ຜູ້ຕິດເຊື້ອໂຄວິດໃໝ່ລ້ວນມາຈາກກໍລະນີສຳຜັດທັງໝົດ, ຝາກທຸກຄົນມີສະຕິຫຼາຍຂຶ້ນ

227

ກະຊວງສາທາລະນະສຸກລາຍງານພົບຜູ້ຕິດເຊື້ອໂຄ ວິດ – 19 ເພີ່ມອີກ 3 ຄົນ ໃນນີ້ 2 ກໍລະນີ ຢູ່ຫຼວງພະບາງ ແລະ 1 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ເຮັດໃຫ້ຍອດລວມຮອດວັນທີ 26 ມີນາ 2020 ມີທັງໝົດ 6 ຄົນ.

ວັນທີ 26 ມີນາ 2020 ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ – 19 ຢູ່ໃນ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈຳການຄະນະສະເພາະກິດຄວບຄຸມພະຍາດໂຄວິດ – 19 ພ້ອມດ້ວຍຄະນະ ແລະ ມີບັນດາສື່ມວນຊົນເຂົ້າຮ່ວມ.

 width=

ທ່ານ ຮສ. ດຣ. ພູທອນ ເມືອງປາກ ກ່າວວ່າ: ການເຝົ້າລະວັງການລະບາດຂອງພະຍາດໂຄວິດ – 19 ໃນ ສປປ ລາວ ຮອດເວລາ 17:00 ໂມງ ຂອງວັນທີ 25 ມີນາ 2020 ມີຜູ້ເດີນທາງເຂົ້າດ່ານຊາຍແດນ ແລະ ສະໜາມບິນສາກົນ ທັງໝົດ 6.632 ຄົນ ( ຜ່ານສະໜາມບິນ 170 ຄົນ, ຜ່ານດ່ານຊາຍແດນ 6.462 ຄົນ. ໃນນີ້, ຜ່ານດ່ານຊາຍແດນ ລາວ – ໄທ 5.354 ຄົນ ) ຜ່ານການກວດອຸນຫະພູມຢູ່ຕາມດ່ານກວດຄົນເຂົ້າເມືອງພົບວ່າບໍ່ມີໃຜເປັນໄຂ້ ພ້ອມໄດ້ແນະນຳ ແລະ ຢາຍຄູ່ມືປະຕິບັດການຈຳກັດບໍລິເວນຕົນເອງໃຫ້ຄົບ 14 ວັນ ຕາມການແຈ້ງການຂອງຄະນະສະເພາະກິດທີ່ໄດ້ວາງອອກຢ່າງເຂັ້ມງວດ.

 width=

ດ້ານການກວດວິເຄາະຫາເຊື້ອໃນວັນທີ 25 ມີນາ ທັງໝົດ 33 ກໍລະນີ ຜົນອອກມາ 30 ກໍລະນີແມ່ນບໍ່ພົບເຊື້ອ ແລະ ພົບຕິດເຊື້ອ 3 ກໍລະນີ ເຊິ່ງ 2 ກໍລະນີ ແມ່ນມາຈາກ ແຂວງ ຫຼວງພະບາງ ໂດຍໄດ້ສຳຜັດ ແລະ ໃກ້ຊິດກັບຜູ້ຕິດເຊື້ອ ( ຍິງ ) ກໍລະນີທີ 1 ທີ່ເປັນພະນັກງານນຳທ່ຽວ ຄື:

1 ເປັນເພດຊາຍ ອາຍຸ 42 ປີ ຢູ່ບ້ານປ່ອງຄຳ ນະຄອນຫຼວງພະບາງ ແຂວງ ຫຼວງພະບາງ ເປັນຄົນຂັບລົດໃຫ້ແກ່ກຸ່ມທ່ອງທ່ຽວ.

2 ເປັນເພດຊາຍ ອາຍຸ 52 ປີ ຢູ່ບ້ານວິຊຸນ ນະຄອນຫຼວງພະບາງ ເປັນຄົນຂັບລົດໃຫ້ແກ່ກຸ່ມທ່ອງທ່ຽວ.

3 ເປັນເພດຊາຍ ອາຍຸ 41 ປີ ຢູ່ບ້ານຈຳປາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຕິດຈາກການເປັນຜູ້ສຳຜັດ ແລະ ໃກ້ຊິດກັບກໍລະນີຕິດເຊື້ອ ຊາຍຜູ້ທີ 3 ( ນັກທຸລະກິດ ).

ມາຮອດປັດຈຸບັນເຮັດໃຫ້ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ – 19 ໃນ ສປປ ລາວ ເປັນ 6 ກໍລະນີ ຈາກການກວດວິເຄາະຫາເຊື້ອທັງໝົດ 181 ກໍລະນີ. ພ້ອມນີ້, ຍັງໄດ້ຄົ້ນຫາຜູ້ໃກ້ຊິດ ແລະ ສຳຜັດຜູ້ຕິດເຊື້ອທັງໝົດ 189 ຄົນ.

 width=

ຄຽງຄູ່ກັນນັ້ນ, ກະຊວງສາທາລະນະສຸກໄດ້ແນະນຳໃຫ້ຜູ້ໃກ້ຊິດທີ່ສຳຜັດກັບກໍລະນີຜູ້ຕິດເຊື້ອທັງໝົດ ແຈ້ງໃຫ້ພາກສ່ວນກ່ຽວຂ້ອງ ແລະ ອຳນາດການປົກຄອງຊ່ວຍຕິດຕາມ ແນະນຳໃຫ້ປະຕິບັດມາດຕະການຈຳກັດບໍລິເວນຕົນເອງຢ່າງເຂັ້ມງວດ, ລາຍງານຂໍຄຳແນະນຳຈາກສາຍດ່ວນ 166 ຖ້າຫາກມີອາການຜິດປົກກະຕິ.

 width=

ສ່ວນການຕິດຕາມແຮງງານລາວມາຈາກປະເທດໄທ ມາຮອດປັດຈຸບັນມີ 18 ຄົນ ທີ່ມາອາການໄຂ້ ຈຶ່ງໄດ້ເກັບຕົວຢ່າງມາກວດແຕ່ບໍ່ພົບເຊື້ອ ແລະ ຂໍໃຫ້ອຳນາດການປົກຄອງສືບຕໍ່ເປັນເຈົ້າການຕິດຕາມ, ອຳນວຍຄວາມສະດວກໃຫ້ແກ່ແຮງງານລາວມາຈາກໄທຢູ່ທ້ອງຖິ່ນຂອງຕົນໄດ້ປະຕິບັດມາດຕະການຈຳກັດຕົນເອງຢ່າງເຄັ່ງຄັດ ຕາມແຈ້ງການຂອງຄະນະສະເພາະກິດ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ.

ໃນຂະນະທີ່ສະຖານະການລະບາດພະຍາດໂຄວິດ – 19 ໃນທົ່ວໂລກ ມາຮອດວັນທີ 26 ມີນາ 2020 ເວລາ 15:20 ໂມງ ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ທົ່ວໂລກມີຜູ້ຕິດເຊື້ອທັງໝົດ 472.109 ຄົນ ( ເພີ່ມຂຶ້ນ 46.616 ຄົນ ), ເສຍຊີວິດ 21.308 ຄົນ ( ເພີ່ມຂຶ້ນ 5.679 ຄົນ ) ແລະ ປິ່ນປົວດີ 114.870 ຄົນ ( ເພີ່ມຂຶ້ນ 2.345 ຄົນ ).