ນາຍົກ ລົງເຄື່ອນໄຫວຕິດຕາມການເຝົ້າລະວັງ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ທີ່ແຂວງສະຫວັນນະເຂດ

99

ຕອນບ່າຍວັນທີ 26 ມີນາ 2020 ນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະສະເພາະກິດ  ໄດ້ເດີນທາງລົງຕິດຕາມສະພາບການເຝົ້າລະວັງ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ທີ່ແຂວງສະຫວັນນະເຂດ ໂດຍການຕ້ອນຮັບຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ.


ໂອກາດນີ້ທ່ານ ນາຍົກລັດຖະມົນກໍ່ໄດ້ລົງຕິດຕາມເບິ່ງແຮງງານລາວທີ່ ຂ້າມມາຈາກຝັ່ງໄທຢູ່ທີ່ດ່ານສາກົນຂົວມິດຕະພາບ 2 ສະຫວັນນະເຂດ – ມຸກດາຫານ,ຕິດຕາມເບິ່ງສູນແຍກປ່ຽວ ທີ່ທາງໂຮງໝໍແຂວງກະກຽມໄວ້ຮອງຮັບຄົນເຈັບທີ່ຕິດເຊື້ອພະຍາດໂຄວິ-19. ຈາກນັ້ນກໍ່ໄດ້ລົງເບິ່ງສູນກັກບໍລິເວນຊົ່ວຄາວທີ່ໂຮງຮຽນມັດທະຍົມສົມບູນບ້ານຊອກ ນະຄອນໄກສອນ ພົມວິຫານ ເຊິ່ງເປັນໜຶ່ງໃນສູນກັກບໍລິເວນແຮງງານລາວທີ່ເດີນທາງມາຈາກປະເທດໄທ.

ປັດຈຸບັນທົ່ວແຂວງສະຫວັນນະເຂດ ມີສູນກັກບໍລິເວນຊົ່ວຄາວທັງໝົດ 169 ແຫ່ງ ມີແຮງງານທັງໝົດ 6.182 ຄົນ. ປັດຈຸບັນຍັງມີແຮງງານລາວເດີນທາງເຂົ້າມາເລື້ອຍໆຢູ່ໃນປັດຈຸບັນອາດເຮັດໃຫ້ໂຕເລກມີການຄາດເຄື່ອນເພີ່ມຂຶ້ນອີກ.

ຕໍ່ສະພາບການດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກໍ່ໄດ້ເນັ້ນໃຫ້ການນຳຂອງແຂວງລວມທັງຄະນະສະເພາະກິດຕ້ອງໄດ້ເອົາໃນໃສ່ໃນການຈັດສັນສະຖານທີ່ຮອງຮັບໃຫ້ພຽງພໍບໍ່ໃຫ້ມີຄວາມແອອັດຈົນເກີນໄປເພື່ອຫລີກລຽງບັນຫາຄວາມສ່ຽງທີ່ຈະເກີດໃຫ້ມີການຕິດເຊື້ອ,ຫ້າມບໍ່ໃຫ້ຍາດພີ່ນ້ອງຂອງເຂົາເຈົ້າເຂົ້າມາໃກ້ຊິດຕິດແຖດກັບຜູ້ທີ່ຖືກກັກບໍລິເວນເປັນອັນຂາດ,ໝັ້ນຕິດຕາມກວດກາສຸຂະພາບ ຫຼື ວັດແທກອຸນຫະພູມຂອງເຂົາເຈົ້າຢ່າງໜ້ອຍໃຫ້ໄດ້ 2 ຄັ້ງຕໍ່ວັນ.

ພາບ-ຂ່າວ: ອັກສອນສິນ ພົມມະຈັນ, ວິທະຍຸກະຈາຍສຽງ ສະຫວັນນະເຂດ