ນາຍົກຫວຽດນາມ ອອກຄຳສັ່ງເດັດຂາດປະຕິບັດການປ້ອງກັນ ຄວບຄຸມໂຄວິດ-19

293

ວັນທີ 27 ມີນາ2020 ທ່ານ ນາຍົກລັດຖະມົນຕີຫວຽດນາມ ໄດ້ອອກຄຳສັ່ງກ່ຽວກັບເລື່ອງເດັດຂາດປະຕິບັດການປ້ອງກັນ, ຄວບຄຸມພະຍາດດໂຄວິດ-19.

ອີງຕາມຂ່າວຈາກ VOV ຂອງຫວຽດນາມໃຫ້ຮູ້ວ່າ: ຕໍ່ໜ້າບັນດາການຜັນແປທີ່ສັບສົນຂອງພະຍາດໂຄວິດ-19, ວັນທີ 27 ມີນາ ທ່ານ ຫງວຽນຊວັນຟຸກ  ນາຍົກລັດຖະມົນຕີຫວຽດນາມ ໄດ້ອອກຄຳສັ່ງກ່ຽວກັບເລື່ອງເດັດຂາດປະຕິບັດການປ້ອງກັນ, ຄວບຄຸມພະຍາດໂຄວິດ-19. ໃນຄຳສັ່ງ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງວ່າ: ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຕ່າງໆ ແລະ ປະຊາຊົນທຸກຄົນ ຈົ່ງສືບຕໍ່ຊາບຊຶມຈິດໃຈ “ຕ້ານພະຍາດລະບາດຄືດັ່ງຕ້ານສັດຕູ”, ຍອມຮັບຄວາມເສຍຫາຍທາງດ້ານເສດຖະກິດເພື່ອປ້ອງກັນ, ຄວບຄຸມພະຍາດລະບາດ; ການປົກປ້ອງສຸຂະພາບ, ຊີວິດຂອງປະຊາຊົນແມ່ນເປົ້າໝາຍສູງສຸດ, ເພີ່ມທະວີການປະຕິບັດບັນດາມາດຕະການກວດພົບແຫຼ່ງແຜ່ເຊື້ອ, ຕິດແປດ, ແຍກຕົວຢ່າງທັນການ, ປິດລ້ອມເຂດຢ່າງວ່ອງໄວເພື່ອດັບມອດໂລກລະບາດໃຫ້ເຖິງຖອງ.

ປະທານຄະນະກຳມະການປະຊາຊົນຂັ້ນແຂວງ ຊີ້ນຳການນຳໃຊ້ບັນດາມາດຕະການສະກັດກັ້ນການເຕົ້າໂຮມກັນຫຼາຍຄົນ ນັບແຕ່ເວລາ 00 ໂມງຂອງວັນທີ 28 ມີນາ ຮອດວັນທີ 15 ເມສາ 2020: ຢຸດຕິບັນດາການເຄື່ອນໄຫວປະຊຸມ, ບັນດາພິທີທາງສາສະໜາ, ການເຄື່ອນໄຫວເຕົ້າໂຮມກັນ ນັບແຕ່ 20 ຄົນຂຶ້ນໄປ… ຈຳກັດການໄປມາຂອງປະຊາຊົນ, ໂດຍສະເພາະແມ່ນຢູ່ບັນດາແຂວງ, ນະຄອນທີ່ເກີດພະຍາດລະບາດໄປຍັງບັນດາທ້ອງຖິ່ນອື່ນໆ.

ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຄວບຄຸມພະຍາດລະບາດໂຄວິດ 19 ສືບຕໍ່ຊີ້ນຳໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ກະກຽມແຫຼ່ງຊັບພະຍາກອນຢ່າງຄົບຖ້ວນ, ອຸປະກອນການແພດ ແລະ ບັນດາທິດທາງປ້ອງກັນ, ຄວບຄຸມພະຍາດລະບາດ.

ທ່ານນາຍົກລັດຖະມົນຕີສະເໜີໃຫ້ປະຊາຊົນຈົ່ງມີຄວາມທຸ່ນທ່ຽງໃຈ, ສືບຕໍ່ເຊື່ອໝັ້ນ, ສະໜັບສະໜູນບັນດາມາດຕະການປ້ອງກັນ, ຄວບຄຸມໂລກລະບາດ.