ຄວາມຮັກໃນດົນຕີ ແລະ ການສະແດງເຮັດໃຫ້ ໜຸ່ມເພັດ ກ້າວມາຮອດຈຸດນີ້

85

ດົນຕີ ແລະ ສຽງເພງເປັນສິ່ງທີ່ ໜຸ່ມເພັດ ຫຼົງຮັກມາຕະຫຼອດຕອນເດັກນ້ອຍກໍມັກຟັງເພງ ພ້ອມທັງຄວາມຝັນມາແຕ່ນ້ອຍຄືຢາກມີຜົນງານເພງເປັນຂອງຕົນເອງໃນຊີວິດ ເຊິ່ງນັ້ນກາຍເປັນແຮງບັນດານໃຈໃຫ້ ໜຸ່ມເພັດ ກ້າວມາຮອດຈຸດໆນີ້ເພື່ອສ້າງຄວາມຝັນນັ້ນໃຫ້ເປັນ ຄວາມຈິງ.

ທ້າວ ຄູນເພັດ ທະລັງສີ ຫຼື ເພັດ ທູນາຍ ( Phet 2.9 ) ໃຫ້ສໍາພາດວ່າ: ປັດຈຸບັນຢູ່ເມືອງພຽງ ແຂວງໄຊຍະບູລີ ກ່ອນອື່ນໝົດຕ້ອງຂໍຂອບໃຈທຸກຄົນທີ່ເປັນກຳລັງໃຈໃຫ້ແຮງຊຸກຍູ້ມາຕະຫຼອດ ແລະ ດີໃຈທີ່ໄດ້ຮູ້ຈັກ ໜຸ່ມໂຊນ່ານ ແຈັກແກັດ ທີ່ອຳນວຍຄວາມສະດວກພ້ອມໃຫ້ຄຳປຶກສາ ລວມທັງຫ້ອງອັດ, ອາຈານ ບຸນມະນີ ທີ່ເຮັດໃຫ້ມີຜົນງານເພງດີໆອອກມາໃຫ້ແຟນເພງໄດ້ຮັບຟັງ.

ຜົນງານເພງທໍາອິດທີ່ຕົນເອງໄດ້ປ່ອຍອອກມາໃຫ້ໄດ້ຟັງຄືເພງ “ ຄົນລະຄົນ ” ແຕ່ງໂດຍ ອຸ້ຍ ສຸພາພອນ ແລະ ຕໍ່ມາກໍຄືເພງ “ ໜາມແທງໃຈ ” ເຊິ່ງເປັນເພງທີ່ຕົນເອງແຕ່ງອອກມາຈາກຊີວິດຈິງທີ່ສະທ້ອນເຖິງຄວາມຮັກຂອງໝູ່ຄົນໜຶ່ງທີ່ຜິດຫວັງກັບຄົນທີ່ລາວຮັກສຸດຫົວໃຈ ເພງນີ້ແຕ່ງໃນປີ 2010 ເປັນເວລາ 10 ປີ ເຕັມໆຈຶ່ງມີໂອກາດໄດ້ນໍາມາຮ້ອງ.

ເພງ “ ໜາມແທງໃຈ ” ເວົ້າເຖິງຄວາມຮັກຂອງຄົນ 2 ຄົນ ທີ່ເຄີຍມີສິ່ງດີໆຕໍ່ກັນເຄີຍຮ່ວມທຸກຮ່ວມສຸກຮັກກັນຈົນຄິດວ່າຈະບໍ່ມີສິ່ງໃດມາປ່ຽນແປງ ແຕ່ສຸດທ້າຍແລ້ວເມື່ອມີມືທີ 3 ເຂົ້າມາແຍກຄວາມຮັກຂອງທັງ 2 ຈຶ່ງເຮັດໃຫ້ຮັກນັ້ນພັງທະລາຍ. ຄົນທີ່ຖືກຖິ້ມຈຳໃຈຕ້ອງປ່ອຍມືເພື່ອໃຫ້ຄົນທີ່ຮັກໄດ້ສົມຫວັງກັບຄົນທີ່ເຂົາຄິດວ່າດີ ຄວາມຮັກທີ່ເຄີຍຫວານຕ້ອງກາຍເປັນ “ ໜາມແທງໃຈ ” ໄປຕະຫຼອດ.

ສຳລັບເພງ “ ໜາມແທງ   ໃຈ ” ສາມາດຕິດຕາມທາງ Youtube: Toeng studio ແລະ ຊ່ອງ Youtube: Phet’2.9 ທູນາຍ ພ້ອມທັງສາມາດຕິດຕາມການເຄື່ອນໄຫວ          ຫຼື ກິດຈະກຳຕ່າງໆໄດ້ທາງ Facebook ສ່ວນຕົວ: Khounphet thalungsi.

ສຸດທ້າຍຂອບໃຈທຸກໆກໍາລັງໃຈທີ່ສົ່ງເສີມຜົນງານເພງລາວ ແລະ ຈະສ້າງຜົນງານເພງໃໝ່ໆອອກມາເລື້ອຍໆໃນໄວໆນີ້ກໍຈະປ່ອຍເພງໃໝ່ອອກມາໃຫ້ໄດ້ຟັງ. ສຳລັບໄລຍະນີ້ເນື່ອງຈາກການລະບາດຂອງພະຍາດໂຄວິດ – 19 ຂໍໃຫ້ທຸກໆຄົນຮ່ວມແຮງຮ່ວມໃຈປ້ອງກັນປະຕິບັດມາດຕະການຂອງຄະນະສະເພາະກິດຢ່າງເຂັ້ງງວດ ເພື່ອພ້ອມກັນຜ່ານພົ້ນວິກິດຮ້າຍແຮງນີ້ຢ່າງປອດໄພ .

[ ຂ່າວ: ນຸ້ມນິ້ມ; ຮູບ: ໂຊນ່ານ ແຈັກແກັດ ]