ລັດຖະບານ​ຫວຽດນາມ  ຈະຊ່ວຍອຸປະກອນ​ການ​ແພດ​​ແກ່ ສປປ ລາວ ​ ແລະພ້ອມສົ່ງຜູ້ຊ່ຽວຊານທາງສາທາລະນະສຸກ ເຂົ້າຊ່ວຍສະກັດກັ້ນການແຜ່ລະບາດໂຄວິດ-19

287

ມາຮອດວັນທີ 26 ມີນາ 2020 ສປປລາວ ພົບຜູ້ດເຊື້ອໂຄວິດ-19ຈຳນວນ6 ຄົນ. ຂະນະທີ່ລັດຖະບານກໍໄດ້ອອກຫຼາຍມາດຕະການເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດຮ່້າຍໃນຄັ້ງນີ້. ພ້ອມຮຽກຮ້ອງໃຫ້ທົ່ວສັງຄົມປະຕິບັດຕາມມາດຕະການຕ່າງໆທີ່ຄະນະສະເພາະກິດກຳນົດອອກຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບສູງ.

ຫຼ້າສຸດອີງຕາມການລາຍງານຂອງVOV5 ຂອງຫວຽດນາມໃຫ້ຮູ້ວ່າ: ຕອນບ່າຍວັນທີ 26 ມີນາຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານທອງລຸນ ສີສຸລິດນາຍົກລັດຖະມົນຕີແຫ່ງສປປລາວ ແລະ ທ່ານນາຍົກລັດຖະມົນຕີກໍາປູເຈຍ ສົມເດັດ ຮຸນເຊັນ ກ່ຽວກັບການສົມທົບລະຫວ່າງຫວຽດນາມ ກັບ ລາວ ແລະ ກໍາປູເຈຍ ໃນການຮັບມືກັບໂລກລະບາດ ໂຄວິດ – 19.

ໃນການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກເຖິງການສົມທົບ ແລະ ໜູນຊ່ວຍເຊິ່ງກັນແລະກັນ ລະຫວ່າງບັນດາປະເທດໃນສະພາບເກີດພະຍາດລະບາດໂຄວິດ – 19 ແມ່ນມີຄວາມຈໍາເປັນ ແລະ ມີຄວາມໝາຍ.

ບົນຈິດໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ລະຫວ່າງສາມປະເທດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ແຈ້ງໃຫ້ຊາບວ່າ ລັດຖະບານຫວຽດນາມ ຕົກລົງໜູນຊ່ວຍລັດຖະບານ ລາວ ແລະ ລັດຖະບານກໍາປູເຈຍ ບັນດາອຸປະກອນການແພດທີ່ຈໍາເປັນ ດ້ວຍມູນຄ່າ 100.000 ໂດລາສະຫະລັດ ໃຫ້ແກ່ແຕ່ລະປະເທດ. ພ້ອມທັງຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສົ່ງຜູ້ຊ່ຽວຊານທາງສາທາລະນະສຸກໄປໜູນຊ່ວຍສອງປະເທດດັ່ງກ່າວ ແລະ ແບ່ງປັນບົດຮຽນໃນການປ້ອງກັນ ແລະ ສະກັດກັ້ນພະຍາດລະບາດ.