​ນ້ຳ​ໃຈ​ຄົນ​ລາວ​ເພື່ອ​ນັກ​ຮົບ​ເສື້ອ​ຂາວ ສະມາຄົມປ້າຍລາວ ຂຸ້ນຂ້ຽວ ຜະລິດກ່ອງປລາສຕິກປ້ອງກັນໃຫ້​ແພດ​ໝໍ

186

​ປັດ​ຈຸ​ບັນ​ເຊື້ອ​ໂຄວິດ ຫຼື ພະ​ຍາດ​ອັກ​ເສບ​ປອດ ທີ່​ແຜ່​ລະ​ບາດ​ເປັນ​ວົງ​ກວ້າງ​ເກືອບ​ທົ່ວ​ໂລກ ລວມ​ທັງ​ລາວ​ເຮົາທີ່​ເພີ່ມ​ເປັນ​ລະ​ດັບ 2 ກໍ​ຄື​ມີ​ຄົນ​ຕິດ​ແລ້ວ​ເຖິງ 6 ກໍ​ລະ​ນີ ເຊິ່ງ​ບຸກ​ຄະ​ລາ​ກອນ​ທີ່ໜ້າ​ເຫັນ​ໃຈ, ທຸ່ມ​ເທ ເສຍ​ສະຫຼະ ແລະ ສ່ຽງ​ສຸດໆ​ລະ​ດັບ​ຕົ້ນໆຄືນັກ​ຮົບ​ເສື້ອ​ຂາວ​ເຮົາ​ນີ້​ເອງ ແລະ ກໍ​ເປັນ​ເລື່ອງ​ໜ້າ​ຍິນ​ດີ​ທີ່ມື້ນີ້ ຊາວຄະນະປ້າຍລາວ ( ສະມາຄົມປ້າຍລາວ ) ຂຸ້ນຂ້ຽວ ຜະລິດກ່ອງປລາສຕິກປ້ອງກັນໃຫ້ນາຍແພດ & ນາງພະຍາບານ ຫລື ນັກຮົບເສື້ອຂາວ ຕ້ານໂຄວິດ -19.

ຮອດປັດຈຸບັນຂຸນຕາປ້າຍຜະລິດໄດ້ 12ກ່ອງ+ ເອກະພົນປ້າຍ 3 ກ໋ອງ ແລະ ສູນລວມສິນສອງກ່ອງ.

​ຜະ​ລິດ​ຕະ​ພັນ​ທີ່​ເຮັດ​ຂຶ້ນ​ມາ​ທັງ​ໝົດ​ແມ່ນ​ມີ​ຈຸດ​ປະ​ສົງ​ຈະມອບໃຫ້ໂຮງໝໍມິດຕະພາບ 2 ຊຸດ, ໂຮງໝໍເຊດຖາ 2 ຊຸດ, ມະໂຫສົດ 2 ຊຸດ, 103 ສອງຊຸດ, 109 ສອງຊຸດ, ແມ່ ແລະເດັກ 2 ຊຸດ ແລະ ໂຮງໝໍປາກເຊ 2 ຊຸດ.

ຂອບໃຈເພື່ອນປ້າຍທົ່ວປະເທດ ແລະ ທີມງານຂຸນຕາປ້າຍ ທີ່ສະໜອງເຈດຕະນາລົມ, ທີ່ສະລະເຫື່ອແຮງ, ເວລາ, ເງິນຄຳ ເພື່ອຕ້ານໂຄວິດຊ່ວຍຊາດໃຫ້ພົ້ນໄພ ແລະ ເປັນກຳລັງໃຈໃຫ້ທຸກໆທ່ານ ນັກຮົບເສື້ອຂາວ ແລະ ທຸກໆທ່ານທີ່ມີສ່ວນຮ່ວມຊ່ວຍຊາດ ຊ່ວຍແພດລາວຄັ້ງນີ້ດ້ວຍ.

ຂໍ​ໃຫ້​ມີ​ເລື່ອງ​ດີໆ​ແບບ​ນີ້ ແລະ ເຫັນ​ຄວາມ​ສຳ​ຄັນ​ບຸກ​ຄົນ​ດ ບຸກ​ຄະ​ລາ​ກອນ​ທີ່​ທຸມ​ເທ​ເພື່ອ​ຜ່ານ​ວິ​ກິດ​ໂຄວິດ ໄປ​ນ​ຳ​ກັນ ທຸກ​ຄົນ​ລ້ວນ​ແລ້ວ​ຊ່ວຍ​ກັນ ຫາກ​ມີ​ອາ​ການ ຫຼື ກັບ​ມາ​ແຕ່​ປະ​ເທດ​ທີ່​ມີ​ຄວາມ​ສ່ຽງ​ກໍ​ຈົ່ງ​ປະ​ຕິ​ບັດ​ຕາມ​ມາດ​ຕະ​ການ​ດ້ວຍ.

​ຈາກ: Vongnam Vongvilay