ອັດຕະປືເຂັ້ມງວດຕ້ານໂຄວິດ ສັ່ງໂຈະທຸກງານປະເພນີ ທີ່ມີຄົນເຂົ້າຮ່ວມຈຳນວນຫຼາຍ

196

ເພື່ອປ້ອງກັນ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໂຄວິດ-19. ດັ່ງນັ້ນ ແຂວງອັດຕະປື ກໍ່ຄືພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງ ໄດ້ອອກແຈ້ງການ ສັ່ງໂຈະ ແລະ ຢຸດຕິຊົ່ວຄາວ ການຈັດງານບຸນປະເພນີ ລວມທັງການບໍລິການດ້ານຕ່າງໆ ພາຍໃນແຂວງ ເພື່ອປ້ອງກັນໂຄວິດ-19 ເຊິ່ງເນື້ອໃນສໍາຄັນຂອງແຈ້ງການໄດ້ລະບຸໄວ້ວ່າ: ໃຫ້ໂຈະການຈັດກິດຈະກໍາງານບຸນ,ງານປະເພນີຕ່າງໆ,ທີ່ເປັນຮູບແບບມີຄົນເຂົ້າຮ່ວມຈໍານວນຫຼາຍ ຈົນກວ່າສະພາບການລະບາດຂອງພະຍາດສາມາດຄວບຄຸມໄດ້.

 

ພາບປະກອບຂ່າວ

ໃນນັ້ນ, ກິດຈະກໍາສໍາຄັນທີ່ຖືກໂຈະປະກອບມີ ກິດຈະກໍາງານບຸນປີໃໝ່ລາວ ເປັນຕົ້ນ: ງານຕະລາດນັດມວນຊົນ, ການຫົດນໍ້າຕາມທະໜົນຫົນທາງ, ການຕົບພະຊາຍ, ການແຫ່ຫົນສົງພະກາງເມືອງ, ງານບາສີສູ້ຂວັນແບບມວນຊົນ, ການຈັດງານຊຸມນຸມ, ການສະແດງສີນລະປະ, ງານຄອນເສີດ, ງານລາຕີ, ງານປະກວດ, ງານບຸນບັ້ງໄພບ້ານວັດຫຼວງ ແລະ ອື່ນໆ.

ສໍາລັບການປ່ຽນຜ່າບ່ຽງພະອົງແສນທີ່ວັດສະແຄະ, ການບາສີສູ້ຂວັນໃນຄອບຄົວ, ການຫົດສົງພຣະຢູ່ວັດໃນແຕ່ລະວັນນັ້ນຕ້ອງຈໍາກັດບໍ່ໃຫ້ຄົນແອອັດ, ໂດຍໃຫ້ເຂົ້າຫົດສົງເປັນຈຸດບໍ່ໃຫ້ເກີນ 20 ຄົນ, ໂດຍມອບໃຫ້ອໍານາດການປົກຄອງແຕ່ລະບ້ານ ສາລະວັດ ເຖົ່າແກ້ແນວໂຮມ ແລະ ເຈົ້າໜ້າທີ່ຄວບຄຸມດູແລ.

ພາບປະກອບຂ່າວ

ສ່ວນດ້ານການບໍລິການປະເພດຕ່າງໆ ຮ້ານອົບນວດແຜນບູຮານ, ຮ້ານບັນເທິງ, ຮ້ານຄາຣາໂອເກະພັດຕະຄານ ແລະ ຮ້ານກິນດື່ມໃນທົ່ວແຂວງແມ່ນໃຫ້ຢຸດຕິຊົ່ວຄາວ ຈົນກວ່າສະຖານະການຂອງພະຍາດສາມາດຄວມຄຸມໄດ້ ສ່ວນຮ້ານອາຫານ, ໂຮງແຮມ ເຮືອນພັກໃຫ້ປະຕິບັດຕາມຫຼັກການປ້ອງກັນ ແລະ ຕອບໂຕ້ຂອງຂະແໜງສາທາລະນະສຸກວາງອອກ. ນອກນັ້ນ, ຍັງໂຈະ ຫຼື ເລື່ອນການບໍລິການຈັດທົວໄປທ່ອງທ່ຽວປະເທດຕ່າງໆ ຫຼືການຮັບເອົານັກທ່ອງທ່ຽວເຂົ້າມາແຂວງອັດຕະປື ໃຫ້ຢຸດການຫຼີ້ນທ່ຽວຕາມຫາດຊາຍ-ດອນຕ່າງໆທີ່ມີຜູ້ຄົນເຂົ້າຮ່ວມຢ່າງໜາແໜ້ນ ເປັນຕົ້ນ: ຫານດອນແກງໄຊ, ເມືອງສາມັກຄີໄຊ, ຕາດຈໍ ເມືອງຊານໄຊ, ຕາດແຊພະ-ແຊປອງໄລ ເມືອງສະໜາມໄຊ, ວັດພູສະພອງ ລວມເຖິງສະຖານທີ່ອື່ນໆ.

ພາບປະກອບຂ່າວປັດຈຸບັນທາງຄະນະນໍາ ພ້ອມດ້ວຍວິຊາການຂອງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງອັດຕະປື ແລະ ຫ້ອງການ ຖວທ 5 ຕົວເມືອງ ໄດ້ລົງເຜີຍແຜ່ແຈ້ງການດັ່ງກ່າວຕາມຈຸດຕ່າງໆ ເພື່ອໃຫ້ຜູ້ປະກອບການເຂົ້າໃຈ ແລະ ປະຕິບັດຕາມແຈ້ງການຢ່າງເຂັ້ມງວດ.

ທີ່ມາ, Attapeu Media