ນາຍົກ ຮຽກຮ້ອງທົ່ວສັງຄົມພ້ອມກັນຕອບໂຕ້ໂຄວິດ-19 ຄືກັນກັບເຮັດພາລະກິດຕໍ່ສູ້ກູ້ຊາດ

203

ທ່ານນາຍົກ ໄດ້ເນັ້ນຕໍ່ກອງປະຊຸມປຶກສາຫາລື, ແລກປ່ຽນຂໍ້ມູນ ແລະ ຕີລາຄາຄືນ ການຈັດຕັ້ງປະຕິບັດ ບັນດາມາດຕະການ ໃນການປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19  ໃຫ້ເພີ່ມທະວີສືບຕໍ່ປະຕິບັດມາດຕະການປ້ອງກັນພະຍາດຢ່າງຈິງຈັງ, ເຄັ່ງຄັດ; ຕອບໂຕ້ຢ່າງເອົາການເອົາງານ ຄືກັນກັບຈິດໃຈ ແລະ ການປະກອບອາວຸດ ຕໍ່ສູ້ກູ້ຊາດໃນສະໄໝກ່ອນ.

ໃນຕອນເຊົ້າ ຂອງວັນທີ 27 ມີນາ 2020 ທີ່ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລື, ແລກປ່ຽນຂໍ້ມູນ ແລະ ຕີລາຄາຄືນ ການຈັດຕັ້ງປະຕິບັດ ບັນດາມາດຕະການ ໃນການປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ ການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ  ນາຍົກລັດຖະມົນຕີ; ມີຄະນະສະເພາະກິດ ຂັ້ນສູນກາງ, ບັນດາເຈົ້າແຂວງ ແລະ ພະແນກການທີ່ກ່ຽວຂ້ອງຂອງບັນດາແຂວງພາກກາງ ແລະ ພາກໃຕ້ ນັບແຕ່ແຂວງບໍລິຄຳຳໄຊ ລົງຮອດອັດຕະປື ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານ ສະພາບການປະຕິບັດບັນດາມາດຕະການ ໃນການປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ ການແຜ່ຂອງເຊື້ອພະຍາດໂຄວິດ-19, ລວມທັງ ການຄຸ້ມຄອງແຮງງານ ທີ່ເຂົ້າມາແຕ່ລະແຂວງ ຈາກບັນດາທ່ານເຈົ້າແຂວງທີ່ເຂົ້າຮ່ວມ. ໃນນັ້ນ ອັນພົ້ນເດັ່ນ ແມ່ນບັນດາແຂວງ ແມ່ນໄດ້ພ້ອມກັນເອົາໃຈໃສ່ ຈັດຕັ້ງຜັນຂະ ຫຍາຍ ແລະ ປະຕິບັດ ບັນດາມາດຕະການ ກໍ່ຄືນິຕິກຳ ທີ່ລັດຖະບານ ແລະ ທ້ອງຖິ່ນວາງອອກ ໄດ້ຮັບຜົນດີພໍສົມຄວນ ໂດຍສະເພາະ ມາດຕະການປ້ອງກັນພະຍາດເຊັ່ນ: ການປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ, ການໂຈະການຈັດໂຮມຊຸມນຸມ ແລະ ຈັດກິດຈະກຳໃຫຍ່, ຫຼີກລຽງການເດີນທາງ ທີ່ບໍ່ຈຳເປັນ ແລະ ອື່ນໆ;

ບັນດາແຂວງ ໄດ້ກະກຽມຄວາມພ້ອມ ໃນການຮັບມື ຕໍ່ການແຜ່ລະບາດ ຂອງເຊື້ອພະຍາດ ມາໄດ້ໄລຍະໜຶ່ງແລ້ວ ເປັນຕົ້ນ ດ້ານເຈົ້າໜ້າທີ່, ພະນັກງານແພດໝໍ, ອຸປະກອນການແພດ, ພາຫະນະ, ງົບປະມານ, ສະຖານທີ່ຮອງຮັບປິ່ນປົວ ກໍລະນີມີຄົນຕິດເຊື້ອ, ສະຖານທີ່ກັກບໍລິເວນຜູ້ມີຄວາມສ່ຽງຕິດເຊື້ອ ແລະ ອື່ນໆ; ໄດ້ແນະນຳ ແລະ ໂຄສະນາເຜີຍແຜ່ໃຫ້ຄວາມຮູ້ແກ່ປະຊາຊົນ ທີ່ຢູ່ໃນຄວາມ ຮັບຜິດຊອບຂອງຕົນ ໃນການປ້ອງກັນ ແລະ ແກ້ໄຂສະພາບການທີ່ອາດເກີດຂຶ້ນ, ລວມທັງ ການປຸກລະດົມ ທົ່ວສັງຄົມ ເຂົ້າຮ່ວມຂະບວນການ ຕ້ານການແຜ່ລະບາດຂອງເຊື້ອພະຍາດ ໃນຄັ້ງນີ້ ໂດຍສະເພາະ ແມ່ນຄວາມເປັນເຈົ້າຕົນເອງ, ເພິ່ງຕົນເອງ, ມີສະຕິຕື່ນຕົວ, ໃຫ້ການຮ່ວມມືທຸກພາກສ່ວນໃນສັງຄົມ, ມີຄວາມຮັບຜິດຊອບຮອບດ້ານ, ປະຕິບັດຫຼັກ ການອະນາໄມ, ໃຫ້ການຮ່ວມມືກັບ ພາກສ່ວນກ່ຽວຂ້ອງ ແລະ ອື່ນໆ;

ໄດ້ຄຸ້ມຄອງແຮງງານລາວ ທີ່ເຂົ້າມາຈາກປະເທດໄທ ຜ່ານດ່ານຊາຍແດນ ລາວ-ໄທ ຢູ່ແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ ລວມທັງໝົດ ຫຼາຍກວ່າ 70.000 ຄົນ ບໍ່ໃຫ້ຊະຊາຍໃຫ້ເປັນລະບຽບ, ເກັບກຳຂໍ້ມູນລະອຽດ, ມີການຄັດກັ່ນກອງ ກວດສຸຂະພາບ, ແຍກປ່ຽວ, ໃຫ້ການຊ່ວຍເຫຼືອ ແລະ ສືບຕໍ່ຕິດຕາມກວດກາແຮງງານເຫຼົ່ານັ້ນ ຢ່າງເປັນປົກກະຕິ.

ການຈັດຕັ້ງປະຕິບັດໃນເບື້ອງຕົ້ນ ຢູ່ບາງແຂວງ ເຖິງຈະພົບຄວາມຫຍຸ້ງຍາກ, ມີບາງຫາງສຽງບໍ່ດີເກີດຂຶ້ນ ເນື່ອງຈາກແຮງງານເຂົ້າມາພ້ອມກັນ ເປັນຈຳນວນຫຼວງຫຼາຍ ແຕ່ອົງການປົກຄອງທ້ອງຖິ່ນ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍໄດ້ພ້ອມກັນຕັດສິນໃຈ ປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ຢ່າງຈິງຈັງ ເຮັດໃຫ້ສະພາບການ ນັບມື້ກັບເຂົ້າສູ່ສະພາບປົກກະຕິ; ນອກຈາກນັ້ນ ກໍ່ໄດ້ປະຕິບັດມາດຕະການ ຕໍ່ຜູ້ລະເມີດຢ່າງເຄັ່ງຄັດ ແລະ ແກ້ໄຂ ການໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງ, ຂ່າວລືໃສ່ຮ້າຍປ້າຍສີ ແລະ ສ້າງຄວາມປັ່ນປ່ວນບໍ່ດີ, ລວມທັງການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ.

ຈາກການປະຕິບັດມາດຕະການຕ່າງໆນັ້ນ ມາຮອດປະຈຸບັນ ຢູ່ບັນດາແຂວງພາກກາງ (ຍົກເວັ້ນ ນະຄອນຫຼວງວຽງຈັນ) ແລະ ພາກໃຕ້ ນັບແຕ່ແຂວງບໍລິຄຳໄຊ ລົງຮອດແຂວງອັດຕະປື ແມ່ນຍັງບໍ່ທັນກວດພົບ ຜູ້ຕິດເຊື້ອພະຍາດ ໂຄວິດ-19 ເທື່ອ.


ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳ ຕໍ່ກອງປະຊຸມ ໃຫ້ເພີ່ມທະວີສືບຕໍ່ປະຕິບັດມາດຕະການປ້ອງກັນພະຍາດຢ່າງຈິງຈັງ, ເຄັ່ງຄັດ ໄປຄຽງຄູ່ກັບການປະຕິບັດມາດຕະການສະກັດກັ້ນ ຕອບໂຕ້ຢ່າງແຂງແຮງ ໂດຍການຮ່ວມແຮງຮ່ວມໃຈຂອງທຸກພາກສ່ວນໃນສັງຄົມ , ຕອບໂຕ້ຢ່າງເອົາການເອົາງານ ຄືກັນກັບຈິດໃຈ ແລະ ການປະກອບອາວຸດ ຕໍ່ສູ້ກູ້ຊາດໃນສະໄໝກ່ອນ;

ໃຫ້ເອົາໃຈໃສ່ວຽກງານໂຄສະນາເຜີຍແຜ່ ໃຫ້ຄວາມຮູ້ແກ່ສັງຄົມຢ່າງກວ້າງຂວາງ ແລະ ຮອດເຖິງປະຊາຊົນຢ່າງແທ້ຈິງ, ມີການປະກອບອຸປະກອນເຕັກນິກ ໃຫ້ບ້ານ ຫຼື ຊຸມຊົນ ທີ່ຍັງມີຄວາມຂາດເຂີນ ເປັນຕົ້ນ ວິທະຍຸ, ໂທລະໂຄ່ງ ແລະ ອື່ນໆ; ໃຫ້ບັນດາແຂວງ ແນະນຳໃຫ້ເມືອງ ແລະ ບ້ານ ນຳໃຊ້ກຳລັງແຮງສັງລວມຂອງທ້ອງຖິ່ນຕົນ, ຍາດແຍ່ງເອົາການຊ່ວຍເຫຼືອ ແລະ ເຂົ້າຮ່ວມຂະບວນການຕື່ມອີກ; ເອົາໃຈໃສ່ເບິ່ງແຍງ ແລະ ໃຫ້ການຊ່ວຍ ເຫຼືອແກ່ຜູ້ກັກບໍລິເວນຕົນເອງ ຢູ່ສູນຕ່າງໆ ໃຫ້ທົ່ວເຖິງ ຄົບຕາມໄລຍະເວລາ 14 ວັນ ຫຼື ຫຼາຍກວ່ານັ້ນ ຕາມສົມຄວນ;

ກວດກາຄືນ ການປະຕິບັດລະບຽບກົດໝາຍ ແລະ ລະບຽບການ ກໍ່ຄືມາດຕະການທີ່ວາງອອກ ອັນໃດບໍ່ທັນເຂັ້ມງວດ ຕ້ອງໄດ້ໃຫ້ເຂັ້ມງວດ ແລະ ເດັດຂາດແທ້ໆ ໂດຍສະເພາະ ການຄຸ້ມຄອງລາຄາສິນຄ້າ, ການກັກບໍລິເວນຕົນເອງ, ການແກ້ໄຂປະກົດການຫຍໍ້ທໍ້, ການປິດດ່ານຊາຍແດນທີ່ໄດ້ແຈ້ງການໄປແລ້ວ, ການໂຮມຊຸມນຸມ, ການສະຫຼອງບຸນປີໃໝ່ລາວ ແລະ ອື່ນໆ;

ທຸກແຂວງ ຕ້ອງເປັນເຈົ້າການ ເພີ່ມຄວາມຮັບຜິດຊອບຂອງຕົນ ສູງຂຶ້ນກວ່າເວລາໃດໝົດ, ເດັດຂາດ ແມ່ນບໍ່ໃຫ້ລໍຖ້າ ຫຼື ເອື່ອຍອີງແຕ່ຄຳສັ່ງຂອງຂັ້ນເທິງ , ຖ້າເຫັນວ່າສິ່ງໃດທີ່ມີຄວາມຈຳເປັນ ແຕ່ໃຫ້ມີການສະເໜີ ທີ່ສົມເຫດສົມຜົນ; ກວດກາຄືນການກຽມ ພ້ອມດ້ານຕ່າງໆ ເປັນຕົ້ນ ດ້ານບຸກຄະລະກອນ, ຄວາມຮູ້ຄວາມສາມາດ, ວັດຖຸອຸປະກອນຕ່າງໆ; ມີການພົວພັນ ແລະ ຮ່ວມມືກັບສາກົນ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ສະພາບການທີ່ເກີດຂຶ້ນໃນປະຈຸບັນ ກໍ່ຄືສະເພາະໜ້າ, ລວມທັງ ການຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫຼືອຕ່າງໆ ຢ່າງທັນການ ແລະ ມີປະສິດທິຜົນ;

ເອົາໃຈໃສ່ ຜະລິດສະບຽງອາຫານ ເພື່ອໃຫ້ຮັບປະກັນການ ສາມາດສະໜອງໃຫ້ໄດ້ຕາມຄວາມຕ້ອງການ ຂອງສັງຄົມ ແລະ ມີສ່ວນແຮສຳຮອງໄວ້ ສຳລັບຮັບສະຖານະການ ທີ່ບໍ່ດີອາດເກີດຂຶ້ນໃນສະພາບການທີ່ບໍ່ແນ່ນອນໃນອະນາຄົດ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.