ສຶກສາ ໃຫ້ຄູ – ອາຈານຍົກລະດັບການສົ່ງຄວາມຮູ້ໃຫ້ນັກຮຽນຜ່ານລະບົບອອນລາຍ

212

ເພື່ອຮັບປະກັນໃຫ້ ແກ່ການຮຽນ-ການສອນໃນໂຮງຮຽນສາມັນສຶກສາ ມີຄວາມຕໍ່ເນື່ອງ ແລະ ມີຄຸນນະພາບ ໃນໄລຍະພັກຮຽນຊົ່ວຄາວ) ວັນທີ 19 ມີນາ 2020 ເຖິງ ວັນທີ 21 ເມສາ 2020 ເພື່ອປ້ອງກັນ ການລະບາດຂອງພະຍາດໂຄວິດ-19, ກະຊວງສຶກສາມີຄຳເຫັນຊີ້ນຳໃຫ້ຄູອາຈານ ຕ້ອງຍົກລະດັບດ້ານເຕັກໂນໂລຊີ ຫັນມາສົ່ງຄວາມຮູ້ຜ່ານລະບົບອອນລາຍໃຫ້ນັກຮຽນແທນໜ້າກະດານ.

ອີງຕາມ ແຈ້ງການ ຂອງ ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ເລກທີ  337/ສມ ລົງວັນທີ 25 ມີນາ 2020 ກ່ຽວກັບ ການປະຕິບັດວຽກງານຂອງຄູໃນໂຮງຮຽນສາມັນສຶກສາ ໄລຍະພັກຮຽນຊົ່ວຄາວ ວັນທີ 19 ມີນາ 2020 ເຖິງ ວັນທີ 21 ເມສາ 2020 ອີງຕາມແຈ້ງການຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່ຽວກັບການໂຈະການຮຽນ-ການສອນໃນສະຖາບັນການສຶກສາໃນຂອບເຂດທົ່ວປະເທດ ສະບັບເລກທີ 369/ສສກ, ລົງວັນທີ 18 ມີນາ 2020; ອີງຕາມ ແຈ້ງການຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ກ່ຽວກັບຄໍາແນະນໍາສະຖາບັນການສຶກສາໃນໄລຍະໂຈະການຮຽນ-ການສອນຢູ່ໃນສະຖານສຶກສາ ສະບັບເລກທີ 379/ສສກ, ລົງວັນທີ 23 ມີນາ 2020.

ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງທ່ານ ຊາບວ່າ: ເພື່ອຮັບປະກັນໃຫ້ ແກ່ການຮຽນ-ການສອນໃນໂຮງຮຽນສາມັນສຶກສາ ມີຄວາມຕໍ່ເນື່ອງ ແລະ ມີຄຸນນະພາບ ໃນໄລຍະພັກຮຽນຊົ່ວຄາວ) ວັນທີ 19 ມີນາ 2020 ເຖິງ ວັນທີ 21 ເມສາ 2020 ເຊິ່ງເປັນໄລຍະໃຫ້ພັກຮຽນຊົ່ວຄາວເພື່ອການປ້ອງກັນ ການ ລະບາດຂອງພະຍາດອັກເສບປອດອັນເນື່ອງຈາກເຊື້ອຈຸລະໂລກສາຍພັນໃຫມ່ໂຄວິດ-19 ທີ່ກໍາລັງລະບາດໃນພາກພື້ນ ແລະ ແຜ່ຂະຫຍາຍຫຼາຍປະເທດໃນໂລກ.

ດັ່ງນັ້ນ, ຈື່ງໄດ້ແຈ້ງມາຍັງ ທ່ານຫົວຫນ້າພະແນກສຶກສາທິການ ແລະ ກິລາ: ແຂວງ, ນະຄອນຫຼວງ, ເພື່ອແຈ້ງການເຖິງຫ້ອງການສຶກສາທິການ ແລະ ກິລາເມືອງ, ໂຮງຮຽນສາມັນສຶກສາທຸກແຫ່ງ ໃຫ້ແນະນໍາຄູ, ພະນັກງານມາປະຈໍາການ ແລະ ປະຕິບັດຫນ້າທີ່ປົກກະຕິ ລາຍລະອຽດດັ່ງລຸ່ມນີ້:

1 ຄູມອບວຽກບ້ານໃຫ້ແກ່ນັກຮຽນເພື່ອສືບຕໍ່ຮຽນຢູ່ບ້ານ ພ້ອມທັງແກ້ຂໍ້ຂ້ອງໃຈໃຫ້ນັກຮຽນ ໂດຍຜ່ານຊ່ອງທາງການ ສື່ສານຕ່າງໆເປັນຕົ້ນ ທາງອອນລາຍ ເຊັ່ນ: ວອດແອບWhatsApp, ; ວີແຊດ WeChat, ລາຍ Line, ແມກເຊັນເຈີ Messenger, Facebook Group, YouTube, Google Classroom, ຣື ແອັບພຣີເຄຊັ້ນອື່ນໆ.

2 ຄູແນະນໍາໃຫ້ນັກຮຽນຕິດຕາມລາຍການສຶກສາໃຫມ່ທີ່ອອກອາກາດທາງໂທລະພາບແຫ່ງຊາດລາວ ຊ່ອງ 1 ໃນວັນພຸດ ເວລາ 8:15 ໂມງ ຫາ 8:45 ໂມງ ແລະ ວັນເສົາ ເວລາ 17:25 ໂມງ ຫາ 17:55 ໂມງ. ລາຍການສຶກສາ-ກິລາ ທີ່ ອອກອາກາດທາງໂທລະພາບແຫ່ງຊາດລາວ ຊ່ອງ 1 ໃນວັນອັງຄານ ເວລາ 8:45 ໂມງ ແລະ 17:45 ໂມງ. ຕິດຕາມທາງເຟສບຸກ:Edu-sport TV online

3 ຄູແຕ່ລະວິຊາຈັດຕັ້ງສໍາມະນາດ້ານວິຊາສະເພາະ, ຖອດຖອນບົດຮຽນການສິດສອນ, ແຕ່ງບົດສອນ, ຜະລິດອຸປະກອນ ຄືການຮຽນ-ການສອນ.

4 ຄູສຶກສານິເທດ, ຄູວິຊາການກຸ່ມໂຮງຮຽນລົງຊຸກຍູ້, ຊ່ວຍເຫຼືອດ້ານວິຊາການແກ່ຄູສອນໃນໂຮງຮຽນ.

5 ຄູ, ພະນັກງານໃຫ້ຈັດຕັ້ງກັນສ້ອມແປງ, ບູລະນະອາຄານຮຽນ, ຫ້ອງຮຽນ, ຈັດຕັ້ງການອອກແຮງງານ, ປະດັບປະດາ ແລະ ອະນາໄມໃນຂອບເຂດໂຮງຮຽນຂອງຕົນ.

6 ຄູ, ພະນັກງານທີ່ຄຸ້ມຄອງຫໍພັກນັກຮຽນວາງມາດຕະການເຂັ້ມງວດຕໍ່ການເຂົ້າ-ອອກຫໍພັກຂອງນັກຮຽນ ແລະ ການເດີນທາງມາຢ້ຽມຢາມຂອງຫມູ່ເພື່ອນພາຍນອກຫໍພັກ.

7 ຜູ້ບໍລິຫານໂຮງຮຽນ, ຄູສົມທົບກັບຄະນະພັດທະນາການສຶກສາຂັ້ນບ້ານ ແລະ ສະມາຄົມພໍ່ແມ່ນັກຮຽນເພື່ອແນະນໍາ ໃຫ້ພໍ່ ແມ່ ຜູ້ປົກຄອງນັກຮຽນຄຸ້ມຄອງລູກ-ຫຼານຂອງຕົນ ໃຫ້ພັກຜ່ອນ, ຄົ້ນຄວ້າຮໍ່າຮຽນຢູ່ບ້ານ, ໃຫ້ປະຕິບັດມາດ ຕະການປ້ອງກັນພະຍາດລະບາດຈາກເຊື້ອຈຸລະໂລກສາຍພັນໃຫມ່ C0VID-19 ຢ່າງເຂັ້ມງວດ, ບໍ່ໃຫ້ໄປທ່ອງທ່ຽວ ຫຼື ເຄື່ອນໄຫວກິດຈະກໍາອື່ນທີ່ມີຈໍານວນຄົນເຂົ້າຮ່ວມຫຼາຍ.

8 ຜູ້ບໍລິຫານໂຮງຮຽນຊີ້ນໍາ ນໍາພາປະຕິບັດການປ້ອງກັນເວນຍາມ ຮັກສາຄວາມສະຫງົບປອດໄພ, ປ້ອງກັນການງັດແງະ – ຂີ້ລັກ, ເຄື່ອນໄຫວວຽກງານອື່ນໆຕາມແຜນການຂອງໂຮງຮຽນ ໂດຍໃຊ້ຈໍານວນຄົນບໍ່ຫຼາຍ, ບໍ່ແອອັດເພື່ອເປັນການ – ປ້ອງກັນການລະບາດຂອງພະຍາດອັກເສບປອດອັນເນື່ອງຈາກເຊື້ອຈຸລະໂລກສາຍພັນໃຫມ່ ໂຄວິດ-19.

9 ພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງຈັດສອນກ່ຽວກັບຖານຂໍ້ມູນ ແລະ ການນໍາໃຊ້ທະບຽນສອບເສັງຈົບຊັ້ນສາມັນສຶກສາໃຫ້ແກ່ພະນັກງານວິຊາການຫ້ອງການສຶກສາທິການ ແລະ ກີລາເມືອງ, ໂຮງຮຽນ.

10 ພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ, ຫ້ອງການສຶກສາທິການ ແລະ ກິລາເມືອງລົງ ຕິດຕາມ, ກວດກາການປະຕິບັດຫນ້າທີ່ຂອງຄູ, ພະນັກງານໃນໂຮງຮຽນ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ຢ່າງມີແຜນການ ແລະ ຕິດຕາມກວດກາເປັນປົກກະຕິ.