ແລ່ນ – ລານກອງທັບ ດຳເນີນການຝຶກຊ້ອມປົກກະຕິ

85

ທັບນັກກີລາແລ່ນ – ລານ ກະຊວງປ້ອງກັນປະເທດ ຫຼື ກອງທັບ ສືບຕໍ່ດຳເນີນການຝຶກຊ້ອມຢ່າງເປັນປົກກະຕິ ເພື່ອຮັກສາມາດຕະຖານຄວາມແຂງແກ່ນໃຫ້ທັບນັກກີລາແລ່ນ – ລານກອງທັບ ຈຳນວນ 17 ຄົນ. ໃນນັ້ນ, ເປັນຍິງ 5 ຄົນ ກຽມຄວາມພ້ອມທຸກສະຖານະການເຂົ້າຮ່ວມລ່າຫຼຽນຄຳ ໃນມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງ ຂວາງ ເກມ ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ.

ເຖິງວ່າ ຊຽງຂວາງ ເກມ ທີ່ເລື່ອນອອກໄປແບບບໍ່ມີກໍານົດ ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ – 19, ແຕ່ທັບນັກກີລາແລ່ນ – ລານຂອງກະຊວງປ້ອງກັນປະເທດ ຫຼື ກອງທັບ ຍັງສືບຕໍ່ຝຶກຊ້ອມຢ່າງຕໍ່ເນື່ອງ ເພື່ອກຽມພ້ອມສໍາລັບທຸກສະຖານະການແຂ່ງຂັນ ໃນການກຽມເຂົ້າຮ່ວມງານດັ່ງກ່າວ.

ຫຼ້າສຸດ ທ່ານ ຍິງຍົດ ໂນວອມ ຄະນະຄູຝຶກທັບນັກກີລາແລ່ນ – ລານກອງທັບ ເປີດເຜີຍວ່າ: ຫຼັງຈາກທາງລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກີລາ ໄດ້ແຈ້ງການໂຈະການແຂ່ງຂັນ.

“ ແຕ່ທາງທັບນັກກີລາແລ່ນ – ລານກອງທັບ ຂອງພວກເຮົາຈຳນວນ 17 ຄົນ ຍິງ 5 ຄົນ ບໍ່ໄດ້ຢຸດພັກການຝຶກຊ້ອມ, ທຸກຄົນແມ່ນພ້ອມພຽງກັນເອົາໃຈໃສ່ຕໍ່ການມາຝຶກຊ້ອມຢ່າງເປັນປົກກະຕິທີ່ສະໜາມກີລາເຈົ້າອານຸວົງ, ທຸກຄົນສາມາດຮັກສາສະຖິຕິຂອງຕົນເອງຢ່າງໜຽວແໜ້ນ ແລະ ຖ້າຫາກສາມາດຝຶກຊ້ອມໄດ້ຄືແນວນີ້ຈົນກວ່າຈະເຖິງ ຊຽງຂວາງ ເກມ ທີ່ຈະກັບມາຈັດໃນເວລາທີ່ເໝາະສົມ ເຊື່ອວ່າສະຖິຕິແຕ່ລະຄົນຈະເພີ່ມຂຶ້ນສູງກວ່າເກົ່າທັນທີ ແລະ ເຊື່ອໝັ້ນວ່ານັກກີລາແລ່ນ – ລານກອງທັບ ຈະສາມາດສ້າງຜົນງານໄດ້ດີກວ່າງານ ອຸດົມໄຊ ເກມ ເມື່ອປີ 2014 ເຊິ່ງຍາດໄດ້ພຽງ 2 ຫຼຽນຄຳ  ”, ທ່ານ ຍິງຍົດ ໂນວອມ ກ່າວ.