ບ້ານພູງູ ເປັນບ້ານວັດທະນະທຳແຫ່ງທີ 2 ຂອງເມືອງຮົ່ມ

252

ພິທີປະກາດຮັບຮອງເອົາບ້ານພູງູ ເມືອງຮົ່ມ ແຂວງໄຊສົມບູນ ເປັນບ້ານວັດທະນະທຳແຫ່ງທີ 2 ໄດ້ຈັດຂຶ້ນໃນວັນທີ 24 ມີນາຜ່ານມາ ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາເພັດ ດວງມາລາ ຮັກສາການເຈົ້າເມືອງຮົ່ມ, ມີ ທ່ານ ທົງສະຫວັນ ໂພສະລາດ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ແລະ ທ່ານ ເຢີເຮີ ຢົງຢົວ ນາຍບ້ານພູງູ, ມີຫ້ອງການ ຖວທ ເມືອງຮົ່ມ ພ້ອມດ້ວຍຫ້ອງການອ້ອມຂ້າງພາຍໃນເມືອງ, ອຳນາດການປົກຄອງບ້ານພູງູ ແລະ ແຂກຖືກເຊີນ, ຕະຫຼອດຮອດພໍ່ແມ່ປະຊົນພາຍໃນບ້ານເຂົ້າຮ່ວມ.

ທ່ານ ເຢີເຮີ ຢົງຢົວ ນາຍບ້ານພູງູ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈຳປີ 2019 ແລະ ທິດທາງແຜນການ ປີ 2020 ເຊິ່ງບ້ານພູງູ ມີເນື້ອທີ່ສ່ວນໃຫຍ່ເປັນເຂດພູດອຍ ປະກອບມີ 49 ຄອບຄົວ, ມີປະຊາກອນທັງໝົດ 368 ຄົນ ຍິງ 171 ຄົນ, ມີ 3 ໜ່ວຍສາມັກຄີ, ມີ 2 ເຜົ່າອາໄສຢູ່ຮ່ວມກັນ ຄື: ເຜົ່າກຶມມຸ ແລະ ເຜົ່າມົ້ງ, ມີເສັ້ນທາງເຂົ້າເຖິງບ້ານ ສາມາດທຽວໄດ້ຕະຫຼອດປີ, ໄດ້ໃຊ້ໄຟຟ້າທຸກຄອບຄົວ, ມີລະບົບນໍ້າລິນໃຊ້ຕະຫຼອດປີ ແລະ ມີອົງການຈັດຕັ້ງຄົບຊຸດ, ປະຊາຊົນພາຍໃນບ້ານເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ – ລັດ, ມີມູນເຊື້ອດຸໝັ່ນຂະຫຍັນພຽນ, ປະຊາຊົນສ່ວນຫຼາຍມີອາຊີບປູກຝັງ – ລ້ຽງສັດເປັນອາຊີບຕົ້ນຕໍ ເພື່ອຜະລິດເປັນສິນຄ້າສ້າງລາຍຮັບໃຫ້ແກ່ຄອບຄົວ.

ທົ່ວບ້ານມີເນື້ອທີ່ນາທັງໝົດ 4 ເຮັກຕາ, ຜົນຜະລິດໄດ້ 3 ໂຕນຕໍ່ເຮັກຕາ, ເນື້ອທີ່ໄຮ່ 20 ເຮັກຕາ, ຜົນຜະລິດ 52.360 ໂຕນຕໍ່ປີ, ເນື້ອທີ່ປູກມັນຕົ້ນ 5 ເຮັກຕາ, ເນື້ອທີ່ປູກຢາງພາລາ 5 ເຮັກຕາ, ມີງົວ 470 ໂຕ, ໝູ 38 ໂຕ, ສັດປີກ 1.510 ໂຕ, ມີໜອງປາ 1 ໜອງ ສາມາດຂາຍປາໄດ້ 5 ລ້ານກີບຕໍ່ປີ ລວມລາຍຮັບຂອງປະຊາຊົນທັງໝົດ 200 ລ້ານກີບຕໍ່ປີ, ສະເລ່ຍໃສ່ຫົວຄົນໄດ້ 3.500.000 ກີບຕໍ່ຄົນຕໍ່ປີ.

ຜ່ານການປະເມີນຜົນຂອງຄະນະຮັບຜິດຊອບການສ້າງ ຄອບຄົວ ແລະ ບ້ານວັດທະນະທຳຂອງເມືອງ ໂດຍສົມທົບກັບອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ໂດຍອີງໃສ່ 5 ມາດຖານເງື່ອນໄຂ ເຫັນວ່າມີເງື່ອນໄຂຄົບຖ້ວນ. ສະນັ້ນ, ເມືອງຮົ່ມ ຈຶ່ງໄດ້ຈັດພິທີຮັບຮອງເອົາບ້ານພູງູ ເປັນບ້ານວັດທະນະທຳ ແຫ່ງທີ 2 ຂອງເມືອງ. ຈາກນັ້ນ, ໄດ້ພິທີມອບໃບຢັ້ງຢືນໃຫ້ແກ່ຄອບຄົວວັດທະນະທຳ ໂດຍການມອບຂອງ ທ່ານ ທົງສະຫວັນ ໂພສະລາດ ຮອງຫົວໜ້າພະແນກ ຖວທ ແຂວງ. ພ້ອມນີ້, ທ່ານ ຄຳເພັດ ດວງມາລາ ໄດ້ມອບໃບຢັ້ງຢືນໃຫ້ນາຍບ້ານພູງູ ເປັນບ້ານວັດທະນະທຳຢ່າງເປັນທາງການ.