ຊົມເຊີຍ! ອຸທຸມພອນ ມອບເຂົ້າ 20 ໂຕນ ໃຫ້ຜູ້ຖືກຜົນກະທົບຈາກນໍ້າຖ້ວມ, ອັກຄີໄພ

125

ເພື່ອເປັນການປະກອບສ່ວນຊ່ວຍເຫຼືອ ເບື້ອງຕົ້ນຕໍ່ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ, ອັກຄີໄພ ລວມໄປເຖິງຄອບຄົວ ທີ່ຂາດເຂີນເຂົ້າກິນ ການນຳເມືອງ ອຸທຸມພອນ ແຂວງ ສະຫວັນນະເຂດ ໄດ້ມອບເຂົ້າສານໜຽວ ຈຳນວນ 20 ໂຕນ ໃຫ້ຜູ້ໄດ້ຮັບຜົນກະທົບຈາກເຫດການດັ່ງກ່າວ.

ພິທີດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 7 ມີນາ 2020 ທີ່ສະໂມສອນຫຼັງໃໝ່ຂອງເມືອງ, ໂດຍການເຂົ້າຮ່ວມຂອງທ່ານ ປະສົງສິນ ຈະເລີນສຸກ ເຈົ້າເມືອງອຸທຸມພອນ, ທ່ານ ໂພຄຳ ແວວມະນີ ຮອງເຈົ້າເມືອງຜູ້ຊີ້ນຳວຽກງານເສດຖະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພາບປະກອບຂ່າວ

ໃນພີທີ, ມີຕາງໜ້າໃຫ້ໜ່ວຍງານສັງຄົມສົງເຄາະ ຫ້ອງການແຮງງານ-ສະຫວັດດີການສັງຄົມເມືອງ ໃຫ້ຮູ້ວ່າ: ການມອບເຂົ້າຊ່ວຍເຫຼືອ ບ້ານທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມປີທີ່ຜ່ານມາມີຈຳນວນ 05 ບ້ານຄື: ບ້ານນາຄູ 10 ສອບ; ນາຊະໂນດ 10 ສອບ; ໂພນເດື່ອ 10 ສອບ; ໂພນຕູມ 10 ສອບ ແລະ ບ້ານໂພນຢານາງ 10 ສອບ. ນອກນີ້, ຍັງມອບເຂົ້າຊ່ວຍເຫຼືອໃຫ້ 09 ກຸ່ມບ້ານ ແລະ 02 ບ້ານເອກະລາດ ເພື່ອລົງແບ່ງປັນໃຫ້ກັບຄອບຄົວທີ່ຂາດເຂີນເຂົ້າກິນຈຳນວນ 03 ເປົ໊າ ຕໍ່ 01 ບ້ານ, ປະກອບມີ ກຸ່ມບ້ານສະໜາມໄຊ ຈຳນວນ 05 ບ້ານ; ກຸ່ມບ້ານນາຄູ ຈຳນວນ 07 ບ້ານ; ກຸ່ມບ້ານໂພນເດື່ອ ຈຳນວນ 08 ບ້ານ; ກຸ່ມບ້ານດົງທ່າ ມີ 06 ບ້ານ; ກຸ່ມບ້ານນາໂພ ມີ 06 ບ້ານ; ກຸ່ມບ້ານພີນ ມີ 05 ບ້ານ; ກຸ່ມບ້ານດົງນ້ອຍ-ຫົວຄຳ ມີ 04 ບ້ານ,ກຸ່ມບ້ານທົ່ງ-ນາ ມີ 05 ບ້ານ.

ພາບປະກອບຂ່າວ

ກຸ່ມບ້ານໜອງບົວທອງ ມີ 07 ບ້ານ ແລະ ບ້ານເອກະລາດມີ 02 ບ້ານຄື: ບ້ານໂຄກ, ບ້ານໂຄກປ່າຫວາຍ. ພ້ອມນີ້, ຍັງໄດ້ມອບເຂົ້າຊ່ວຍເຫຼືອ ແລະ ເຄື່ອງໃຊ້ຄົວເຮືອນໃຫ້ກັບຄອບຄົວທີ່ໄດ້ຮັບຜະກົບຈາກອັກຄີໄພຕື່ມອີກ ຈຳນວນ 10 ຄອບຄົວ.

ພາບປະກອບຂ່າວ