ແຂວງອຸດົມໄຊແຈ້ງໃຫ້ໂຈະ! ບໍລິການດ້ານການກິລາ-ກາຍະກໍາມວນຊົນ ທຸກປະເພດ

165

ເນື່ອງຈາກປັດຈຸບັນ ເຊື້ອຈຸລະໂລກສາຍພັນໃຫມ່ ໂຄວິດ-19 ໄດ້ຂະຫຍາຍຕົວເປັນວົງກວ້າງ, ສືບຕໍ່ມີກໍລະນີຕິດເຊື້ອ ແລະ ເສຍຊີວິດເພີ່ມຂື້ນຢ່າງຮຸນ ແຮງໃນໂລກ ແລະ ຢູ່ປະເທດລາວກໍໄດ້ມີຜູ້ຕິດເຊື້ອພະຍາດດັ່ງກ່າວແລ້ວ ເພື່ອປ້ອງກັນ ແລະ ຮັບປະກັນການແຜ່ລະບາດຂອງພະຍາດ ໃຫ້ແກ່ມວນຊົນ, ພໍ່ແມ່ປະຊາຊົນ ພາຍໃນ ແຂວງອຸດົມໄຊ ທາງພະແນກສຶກສາທິການ ແລະ ກິລາ ແຂວງ ອຸດົມໄຊ ຈຶ່ງໄດ້ອອກແຈ້ງການ ກ່ຽວກັບການໂຈະໃຫ້ບໍລິການດ້ານການກິລາ-ກາຍະກໍາມວນຊົນ ຕ່າງໆໃນຂອບເຂດທົ່ວແຂວງ.

ພາບປະກອບຂ່າວ

ໂດຍອີງຕາມ ແຈ້ງການ ຂອງ ພະແນກສຶກສາທິການ ແລະ ກິລາ ແຂວງ ອຸດົມໄຊ ເລກທີ 532/ສກຂ ລົງວັນທີ 27 ມີນາ 2020 ເຖິງ ຫົວຫນ້າຫ້ອງການສຶກສາທິການ ແລະ ກິລາເມືອງ 7 ເມືອງ ແລະບັນດາທ່ານຜູ້ປະກອບການໃຫ້ບໍລິການດ້ານກິລາ-ກາຍະກໍາມວນຊົນທົ່ວແຂວງຮັບຊາບ ກ່ຽວກັບ ການໂຈະໃຫ້ບໍລິການດ້ານການກິລາ-ກາຍະກໍາມວນຊົນ (ບານເຕະຟຸດຊ໌, ສັງວຽນໄກ່ຕີ, ສະນຸກເກີ, ສະລອຍນ້ໍາ, ສະໂມສອນດອກປີກໄກ່ ແລະ ສູນອອກກໍາລັງກາຍຟິດເນັດ) ໃນຂອບເຂດທົ່ວແຂວງ. ອິງຕາມ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ

ພາບປະກອບຂ່າວ

ເລກທີ 896/ ສສກ, ລົງວັນທີ 26 ກຸມພາ 2018 ອິງຕາມ ແຈ້ງການຂອງກະຊວງສຶກສາທິການ ແລະກິລາ ເລກທີ 369/ສສກ, ລົງວັນທີ 18 ມີນາ 2010 ວ່າດ້ວຍການໂຈະການເຄື່ອນໄຫວກິດຈະກໍາຕ່າງໆ ທີ່ເຕົ້າໂຮມຄົນເປັນຈໍານວນຫຼາຍ; ອິງຕາມ ການຄົ້ນຄວ້າເຫັນດີເປັນເອກະພາບ ຂອງຄະນະພະແນກສຶກສາທິການ ແລະ ກິລາແຂວງ ຄັ້ງວັນທີ 19 ມີນາ 2020.

ພາບປະກອບຂ່າວ

ປັດຈຸບັນສະພາບການລະບາດຂອງພະຍາດອັກເສບປອດອັນເນື່ອງມາຈາກເຊື້ອຈຸລະໂລກສາຍພັນໃຫມ່ ໂຄວິດ-19 ໃນຫຼາຍປະເທດໄດ້ຂະຫຍາຍຕົວເປັນວົງກວ້າງ, ສືບຕໍ່ມີກໍລະນີຕິດເຊື້ອ ແລະ ເສຍຊີວິດເພີ່ມຂື້ນຢ່າງຮຸນ ແຮງໃນໂລກເວົ້າລວມ, ເວົ້າສະເພາະ ຢູ່ປະເທດລາວກໍໄດ້ມີຜູ້ຕິດເຊື້ອພະຍາດດັ່ງກ່າວແລ້ວ; ເພື່ອປ້ອງກັນ ແລະ ຮັບປະກັນການແຜ່ລະບາດຂອງພະຍາດ ໃຫ້ແກ່ມວນຊົນ, ພໍ່ແມ່ປະຊາຊົນຊາວແຂວງອຸດົມໄຊ.

ພາບປະກອບຂ່າວ

ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ອອກແຈ້ງການດັ່ງນີ້:

1 ໃຫ້ຜູ້ປະກອບການບໍລິການ ດ້ານກິລາ-ກາຍະກໍາມວນຊົນ (ບານເຕະຟຸດຊໍ່, ສັງວຽນໄກ່ຕີ, ສະນຸກເກີ, ສະລອຍນ້ໍາ, ສະໂມສອນດອກປີກໄກ່ ແລະ ສູນອອກກໍາລັງກາຍຟິດເນັດ) ໃນຂອບເຂດທົ່ວແຂວງ ໃຫ້ໂຈະການເຄື່ອນໄຫວຊົ່ວຄາວ ເລີ່ມແຕ່ວັນທີ 28 ມີນາ 2020 ເປັນຕົ້ນໄປ.

2 ຖ້າສະພາບການລະບາດຂອງພະຍາດດັ່ງກ່າວເຂົ້າສູ່ປົກກະຕິແລ້ວ ຈິງຈະແຈ້ງໃຫ້ຜູ້ປະກອບການດໍາເນີນການເຄື່ອນໄຫວຕໍ່ເປັນປົກກະຕິ.

3 ທຸກພວກສ່ວນຈົ່ງໃຫ້ຄວາມຮ່ວມມື ແລະ ມີຄວາມຮັບຜິດຊອບສູງ, ໃຫ້ເອົາໃຈໃສ່ຕິດຕາມສະພາບການລະ ບາດຂອງພະຍາດ ເພື່ອປ້ອງກັນ ແລະ ຮັບມືທັນກັບສະພາບການດັ່ງກ່າວນີ້ດ້ວຍ.