ຂ່າວດ່ວນ! ບໍຣິສ ຈອນສັນ ນາຍົກອັງກິດ ຕິດເຊື້ອໂຄວິດ-19

170
FILE - In this Tuesday, March 17, 2020 file photo British Prime Minister Boris Johnson gives a press conference about the ongoing situation with the COVID-19 coronavirus outbreak inside 10 Downing Street in London. British Prime Minister Boris Johnson has tested positive for the new coronavirus. Johnson's office said Friday March 27, 2020 that he was tested after showing mild symptoms, Downing St. says Johnson is self-isolating and continuing to lead the country's response to COVID-19. (AP Photo/Matt Dunham, Pool)

ທ່ານ ບໍຣິສ ຈອນສັນ ນາຍົກລັດຖະມົນຕີອັງກິດ ໄດ້ຮັບການຢັ້ງຢືນຈາກແພດວ່າຕິດເຊື້ອພະຍາດໂຄວິດ-19.

ໃນວັນທີ27 ມີນາ 2020 ສຳນັກຂ່າວຣອຍເຕີ ລາຍງານວ່າ: ບໍຣິສ ຈອນສັນ ນາຍົກລັດຖະມົນຕີອັງກິດ ອາຍຸ55 ປີ ຖືກຢັ້ງຢືນຈາກແພດວ່າຕິດໂຄວິດ-19.

ນາຍົກລັດຖະມົນຕີອັງກິດ ໄດ້ຖະແຫຼງຜ່ານກອງປະຊຸມແບບວີດີໂອຄອນເຟີເຣັນວ່າ: ໃນໄລຍະ24ຊົ່ວໂມງຜ່ານມາຕົນເອງມີອາການ ໂຄວິດ-19 ແຕ່ອາການບໍ່ຮຸນແຮງ, ຂະນະນີ້ຕົນເອງກຳລັງກັກບໍລິເວນຕົນເອງ ແລະ ຍັງຈະເປັນຜູ້ນຳລັດຖະບານໃນການຕໍ່ສູ້ກັບພະຍາດໂຄວິດ-19.

ກ່ອນໜ້ານີ້ 2ວັນ ສຳນັກພະຣາຊະວັງ ໄດ້ຖະແຫຼງຢັ້ງຢືນວ່າເຈົ້າຟ້າຊາຍຊາ ອົງມົງກຸດຣາຊະກຸມານແຫ່ງອັງກິດ ຕິດເຊື້ອໂຄວິດ-19. ສ່ວນສະຖານະການການລະບາດໂຄວິດ-19 ໃນສະຫະລາຊະອານາຈັກ ມາຮອດເວລາ18:00ໂມງ ຂອງວັນທີ27 ມີນາ 2020 ພົບຜູ້ຕິດເຊື້ອ 11.658ຄົນ, ເສຍຊີວິດ578ຄົນ.