28 ມີນາພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 2 ລາຍ ລວມເປັນ 8ກໍລະນີ

279

ໄດ້ຟັງຂ່າວດີພຽງ 1ມື້ ທີ່ບໍ່ມີຜູ້ຕິດເຊື້ອໂຄວິດ-19ເພີ່ມໃນລາວ, ແຕ່ລາຍງານຫຼ້າສຸດ ວັນທີ 28 ມີນາ 2020 ຕົວເລກຜູ້ຕິດເຊື້ອພະຍາດດັ່ງກ່າວເພີ່ມຂຶ້ນອີກ 2ກໍລະນີ ຢູ່ຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ລວມທັງໝົດ ເປັນ 8ກໍລະນີ.

ວັນທີ 28 ມີນາ 2020 ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວໃຫ້ຮູ້ວ່າ: ສະພາບການຄວບຄຸມ ແລະ ປ້ອງກັນການລະບາດຂອງເຊື້ອພະຍາດໂຄວິດ-19 ພວກເຮົາໄດ້ກວດພົບຜູ້ຕິດເຊື້ອໃໝ່ເພີ່ມອີກ 2 ຄົນຄື:  ເພດຍິງ ອາຍຸ 50 ປີ ຢູ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ເຊິ່ງເປັນເມຍຜູ້ຂັບລົດນັກທ່ອງທ່ຽວ ທີ່ຕິດເຊື້ອໃນວັນທີ 26 ມີນາ; ເພດຊາຍ ອາຍຸ 18 ປີ ຢູ່ບ້ານດອນນົກຂຸ້ມ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ເຊິ່ງພະນັກງານຂອງ ບໍລິສັດ DHL ຕິດຈາກກໍລະນີສຳຜັດ ແລະ ໃກ້ສິດ ຜູ້ຕິດເຊື້ອຜູ້ທີ 3 (ນັກທຸລະກິດ).

ສະນັ້ນ, ມາຮອດວັນທີ 28 ມີນາ ເວລາ 15:00 ໂມງ ເຮັດໃຫ້ຍອດຜູ້ຕິດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ລວມທັງໝົດ 8 ຄົນຄື:

1 ເພດຍິງ ອາຍຸ 36 ອາຊີບພະນັກງານນຳທ່ຽວ ຢູ່ນະຄອນຫຼວງວຽງຈັນ

2 ເພດຊາຍ ອາຍຸ 28 ອາຊີບພະນັກງານໂຮງແຮມ ຢູ່ນະຄອນຫຼວງວຽງຈັນ

3 ເພດຊາຍ ອາຍຸ 26 ອາຊີບນັກທຸລະກິດ ຢູ່ນະຄອນຫຼວງວຽງຈັນ

4 ເພດຊາຍ ອາຍຸ 42 ອາຊີບຂັບລົດນຳທ່ຽວ ຢູ່ແຂວງຫຼວງພະບາງ

5 ເພດຊາຍ ອາຍຸ 52 ອາຊີບຂັບລົດນຳທ່ຽວ ຢູ່ແຂວງຫຼວງພະບາງ

6 ເພດຊາຍ ອາຍຸ 41 ຢູ່ນະຄອນຫຼວງວຽງຈັນ

7 ເພດຍິງ ອາຍຸ 50 ປີ ຢູ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ.

8 ເພດຊາຍ ອາຍຸ 18 ປີ ຢູ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ