ມາຮູ້ຈັກກັບສູນບໍລິການຫລັງການຂາຍມາດຕະຖານຂອງ ນິສສັນ ຕັນຈົງ ມໍເຕີ້ລາວ

111

ມື້ນີ້ຈະພາທຸກທ່ານມາຮູ້ຈັກກັບສູນບໍລິການຫລັງການຂາຍມາດຕະຖານຂອງນິສສັນທີ່ຫລາຍຄົນອາດຫຍັງບໍ່ຮູ້ຈັກ ແຕ່ມື້ນີ້ເຮົາຍາກໃຫ້ທຸກຄົນໜັ້ນໃຈວ່າສູນບໍລິການຫລັງການຂາຍຂອງນິສສັນມີຮອງຮັບລູກຄ້າບໍ່ວ່າຈະເປັນນະຄອນຫລວງຫລື ຕ່າງແຂວງ ເຊີ່ງມີສຳນັກງານໃຫ່ຍ ຕັ້ງຢູ່ ບ້ານ ຈອມແຈ້ງ ເມືອງສີສັດຕະນາກ ຖະໜົນທ່າເດືອ ນະຄອນຫລວງວຽງຈັນ ແລະມີ ສາຂານະຄອນຫລວງອີກຫນື່ງແຫ່ງ ຕັ້ງຢູ່ ບ້ານ ດອນແດງ ເມືອງຈັນທະບູລີ ຕ່າງແຂວງກໍ່ມີຢູ່ ສາຂາຢູ່ສະຫວັນນະເຂດຊື່ງ ຕັ້ງຢູ່ ບ້ານ ນາເລົ່າ ນະຄອນໄກສອນ ແຂວງສະຫວັນນະເຂດ.

ການບໍລິການຫລັງການຂາຍຂອງສູນນິສສັນແມ່ນດໍຳເນີນມາແຕ່ປີ 2010 ຕັ້ງແຕ່ເປີດໂຕ ສູນນິສສັນຕັນຈອງ ຢ່າງເປັນທາງການໃນປະເທດລາວນັບວ່າຫລາຍປີມາແລວ້ ການບໍລິການແມ່ນໄດ້ຮັບຄວາມນິຍົມຫລາຍມີຜູ້ຄົນມາໃຊ້ບໍລິການກັນລາກຫລາຍ ບໍ່ສະເພາະແຕ່ລົດນິສສັນ ຍັງຮັບສອ້ມແປງລົດໃຫ່ຍທຸກລຸ້ນ ມີຊ່າງສອ້ມແປງທີ່ຊຽວຊານ ມີການດໍາເນີນງານແບບເປັນລະບົບ ສະຖານທີ່ການສອ້ມແປງກໍ່ໄດ້ມາດຖານ ມີອຸປະກອນ ສອ້ມແປງທີ່ ທັນສະໄຫນ ມີການບໍລິການແບບເປັນກັນເອງ ໃຫ້ບໍລິການດວ້ຍໃຈ ມອບຮອ້ຍຍີ້ມ ແລະ ໃຫ້ຄຳປືກສາທີ່ດີໃຫ້ແກ່ລູກຄ້າ.

ການເບີ່ງແຍງລູກຄ້າບໍ່ສະເພາະແຕ່ໃຫ້ບໍລິການໃນຫອ້ງການຍັງມີການໂທຕິດຕາມລູກຄ້າໃນແຕ່ລະເດືອນ ຫລື ໃນກໍລະນີລົດລູກຄ້າພົບບັນຫາຕ້ອງການສອບຖາມ ຫລື ປຶກສາກໍ່ສາມາດໂທຫາທາງບໍລິການຫລັງການຂາຍໄດ້ເລີຍ.

ຂັ້ນຕອນໃນການບໍລິການຂອງສູນນິສສັນບໍ່ໄດ້ຫຍຸ້ງຍາກຢ່າງທີ່ຄິດມາຮູ້ແຕ່ລະຂັ້ນຕອນນຳກັນເລີຍ

1.ພຽງແຕ່ທ່ານ ໂທນັດໜາຍກັບພະນັກງານເພື່ອເຂົ້າໃຊ້ການບໍລິການ

2.ເມືອນໍຳລົດເຂົ້າມາແລວ້ພະນັກງານກໍ່ຈະເຂົ້າມາສອບຖາມກຽ່ວກັບລົດຂອງທ່ານເມືອຂໍ້ມູນຄົບຖ້ວນແລວ້ ພະນັກງານກໍ່ດຳເນີດການກວດເຊັກສະພາບລົດຂອງທ່ານ

3.ລໍຖ້າການກວດເຊັກ ວ່າລົດຂອງທ່ານມີບັນຫາກຽ່ວກັບຫຍັງແດ່

4.ຫລັງຈາກນັ້ນພະນັກງານກໍ່ຈະມາບອກບັນຫາຫລັງການກວດເຊັກກຽ່ວກັບລົດຂອງທ່ານວ່າຄວນຈະສອ້ມແປງຫັຍງແດ່ ແລະ ໃນເມືອລູກຄ້າຕົກລົງແລວ້ກໍ່ພົບກັບຂັ້ນຕອນຕໍ່ໄປ

5.ແມ່ນການລໍຖ້າການສ້ອມແປງທີ່ລະອຽດຈາກຊ່າງສອ້ມແປງ ແລະ ລະຫວ່າງການລໍຖ້າ ທາງນິສສັນມີຫອ້ງຮັບແຂກໄວໃຫ້ລູກຄ້າພັກຜອ່ນລໍຖ້າຢ່າງສະບາຍ ດື່ມນ້ຳ ດື່ມກາເຟ ລໍຖ້າ

6.ຂັ້ນຕອນການຊຳລະຄ່າບໍລິການກັບພະນັກງານບໍລິການຫລັງການຂາຍ ແລະ ຮັບກຸນແຈຈາກພະນັກງານ ເປັນອັນວ່າສຳເລັດຂັ້ນຕອນໃນການໃຊ້ບໍລິການກັບສູນຫລັງການຂາຍ ຂອງນິສສັນ ຕັງຈົງ

ຍັງບໍ່ພໍ ທາງສູນນິສສັນ ຕັນຈົງເພີ່ນຫຍັງ ມີບໍລິການ ສອ້ມແປງລົດນອກສະຖານທີ່

ຕົວຢ່າງ:ເວລາລົດເຮົາເປ້ເພກາງທາງເຮົາສາມາດໂທຫາເພີ່ນໄດ້ເພີ່ນກໍ່ຈະມີບໍລິການສອ້ມແປງເຄື່ອນທີ່ມາຫາເຮົາທັນທີ່ເລີຍ

ເປັນແນວໃດກັບ ການບໍລິການຫັລງການຂາຍຂອງນິສສັນ ຖືວ່າສຸດຍອດກັນແທ້ໆ…ແມ່ນບໍ ຖ້າໃຜຍາກມາໃຊ້ບໍລິການບັນທືກເບີໂທຕິດຕໍ່ກັນໄວ້ເດີໂທຫາເພີ່ນປືກສາກອ່ນໄດ້ ແລະ ບັກທືກໄວເພື່ອສຸກເສີນຈະໄດ້ບໍ່ຫຍຸ້ງຍາກ

ເບີໂທຕິດຕໍ່ແຕ່ລະສາຂາແມ່ນຢູ່ດ້ານລຸ່ມເລີຍ

030 5839 117 ສຳນັກງານໃຫ່ຍ ຈອມແຈ້ງ

030 5680 002 ສາຂາດອນແດງ

020 5555 7934 ສາຂາສະຫວັນນະເຂດ

ຂໍ້ມູນເພີ່ມເຕີມກ່ຽວກັບການບໍລິການຫລັງການຂາຍ ແລະ ລົດຍົນນິສສັນ Nissan ທຸກລຸ້ນໃນປະເທດລາວ , ທ່ານສາມາດເຂົ້າເບີ່ງຂໍ້ມູນໄດ້ທີ່ເວັບໄຊທ໌ບໍລິສັດລົດຍົນນິສັນ Nissan ຂອງປະເທດລາວໄດ້ທີ່ www.nissan-lao.la ຫຼືຕິດຕາມເຟດຊ໌ບຸກຄ໌ ເພັດຈ໌ Facebook Page ຂອງປະເທດລາວ ທີ່ FB Nissan Laos