ອົງການອະນະໄມໂລກ ປະເມີນວິກິດໂຄວິດ-19 ໃນອິຕາລີ ມີທ່າອ່ຽງດີຂຶ້ນ ເຖິງມີຜູ້ເສຍຊີວິດເພິ່ມ 683 ຄົນ

200

ສະຖານະການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ໃນອິຕາລີ ຍັງຢູ່ໃນລະດັບວິກິດ ແຕ່ມີທາງອ່ຽງດີຂຶ້ນ ຕາມການປະເມີນຂອງອົງການອະນາໄມໂລກ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຣມ ປະເທດອິຕາລີ ເມື່ອວັນພະຫັດ ທີ 26 ມີນາ ວ່າ ກະຊວງສາທາລະນະສຸກອິຕາລີ ລາຍງານສະຖານະການຂອງໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ຕັ້ງແຕ່ກວດພົບຜູ້ປ່ວຍຄົນທຳອິດ ເມື່ອວັນທີ 31 ມັງກອນ ແລະ ເສຍຊີວິດຄົນທຳອິດ ເມື່ອວັນທີ 21 ກຸມພາ ຜ່ານມາ ວ່າ ມີຜູ້ເສຍຊີວິດເພິ່ມອີກ 683 ຄົນ ໃນຮອບ 24 ຊົ່ວໂມງ ຜ່ານມາ ເພິ່ມສະຖິຕິຜູ້ເສຍຊີວິດສະສົມ ຢ່າງໜ້ອຍ 7.503 ຄົນ.

ຂະນະດຽວກັນ, ພົບຜູ້ປ່ວຍໃໝ່ 5.210 ຄົນ ເຮັດໃຫ້ຈຳນວນຜູ້ຕິດເຊື້ອສະສົມໃນປະເທດ ຢ່າງໜ້ອຍ 74.386 ຄົນ ສ່ວນປິ່ນປົວເຊົາແລ້ວ ຢ່າງໜ້ອຍ 9.362 ຄົນ ເຊິ່ງເປັນມື້ທີ 4 ຕິດຕໍ່ກັນແລ້ວ ທີ່ຈຳນວນຜູ້ປ່ວຍໃນປະເທດອິຕາລີ ເລິ່ມຊົງໂຕ ເຊິ່ງກ່ອນໜ້ານີ້ມີຜູ້ປ່ວຍໃໝ່ສູງເຖິງ 6.557 ຄົນ ເມື່ອວັນທີ 21 ມີນາ ຜ່ານມາ.

ດ້ານອັດຕາການເສຍຊີວິດຈາກໂຄວິດ-19 ໃນອິຕາລີ ຫຼຸດລົງເຖິງ 10% ແລະ ອັດຕາການຕິດເຊື້ອ 7,5% ໂດຍສະຖານະການແຜ່ລະບາດ ໃນ 57 ຈາກ 107 ແຂວງ “ຜ່ານພົ້ນຈຸດວິກິດແລ້ວ” ແຕ່ໃນຫຼາຍພື້ນທີ່ຕ້ອງເຝົ້າລະວັງຢ່າງໃກຊິດ ເຊັ່ນ: ນະຄອນຫຼວງໂຣມ ແລະ ເມືອງໃກ້ຄຽງທີ່ມີຜູ້ເສຍຊີວິດປະຈຳວັນ ເພິ່ມຂຶ້ນຈາກ 63 ຄົນ ເປັນ 95 ຄົນ.

ຢ່າງໃດກໍ່ຕາມ, ທ່ານດຣ. ຣານິເອຣີ ກົວຣາ ຜູ້ຊ່ວຍຜູ້ອໍານວຍການຂອງອົງການອະນາໄມໂລກ ກ່າວວ່າ ສະຖານະການຂອງໂຄວິດ-19 ໃນປະເທດອິຕາລີ ກໍາລັງກ້າວເຂົ້າສູ່ທິດທາງທີ່ດີ ມາດຕະການຕ່າງໆທີ່ລັດຖະບານບັງຄັບໃຊ້ໃນປັດຈຸບັນ ເຖິງວ່າເລິ່ມດຳເນີນການດ້ວຍຄວາມຫຼ້າຊ້າໃນຫຼາຍດ້ານ ແຕ່ຢູ່ລະດັບທີ່ຍອມຮັບ ແລະ ເຂົ້າໃຈໄດ້ ໂດຍສະເພາະມາດຕະການປິດເມືອງທີ່ມີຄວາມເຂັ້ມງວດຫຼາຍຂຶ້ນ ແລະ ການຂະຫຍາຍຂອບເຂດໃນການກວດສຸຂະພາບປະຊາຊົນ.