ຍອດ​ຜູ້​ຕິດ​ເຊື້ອ​ໂຄວິດ-19 ເພີ່ມ​ຂຶ້ນ​ອີກ 3 ກໍ​ລະ​ນີ ລວມ​ເປັນ 6 ກໍລະ​ນີ ໃນ​ລາວ

247

ຫຼັງຈາກທີ່ສາທາອອກມາຢືນຢັນວ່າ ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ໃນລາວ ຈໍານວນ 3 ກໍລະນີ ໃນວັນທີ 25 ມີນາ 2020 ທີ່ຜ່ານມາ, ຫຼ້າສຸດ ມື້ິນີ້ 26 ມີ​ນາ 2020 15:00 ໂມງ ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ ໂຄວິດ-19 ໃຫ້ຮູ້ວ່າ: ມາຮອດມື້ນີ້ ຄະນະສະເພາະພວກໄດ້ກວດພົວຜູ້ຕິດເຊື້ອເພີ່ມຂຶ້ນອີກ 3 ຄົນຄື:

1 ເພດຊາຍ ອາຍຸ 42 ອາຊີບຂັບລົດ ຂັບລົດແຂກທ່ອງທ່ຽວ ຢູ່ແຂວງຫຼວງພະບາງ
2 ເພດຊາຍ ອາຍຸ 52 ອາຊີບຂັບລົດ ຂັບລົດແຂກທ່ອງທ່ຽວ ຢູ່ແຂວງຫຼວງພະບາງ ເຊິ່ງທັງສອງຕິດຈາກກໍລະຜູ້ຕິດເຊື້ອເພດຍິງຄົນທີ 1.​

3 ເພດຊາຍ 41 ຢູ່ບ້ານຈຳປາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຕິດຈາກການສຳພັດຜູ້ຕິດເຊື້ອຄົນທີ 3.​

ທັງນີ້,​ ເຮັດໃຫ້ຍອດຜູ້ຕິດເຊື້ອພະຍາດໂຄວິດ-19​ ໃນ ສປປ ລາວ ລວມທັງໝົດ 6 ຄົນ ເຊິ່ງ 2 ຄົນ ຕິດເຊື້ອທຳອິດ ໃນວັນທີ 23 ມີນາ ແລະ 1 ຄົນ ໃນວັນທີ 25 ມີນາ 2020​ ຜ່ານມາ ທັງ 3 ແມ່ນຢູ່ນະຄອນຫຼວງວຽງຈັນ