ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດ ໂຄວິດ-19 ເຊິ່ງມີຂຶ້ນໃນວັນທີ 28 ມີນາ 2020 ໂດຍການເປັນປະເທດຂອງທ່ານທອງລຸນ ສີສຸລິດນາຍົກລັດຖະມົນຕີ.

ກອງປະຊຸມໄດ້ພິຈາລະນາ ຮ່າງຄຳສັ່ງວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ການຕ້ານພະຍາດໂຄວິດ 19. ກອງປະຊຸມໄດ້ເຫັນດີໃຫ້ທ່ານນາຍົກລັດຖະມົນຕີອອກຄຳສັ່ງກ່ຽວກັບມາດຕະການດັ່ງກ່າວ.

ມາໃນວັນທີ 29 ມີນາ 2020 ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງເລກທີ06/ນຍ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ -19. ເຖິງ: ລັດຖະມົນຕີ, ຫົວຫນ້າອົງການ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ເຈົ້າແຂວງ ໃນຂອບເຂດທົ່ວປະເທດ. ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ກໍາມະກອນ, ນັກຮຽນ, ນັກສຶກສາ, ຜູ້ ປະກອບການ, ປະຊາຊົນລາວ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ດໍາລົງຊີວິດຢູ່ ສປປ ລາວ.

ເນື້ອໃນຄຳສັ່ງເລກທີ06/ນຍ ລົງວັນທີ 29 ມີນາ 2020

 

.

.

.