ທະນາຄານເອັສທີ ຂະຫຍາຍເວລາຜ່ອນຊຳລະໃຫ້ລູກຄ້າ

316

ທະນາຄານເອັສທີ ໄດ້ມີມາດຕະການຊ່ວຍແບ່ງເບົາໃຫ້ລູກຄ້າຂອງທະນາຄານທີ່ຂາດສະພາບຄ່ອງ ດ້ວຍການຂະຫຍາຍເວລາການຜ່ອນຊໍາລະ, ການປັບແຜນຊໍາລະ ແລະ ຊ່ວຍແນະນໍາທາງດ້ານການບໍລິຫານການເງິນ ລວມທັງຈະໃຫ້ບໍລິການສິນເຊື່ອພິເສດເພື່ອໃຫ້ລູກຄ້າຜ່າວິກິດໂຄວິດ – 19.
ອີງຕາມແຈ້ງການຂອງທະນາຄານເອັສທີ ຈໍາກັດ ສະບັບເລກທີ 353/ທອທ ລົງວັນທີ 25 ມີນາ 2020 ເລື່ອງ: ມາດຕະການຊ່ວຍເຫຼືອແບ່ງເບົາລູກຄ້າທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ – 19.

ພາບປະກອບຂ່າວ

ເນື່ອງຈາກປັດຈຸບັນສະພາບການລະບາດຂອງພະຍາດອັກເສບປອດ ອັນເນື່ອງມາຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ – 19 ໃນຫຼາຍໆປະເທດທົ່ວໂລກ ໄດ້ຂະຫຍາຍເປັນວົງ ກວ້າງ, ສືບຕໍ່ມີກໍລະນີຜູ້ຕິດເຊື້ອໃນແຕ່ລະວັນ ແລະ ມີຜູ້ເສຍຊີວິດເພີ່ມຂຶ້ນ, ເວົ້າລວມ ເວົ້າສະເພາະ ສປປ ລາວ ພວກເຮົາ ກໍໄດ້ເລີ່ມມີຜູ້ຕິດເຊື້ອຈາກພະຍາດດັ່ງກ່າວແລ້ວ ເຊິ່ງໄດ້ສ້າງຜົນກະທົບໂດຍທາງກົງ ແລະ ທາງອ້ອມຕໍ່ ສປປ ລາວ ພວກເຮົາ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດຢ່າງຫຼວງຫຼາຍ.

ປັດຈຸບັນໜ່ວຍງານຂອງລັດທີ່ກ່ຽວຂ້ອງກໍໄດ້ມີຄໍາສັ່ງ, ລະບຽບການ, ຄໍາແນະນໍາ ແລະ ແຈ້ງການຕ່າງໆໃນການຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂພະຍາດດັ່ງກ່າວ ເພື່ອໃຫ້ປວງຊົນລາວທັງຊາດເຝົ້າລະວັງ ແລະ ປ້ອງກັນຕົນເອງຢ່າງເຂັ້ມງວດ ເຊິ່ງພວກເຮົາເຊື່ອວ່າໃນໄລຍະນີ້ຫຼາຍໆທ່ານຄົງຈະມີຄວາມວິຕົກກັງວົນໃຈຫຼາຍ ກ່ຽວກັບການແຜ່ລະບາດຂອງພະຍາດໂຄ ວິດ – 19.

ພາບປະກອບຂ່າວ

ດັ່ງນັ້ນ, ທະນາຄານເອັສທີ ຈໍາກັດ ຂໍສົ່ງມອບຄວາມຫ່ວງໄຍຕໍ່ກັບບັນດາລູກຄ້າຂອງພວກເຮົາ ແລະ ປະຊາຊົນທຸກທ່ານ; ທາງທະນາຄານຂໍຢືນຢັນວ່າ ພວກເຮົາແມ່ນໃຫ້ຄວາມສໍາຄັນເປັນຢ່າງຍິ່ງຕໍ່ກັບຜົນກະທົບຂອງໂລກລະບາດໂຄວິດ – 19 ແລະ ຕິດຕາມສະຖານະການຢ່າງໃກ້ຊິດ ພ້ອມກັບໄດ້ມີການວາງແຜນມາດຕະການເພື່ອຮັບມືກັບຜົນທະທົບໃນທຸກໆດ້ານຢ່າງເຄັ່ງຄັດທີ່ສໍາຄັນພວກເຮົາຍັງມີຄວາມຫ່ວງໄຍ, ໃສ່ໃຈຕໍ່ຜູ້ທີ່ໄດ້ຮັບຜົນກະທົບທາງທຸລະກິດ ແລະ ຄວາມເປັນຢູ່ຂອງປະຊາຊົນ, ພວກເຮົາຈຶ່ງໄດ້ມີການວາງແຜນຊ່ວຍແບ່ງເບົາດ້ວຍການບໍລິການ ແລະ ປະຕິບັດການພິເສດ ເພື່ອໃຫ້ທຸກທ່ານໄດ້ປະໂຫຍດ ແລະ ຫຼຸດຜ່ອນພາລະໃຫ້ຫຼາຍທີ່ສຸດ ໂດຍມີລາຍລະອຽດດັ່ງນີ້:

ພາບປະກອບຂ່າວ

1 ໃຫ້ບໍລິການສິນເຊື່ອພິເສດກັບລູກຄ້າປັດຈຸບັນຂອງທະນາຄານ ເພື່ອຊ່ວຍໃຫ້ທ່ານສາມາດຜ່ານໄລຍະນີ້ໄປໄດ້ດ້ວຍດີ.

2 ມາດຕະການຊ່ວຍແບ່ງເບົາໃຫ້ລູກຄ້າຂອງທະນາຄານທີ່ຂາດສະພາບຄ່ອງ ດ້ວຍການຂະຫຍາຍເວລາການຜ່ອນຊໍາລະ, ການປັບແຜນຊໍາລະ ແລະ ຊ່ວຍແນະນໍາທາງດ້ານການບໍລິຫານການເງິນໃຫ້ແກ່ທ່ານ.

ເຖິງແມ່ນວ່າສະຖານະການໂລກໃນຕອນນີ້ອາດຈະບໍ່ແນ່ນອນ ໃນນາມຜູ້ບໍລິຫານທະນາຄານເອັສທີ ຈໍາກັດ ຂໍໃຫ້ລູກຄ້າທຸກທ່ານໝັ້ນໃຈ ແລະ ພວກເຮົາຈະຢືນຄຽງຂ້າງທ່ານດ້ວຍ ຄວາມຫ່ວງໄຍ ໃສ່ໃຈສະເໝີ ແລະ ທີ່ສໍາຄັນ ຂໍໃຫ້ທຸກທ່ານປອດໄພ ແລະ ຂ້າມຜ່ານທຸກອຸປະສັກໄປດ້ວຍກັນ.