ຊົມເຊີຍ! ລາວໂທລະຄົມ ມອບເງິນຊ່ວຍເຫຼືອໃຫ້ລັດຖະບານ 2ຕື້ກີບ

183

ໃນສະພາບທີ່ປະເທດພົບວິກິດແບບນີ້ ນໍ້າໃຈການຊ່ວຍເຫຼືອຈາກພາກສ່ວນຕ່າງໆຄືສິ່ງສໍາຄັນ ທີ່ຈະຊ່ວຍໃຫ້ວຽກງານການຕອບໂຕ້ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ທີ່ກໍາລັງລະບາດໃນລາວເຮົາ, ເຊິ່ງຫຼ້າສຸດ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ມອບເງິນຊ່ວຍເຫຼືອວຽກງານດັ່ງກ່າວແກ່ລັດຖະບານຈໍານວນ 2ຕື້ກີບ.

ໃນວັນທີ 28 ມີນາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະ ໄດ້ມອບເງິນຊ່ວຍເຫຼືອໃຫ້ແກ່ລັດຖະບານ ເພື່ອນໍາໃຊ້ເຂົ້າໃນວຽກງານຄວບຄຸມ ແລະ ຕອບໂຕ້ການລະບາດພະຍາດໂຄວິດ-19 ແລະ ຕາງໜ້າຮັບໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ທັງເປັນຫົວໜ້າຄະນະສະເພາະກິດປ້ອງກັນຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດຈາກເຊື້ອຈຸລະໂລກ ໂຄວິດ-19 ພ້ອມດ້ວຍຄະນະ.