ທະນາຄານແຫ່ງສປປລາວ ອອກຂໍ້ຕົກລົງວ່າດ້ວຍນະໂຍບາຍສິນເຊື່ອ ເພື່ອແກ້ໄຂຜົນກະທົບຈາກໂຄວິດ-19

727

ທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງ ເລກທີ 238 ທຫລ ນະຄອນຫຼວງວຽງຈັນ, ລົງວັນທີ 28 ມີນາ 2020 ວ່າດ້ວຍນະໂຍບາຍສິນເຊື່ອ ເພື່ອແກ້ໄຂຜົນກະທົບຈາກສະພາບການລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ (ໂຄວິດ-19)

ອີງໃສ່ສະພາບການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ຫລື ໂຄວິດ-19, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຕົກລົງ:
ມາດຕາ 1. ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກໍານົດນະໂຍບາຍແກ້ໄຂຜົນກະທົບຈາກພະຍາດອັກເສບປອດຈາກເຊື້ອຈຸລະໂລກ ສາຍພັນໃຫມ່ ໃຫ້ແກ່ລູກຫນີຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນ, ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ ທີ່ໄດ້ປ່ອຍກູ້ ຊຶ່ງໄດ້ຮັບ ຜົນກະທົບຈາກການລະບາດຂອງພະຍາດດັ່ງກ່າວ ໃຫ້ສາມາດສືບຕໍ່ດໍາເນີນທຸລະກິດພາຍຫຼັງການລະບາດໄດ້ ຖືກຄວບຄຸມ ຈົນກວ່າສະພາບເຂົ້າສູ່ປົກກະຕິ,

ມາດຕາ 2 ຂອບເຂດການນໍາໃຊ້

ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ ແລະ ນິຕິບຸກຄົນ ທີ່ເປັນລູກຄ້າເງິນກູ້ທີ່ໄດ້ຮັບຜົນກະທົບຈາກ ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່, ທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່ຢູ່ ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ ທີ່ໄດ້ປ່ອຍກູ້ໃຫ້ລູກຄ້າດັ່ງກ່າວ.

ມາດຕາ 3 ນະໂຍບາຍຕໍ່ລູກຄ້າເງິນກູ້

  1. ໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນ ເລື່ອນເວລາຊໍາລະຫນີ້ທັງຕົ້ນທຶນ ແລະ ດອກ ເບ້ຍ, ປັບຫຼຸດອັດຕາດອກເບ້ຍ ແລະ ຄ່າທໍານຽມໃຫ້ລູກຫນີ້ ຕາມທີ່ເຫັນວ່າເຫມາະສົມ;

  2. ສະຫນອງເງິນກູ້ບ້ວງໃຫມ່ ໃຫ້ແກ່ລູກຫນີ້ ແລະ ຜູ້ທີ່ໄດ້ຮັບຜົນກະທົບຈາກພະຍາດດັ່ງກ່າວ ເພື່ອຟື້ນ ຟູການຜະລິດ;

  3. ທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່ໄດ້ປະຕິບັດມາດຕະການຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 4 ຂອງຂໍ້ຕົກລົງສະບັບນີ້ ຈະໄດ້ຮັບນະໂຍບາຍຜ່ອນຜູ້ນຍົກເວັ້ນການປະຕິບັດຕາມ ຂໍ້ຕົກລົງວ່າດ້ວຍ ການຈັດຊັ້ນນີ້ ແລະ ການຫຼັກເງິນເຮຫນີ້ທີ່ຖືກຈັດຊັ້ນຂອງທະນາຄານທຸລະກິດ ສະບັບເລກທີ 512 ທຫລ, ລົງ ວັນທີ 29/06/2011 8, ລະບຽບວ່າດ້ວຍການຈັດຊັ້ນຫນີ້ ແລະ ຫັກເງິນແຮຫນີ້ທີ່ຖືກຈັດຊັ້ນຂອງສະຖາບັນການ ເງິນຈຸລະພາກ ສະບັບເລກທີ 02/ ທຫລ, ລົງວັນທີ 04/02/2015 ແລະ ຂໍ້ກໍານົດວ່າດ້ວຍການຄຸ້ມຄອງ ສະຫະກອນສິນເຊື່ອ ແລະ ເງິນຝາກປະຫຍັດ ສະບັບເລກທີ 03/ທຫລ, ລົງວັນທີ 20/06/2008 ດັ່ງນີ້:

( 1 ) ການຈັດຊັ້ນຫນີ້ພາຍຫຼັງການປັບປຸງໂຄງສ້າງ ແມ່ນໃຫ້ຮັກສາໄວ້ຊັ່ນເດີມ, ລູກຫນີ້ທີ່ໄດ້ຮັບຜົນ ກະທົບ ທີ່ຖືກຈັດຊັ້ນເປັນຫນີ້ຕ້ອງຮັບທວງຍາກ ແຕ່ວັນທີ 1 ມັງກອນ ປີ 2020 ເປັນຕົ້ນມາ ສາມາດຈັດຊັ້ນ ເປັນຫນີ້ທີ່ຄວນເອົາໃຈໃສ່;

(2) ການປັບປຸງໂຄງສ້າງຫນີ້ ແມ່ນສາມາດປະຕິບັດໄດ້ເກີນສອງຄັ້ງ;

(3) ທະນາຄານທຸລະກິດ ແລະ ສະຖາບັນການເງິນ ສາມາດປ່ອຍສິນເຊື່ອບ້ວງໃຫມ່ ເພື່ອເປັນທຶນ ຫມູນວຽນເສີມສະພາບຄ່ອງໃຫ້ລູກຫນີ້ທີ່ໄດ້ຮັບຜົນກະທົບ ທີ່ຖືກຈັດຊັ້ນເປັນຫນີ້ຕ້ອງຮັບທວງຍາກ ແຕ່ວັນທີ I ມັງກອນ ປີ 2020 ເປັນຕົ້ນມາ.

ມາດຕາ 4 ມາດຕະການ

ໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນ ພິຈາລະນານໍາໃຊ້ມາດຕະການຕ່າງໆ ຕໍ່ກັບລູກຫນີ້ຜູ້ ທີ່ໄດ້ຮັບຜົນກະທົບຕາມຄວາມເຫນາະສົມເປັນແຕ່ລະກໍລະນີ ແລະ ສອດຄ່ອງກັບສະພາບຕົວຈິງຂອງລູກຫນີ້ ຂອງຕົນ ແລະ ຜູ້ໄດ້ຮັບຜົນກະທົບ ລາຍລະອຽດມີດັ່ງນີ້:

  1. ປັບປຸງໂຄງສ້າງຫນີ້ຄືນໃຫມ່ໃຫ້ແກ່ລູກຫນີ້ທີ່ໄດ້ຮັບຜົນກະທົບ ໂດຍກໍານົດອາຍຸສັນຍາ ຫຼື ງວດ ຊໍາລະຕົ້ນທຶນ ແລະ ດອກເບ້ຍ, ອັດຕາດອກເບ້ຍ ຄືນໃຫມ່ ໃຫ້ສອດຄອ່ງກັບຄວາມສາມາດໃນການຊໍາລະຫນີ້ ຕົວຈີງຂອງລູກຫນີ້. ໃນນັ້ນ, ໃຫ້ມີໄລຍະເວລາປອດຫນີ້ ຕົ້ນທຶນ ແລະ ດອກເບ້ຍ ເປັນເວລາ 1 ປີ ຫຼື ຕາມການ ຕົກລົງລະຫວ່າງ ເຈົ້າຫນີ້ ແລະ ລູກຫນີ້;

  2. ສະຫນອງເງິນກູ້ບ້ວງໃຫມ່ ໃຫ້ແກ່ລູກຫນີ້ ແລະ ຜູ້ທີ່ໄດ້ຮັບຜົນກະທົບຈາກພະຍາດດັ່ງກ່າວ; 3. ມາດຕະການອື່ນໆ ທີ່ສອດຄ່ອງກັບຂໍ້ຕົກລົງສະບັບນີ້ ແລະ ນິຕິກໍາທີ່ກ່ຽວຂ້ອງ.

ມາດຕາ 5. ການຈັດຕັ້ງປະຕິບັດ

ກົມຄຸ້ມຄອງທະນາຄານທຸລະກິດ ແລະ ກົມຄຸ້ມຄອງສະຖາບັນການເງິນ ມີຫນ້າທີ່ຕິດຕາມກວດກາ ການຈັດຕັ້ງປະຕິບັດມາດຕະການທີ່ກໍານົດໃນຂໍ້ຕົກລົງສະບັບນີ້ ຂອງທະນາຄານທຸລະກິດ ແລະ ສະຖາບັນການ ເງິນ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ແລະ ສັງລວມລາຍງານສະພາບການຈັດຕັ້ງປະຕິບັດມາດຕະການທີ່ ກໍານົດ ໃຫ້ແກ່ຄະນະຜູ້ວ່າການຊາບເປັນແຕ່ລະເດືອນ ຢ່າງເປັນປົກກະຕິ.

ທະນາຄານທຸລະກິດ ແລະ ສະຖາບັນການເງິນ ຕ້ອງດໍາເນີນການສໍາຫຼວດ, ເກັບກໍາຂໍ້ມູນໃຫ້ລະອຽດ ໂດຍສົມທົບກັບຂະແຫນງການ ແລະ ອໍານາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອປະເມີນຜົນກະທົບ ກ່ອນດໍາເນີນການປັບປຸງສັນຍາ ແລະ ສະຫນອງສິນເຊື່ອເພີ່ມ ພ້ອມທັງສ້າງລະບຽບພາຍໃນສະເພາະ ເພື່ອນໍາໃຊ້ ເປັນເອກະພາບໃນທົ່ວລະບົບຂອງຕົນ ໂດຍກໍານົດຂັ້ນຕອນ ແລະ ສໍານວນເອກະສານໃນການສະເຫນີຂອງລູກ ຫນີ້, ຫ້າມທະນາຄານທຸລະກິດ ແລະ ສະຖາບັນການເງິນ ນໍາໃຊ້ບັນດາມາດຕະການຕາມທີ່ກໍານົດໄວ້ໃນຂໍ້ ຕົກລົງສະບັບນີ້ ເພື່ອຫາຜົນປະໂຫຍດ, ເຊື່ອງອໍາ ຫຼື ປິດບັງຄຸນນະພາບສິນເຊື່ອ.

ທະນາຄານທຸລະກິດ ແລະ ສະຖາບັນການເງິນ ຕ້ອງເອົາໃຈໃສ່ໃນການຕິດຕາມກວດກາສິນເຊື່ອທີ່ໄດ້ ຮັບນະໂຍບາຍດັ່ງກ່າວຢ່າງໃກ້ຊິດ ແລະ ຕ້ອງລາຍງານມາຍັງກົມຄຸ້ມຄອງທະນາຄານທຸລະກິດ ແລະ ກົມຄຸ້ມ ຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ພາຍໃນວັນທີ 10 ຂອງແຕ່ລະເດືອນຕາມແບບຟອມທີ່ ກໍານົດ.

ລູກຫນີ້ຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນ ແລະ ຜູ້ທີ່ໄດ້ຮັບຜົນກະທົບ ສາມາດສະ ເຫນີຫງທະນາຄານທຸລະກິດ ແລະ ສະຖາບັນການເງິນ ເພື່ອພິຈາລະນາແກ້ໄຂ ໂດຍສອດຄ່ອງກັບຂໍ້ຕົກລົງ ສະບັບນີ້ ແລະ ລະບຽບພາຍໃນຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນ.

ມາດຕາ 6

ຜົນສັກສິດ ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບຕັ້ງແຕ່ວັນລົງລາຍເຊັນເປັນຕົ້ນໄປ.