ນ້ຳປັ່ນຖຸລຽນ

121

ເນື່ອງຈາກວ່າຖຸຸລຽນເປັນໝາກໄມ້ທີ່ມີນ້ຳຕານສູງ ແລະ ຍັງອຸດົມໄປດ້ວຍໄຂມັນ. ສະນັ້ນ, ໝາກໄມ້ຊະນິດນີ້ຈຶ່ງບໍ່ເໝາະສົມກັບຜູ້ທີ່ເປັນພະຍາດເບົາຫວານ ເພາະຖ້າກິນເຂົ້າໄປອາດຈະເຮັດໃຫ້ລະດັບນ້ຳຕານໃນເລືອດເພີ່ມຂຶ້ນສູງເຮັດໃຫ້ຮູ້ສຶກບໍ່ສະບາຍຕົວ ຫຼື ອາດເກີດອາການຮ້ອນໃນຮ່ວມນຳ. ສ່ວນບຸກຄົນທຳມະດາທີ່ບໍ່ໄດ້ເປັນພະຍາດກໍຕ້ອງບໍລິໂພກໃນປະລິມານທີ່ເໝາະສົມ ແລະ ແມ່ຖືພາກໍຄວນລະວັງ ຖ້າບໍລິໂພກຫຼາຍອາດເຮັດໃຫ້ເກີດພະຍາດຄວາມດັນເລືອດລະຫວ່າງຖືພາໄດ້ ທີ່ສຳຄັນແມ່ນບໍ່ຄວນກິນຖຸລຽນຮ່ວມກັບເຄື່ອງດື່ມແອລກໍຮໍ ແລະ ກາເຟ ເພາະເປັນປະເພດຮ້ອນທັງສອງຈຶ່ງອາດເກີດອັນຕະລາຍ

ສ່ວນປະສົມ:

1 ຖຸລຽນ 2 ຖ້ວຍນ້ອຍ.

2 ນົມສົດ 1 – 2 ຖ້ວຍນ້ອຍ.

3 ນ້ຳເຜິ້ງ 1 – 2 ບ່ວງແກງ.

4 ນ້ຳກ້ອນ 1 ຖ້ວຍນ້ອຍ.

ວິທີປັ່ນ:

ນຳສ່ວນປະສົມທຸກຢ່າງໃສ່ເຄື່ອງປັ່ນແລ້ວປັ່ນໃຫ້ລະອຽດຈົນເປັນເນື້ອດຽວກັນ ( ກໍລະນີມັກຫວານກໍສາມາດຕື່ມນົມຂຸ້ນຫວານໃສ່ໄດ້ ເພື່ອໃຫ້ໄດ້ລົດຊາດທີ່ຫວານເຂັ້ມ ). ເມື່ອປັ່ນຮຽບຮ້ອຍແລ້ວກໍເອົາຖອກໃສ່ຈອກແຕ່ງຈອກດ້ວຍໃບມິ້ນ ຫຼື ນວນຖຸລຽນເພີ່ມຕື່ມໄດ້ ເທົ່ານີ້ກໍພ້ອມເສີບ.

( ຂໍ້ມູນຈາກ: cooking.kapook.com )

[ ຮຽບຮຽງ: ນຸ້ມນິ້ມ ]