ທີມຊ່ຽວຊານຈາກຈີນ ພ້ອມອຸປະກອນການແພດມາຮອດລາວແລ້ວ

146

ຈາກສະພາບການລະບາດຂອງພະຍາດປອດອັກເສບ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໄດ້ລະບາດແຜ່ລາມອອກໄປຢ່າງກວ້າງຂວາງໃນທົ່ວໂລກດ້ວຍຈຳນວນຕົວເລກທີ່ເພິີ່ມຂຶ້ນໃນທຸກໆວັນ ແລະ ສປປ ລາວເຮົາກໍ່ມີຜູ້ຕິດເຊື້ອແລ້ວ 8 ລາຍ, ດັ່ງນັ້ນ, ເພື່ອສືບຕໍ່ຮ່ວມມືລະຫວ່າງສອງປະເທດເພື່ອນມິດຍຸດທະສາດ ແລະຄູ່ຮ່ວມຊາຕາກຳລາວ-ຈີນ, ລັດຖະບານຈີນໄດ້ປະກາດຊ່ວຍເຫຼືອລາວ ໃນການຕ້ານ ແລະສະກັດກັ້ນເຊື້ອໂຄວິດ-19 ໂດຍການສົ່ງຄະນະແພດ ແລະຜູ້ຊ່ຽວຊານຈຳນວນ 12 ທ່ານພ້ອມອຸປະກອນການແພດ ມາຊ່ວຍລາວ.

ຄະນະສະເພາະກິດຂອງລາວໄດ້ອອກຕ້ອນຮັບທີມຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ວັນທີ 29 ມີນາ 2020 ທີ່ອາຄານກຽດຕິຍົດ ສະຫນາມບິນສາກົນວັດໄຕ ຄະນະສະເພາະກິດ ນໍາໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19, ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະ ໄດ້ຈັດພິທີຕ້ອນຮັບຄະນະແພດ ແລະ ຊ່ຽວຊານ ຈໍານວນ 12 ທ່ານ ທີ່ເດີນທາງມາຈາກ ສປ ຈີນ ພາຍໃຕ້ຄໍາຂວັນ ຮ່ວມກັນຂອງສອງປະເທດລາວ-ຈີນ ຄື “ຮ່ວມມືກັນຕ້ານພະຍາດໂຄວິດ-19 ຮ່ວມທຸກຮ່ວມຍາກ”.

ສໍາລັບແຜນການເຮັດວຽກຢູ່ ສປປ ລາວ ຂອງຄະນະແພດ ແລະຊ່ຽວຊານ ແມ່ນຈະດຳເນີນໄປເປັນເວລາ 14ວັນ ໂດຍຈະແບ່ງປະສົບການກັບຝ່າຍລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດດຫ່ງກ່າວ, ກວດຄັດກອງຫາຜູ້ຕິດເຊື້ອ, ກວດວິເຄາະເຊື້ອພະຍາດຢູ່ຫ້ອງທົດລອງ ແລະປິ່ນປົວຄົນເຈັບ ພ້ອມທັງຈະແລກປ່ຽນບົດຮຽນກັບກະຊວງສາທາລະນະສຸກ ແລະໂຮງໝໍສູນກາງຂອງ ສປປ ລາວ.