ນາຍົກ ຢ້ຽມຢາມແຂວງຄຳມ່ວນ ພ້ອມຮຽກຮ້ອງຜູ້ຖືກກັກບໍລິເວນ ເຫັນຜົນປະໂຫຍດສ່ວນລວມເປັນຫຼັກ

87

ເພື່ອສືບຕໍ່ຕິດຕາມກວດກາ, ຊຸກຍູ້ ແລະ ປະເມີນຄືນການຈັດຕັ້ງປະຕິບັດ ບັນດາມາດຕະການທີ່ລັດຖະບານວາງອອກ ໃນການປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ມີຄວາມຮັບປະກັນ.

ວັນທີ 26 ມີນາ 2020 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະສະເພາະກິດ ໄດ້ລົງຕິດຕາມ ແລະ ກວດກາເບິ່ງສະພາບຄວາມເປັນຈິງ ໃນການປະຕິບັດໜ້າທີ່ ຂອງພາກສ່ວນທີ່ກ່ຽວຂ້ອງ ກໍ່ຄືກົນໄກການປະຕິບັດວຽກງານ, ລວມທັງໂຄງລ່າງພື້ນຖານ, ເຕັກນິກ ແລະ ອຸປະກອນຮັບໃຊ້ຕ່າງໆ ຢູ່ດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ-ນະຄອນພະນົມ) ໃນການຮອງຮັບຜູ້ຄົນເຂົ້າດ່ານສາກົນດັ່ງກ່າວ. ພ້ອມທັງໄປຢ້ຽມຢາມສູນກັກບໍລິເວນຊົ່ວຄາວ ໂຮງຮຽນມັດທະຍົມຕົ້ນນາໂບ ເມືອງທ່າແຂກ ແຂວງຄຳມ່ວນ. ສຳລັບພົນລະເມືອງຜ່ານດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ນັບແຕ່ວັນທີ 20 ຫາ 25 ມີນາ 2020 ມີຄົນເຂົ້າຜ່ານດ່ານທັງໝົດ 7.300 ກວ່າຄົນ, ໃນນັ້ນ ມີຄົນຫວຽດນາມ 2.008 ຄົນ, ຄົນລາວ 4.072 ຄົນ, ຄົນໄທ 1.230 ຄົນ ແລະ ຄົນຈີນ 4 ຄົນ.

ສ່ວນຄົນລາວທີ່ເຂົ້າມານັ້ນ ແມ່ນຢູ່ແຂວງຄຳມ່ວນ ມີຈຳນວນ 3.993 ຄົນ, ບໍລິຄຳໄຊ 41 ຄົນ, ສະຫວັນນະເຂດ 33 ຄົນ, ຈຳປາສັກ ແລະ ນະຄອນຫຼວງວຽງຈັນ ພາກສ່ວນລະ 2 ຄົນ ແລະ ໄຊຍະບູລີ 1 ຄົນ. ຕໍ່ກັບຄົນທີ່ເຂົ້າຜ່ານດ່ານດັ່ງກ່າວ ແມ່ນໄດ້ມີການກວດສຸຂະພາບ, ຖ້າພົບກໍລະນີສົງໄສ ແມ່ນສົ່ງໄປຕິດຕາມອາການ ຢູ່ຫ້ອງແຍກປ່ຽວໂຮງໝໍແຂວງ, ສ່ວນຜູ້ທີ່ບໍ່ມີໄຂ້ ແຕ່ເດີນທາງເຂົ້າມາ ແມ່ນເຈົ້າໜ້າທີ່ ໄດ້ນຳເຂົ້າໄປກັກບໍລິເວນຢູ່ຕາມສູນຕ່າງໆ ຂອງບັນດາເມືອງ ໃນຈຳນວນ 78 ສູນ ໃນທົ່ວແຂວງ, ສ່ວນຄົນຫວຽດນາມ ແມ່ນໄດ້ກວດສຸຂະພາບ ແລະ ສົ່ງຕໍ່ເດີນທາງກັບປະເທດ.

ຜ່ານມາໄດ້ເກັບຕົວຜູ້ທີ່ໄດ້ເຂົ້າກັບນິຍາມ ເຊື້ອພະຍາດໂຄວິດ-19 ຈໍານວນ 4 ກໍລະນີ, ຜົນໄດ້ຮັບ 3 ກໍລະນີ ບໍ່ພົບເຊື້ອ ແລະ ອີກ 1 ຕົວຢ່າງ ຍັງລໍຖ້າຜົນກວດ, ມາຮອດປັດຈຸບັນ ທົ່ວແຂວງຄຳມ່ວນ ຍັງບໍ່ພົບກໍລະນີຜູ້ຕິດເຊື້ອ ໂຄວິດ-19 ເທື່ອ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຊີ້ນຳໃຫ້ເຈົ້າໜ້າທີ່, ພະນັກງານແພດໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພີ່ມທະວີເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ກໍ່ຄືໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນຢ່າງເຂັ້ມງວດ, ພ້ອມທັງຮຽກຮ້ອງໃຫ້ຜູ້ທີ່ຜ່ານດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ແລະ ຜູ້ທີ່ຢູ່ສູນກັກບໍລິເວນຊົ່ວຄາວ ໂຮງຮຽນມັດທະຍົມຕົ້ນນາໂບ ຈົ່ງພ້ອມກັນອົດທົນເຝົ້າລະວັງ ແລະ ຕິດຕາມອາການຂອງຕົນ ຕາມລະບຽບຫຼັກການ 14 ວັນ, ສິ່ງສຳຄັນແມ່ນຄວາມເປັນເຈົ້າການ ໃຫ້ການຮ່ວມມືກັບເຈົ້າໜ້າທີ່, ເຫັນແກ່ຜົນປະໂຫຍດສ່ວນລວມ, ມີຄວາມຮັບຜິດຊອບຕໍ່ຕົນເອງ, ຄອບຄົວ ແລະ ສັງຄົມ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ