ສາວລາວຊຸດໃຫຍ່ ເນັ້ນໃຊ້ນັກເຕະ ຢູ 19 ຮ່ວມທີມຊຸດໃຫຍ່ ລຸຍບານເຕະຊີງແຊັມອາຊຽນ

58

ສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ ນຳໃຊ້ນັກເຕະຍິງ ຮຸ່ນອາຍຸ 19 ປີ ຊຸດສ້າງຜົນງານຄວ້າແຊັມລາຍການ ບັງກາມາຕ້າ ຢູ 19 ໂວເມັນ ແຊັມປ້ຽນຊິບ 2019 ຊີງຂັນພະລາຊີນີບັງກລາເທດ ທີ່ປະເທດບັງກລາເທດ ເປັນເຈົ້າພາບເມື່ອປີຜ່ານມາ ເປັນກຳລັງຫຼັກຕິດທີມຊາດລາວຊຸດໃຫຍ່ ກຽມສົ່ງເຂົ້າຮ່ວມລາຍການບານເຕະຍິງຊີງແຊັມອາຊຽນ 2020 ທີ່ຈະເປີດສາກຂຶ້ນໃນເດືອນສິງຫານີ້ທີ່ປະເທດຟີລິບປິນ.

ຕາມການໃຫ້ສຳພາດຂອງ ທ່ານ ວົງມີໄຊ ສຸບົວຄຳ ຫົວໜ້າຄູຝຶກບານເຕະຍິງທີມຊາດລາວຊຸດໃຫຍ່ ເມື່ອວັນທີ 24 ມີນາ 2020 ແຈ້ງໃຫ້ຊາບ: ເພື່ອເປັນການສ້າງຜົນງານຄັ້ງປະຫວັດສາດໃຫ້ແກ່ຊາດລາວ ກໍຄືວົງການກີລາບານເຕະລາວ ໃນການແຂ່ງຂັນບານເຕະຍິງຊີງແຊັມອາຊີ 2020 ເຊິ່ງເບື້ອງຕົ້ນແມ່ນຈະຈັດໃນເດືອນພຶດສະພາ 2020 ຍ້ອນມີສະພາບເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ – 19 ທີ່ກຳລັງແຜ່ລະບາດຢ່າງໜັກໃນທົ່ວໂລກ. ສະນັ້ນ, ຈຶ່ງໄດ້ເລື່ອນໄປຈັດແຂ່ງຂັນໃນເດືອນສິງຫາ 2020 ທີ່ປະເທດຟີລິບປິນ ຮັບກຽດເປັນເຈົ້າພາບ.

“ ສະຫະພັນບານເຕະແຫ່ງຊາດລາວ ໄດ້ແຈ້ງການແຕ່ງຕັ້ງໃຫ້ຂ້າພະເຈົ້າພ້ອມດ້ວຍຄະນະຄູຝຶກ ຊ່ວຍກັນຈັດຕັ້ງປະຕິບັດການຄັດເລືອກນັກກີລາພອນສະຫວັນດີເດັ່ນຮ່ວມທີມຊຸດໃຫຍ່ ໃຫ້ໄດ້ຈຳນວນ 20 ກວ່າຄົນ, ໃນເບື້ອງຕົ້ນກໍສາມາດຮວບຮວມນັກກີລາໄດ້ແລ້ວຈຳນວນ 40 ກວ່າຄົນ ສ່ວນໃຫຍ່ແມ່ນເປັນນັກກີລາຊຸດຕິດທີມຊາດ ຢູ 19 ຊຸດສ້າງຜົນງານຄວ້າແຊັມລາຍການ ບັງກາມາຕ້າ ຢູ 19 ໂວເມັນ ແຊັມປ້ຽນຊິບ 2019 ຊີງຂັນພະລາຊີນີ ບັງກລາເທດ ທີ່ປະເທດບັງກລາເທດ ເມື່ອປີຜ່ານມາ ເປັນກຳລັງຫຼັກຕິດທີມຊາດລາວຊຸດໃຫຍ່, ແຕ່ໜ້າເສຍດາຍຊຸດນີ້ຍັງບໍ່ມີ ນາງ ເປ້ ພົມພັກດີ ນັກເຕະຫົວໃຈສຳຄັນຮ່ວມທີມນຳ ເນື່ອງຈາກຜູ້ກ່ຽວໄດ້ຮັບອາການບາດເຈັບ ແລະ ກຳລັງພັກຟື້ນ, ແຕ່ຈະພະຍາຍາມຕິດຕາມພົວພັນກັບຕົວນ້ອງອີກຄັ້ງ, ຖ້າຫາກປົວເຊົາໄວກໍຈະຮຽກຕົວມາຊ່ວຍທີມ ”, ຫົວໜ້າຄູຝຶກທີມຊາດຍິງລາວຊຸດໃຫຍ່ ກ່າວ.

ທ່ານກ່າວອີກວ່າ: ຊຸດນີ້ໄດ້ຈັດແຜນການຝຶກຊ້ອມໃຫ້ນ້ອງໆມາແຕ່ວັນທີ 3 ກຸມພາ ຜ່ານມາ ທີ່ສະໜາມກີລາບານເຕະສູນຝຶກແຫ່ງຊາດ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

( ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ )