ບໍສັດເບຍລາວມອບເງິນ 2 ຕື້ ແກ່ລັດຖະບານຊ່ວຍປ້ອງກັນໂຄວິດ-19

129

ໃນວັນທີ 26 ມີນາ 2020 ທີ່ສຳນັກງານນາຍົກລັດຖະມົນຕີ ບໍລິສັດ ເບຍລາວ ຈໍາກັດ ໄດ້ມອບເງິນ 2 ຕື້ກີບ ເພື່ອປະກອບສ່ວນຊ່ວຍລັດຖະບານລາວ ກໍຄືກະຊວງສາທາລະນະສຸກ ແລະ ເຈົ້າໜ້າທີ່ແພດໝໍ ທີ່ກໍາລັງຮັບມື ແລະ ຄວບຄຸມການລະບາດຂອງພະຍາດໂກວິດ-19 ໃນລາວ
ຕາງໜ້າມອບໂດຍ ທ່ານ ສູນທອນ ພົມມະຈັກ ປະທານ ບໍລິສັດເບຍລາວ ຈຳກັດ ຕາງໜ້າລັດຖະບານຮັບໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະບໍລິຫານບໍລິຫານບໍລິສັດເບຍລາວ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ.

ປັດຈຸບັນ, ສປປ ລາວ ກວດພົບ 3 ກໍລະນີ ທີ່ຕິດເຊື້ອໂຄວິດ-19 ໃນວັນທີ 25 ມີນາ 2020 ຂະນະທີ່ ຜູ້ຕິດເຊື້ອໃນທົ່ວໂລກມີ 425.493 ຄົນ, ເພີ່ມຂຶ້ນ 46.814; ປິ່ນປົວຫາຍດີແລ້ວ 109.191 ຄົນ, ເພີ່ມຂຶ້ນ 8.209 ຄົນ ແລະ ເສຍຊີວິດ 18.963 ຄົນ,ເພີ່ມຂຶ້ນ 2.455 ຄົນ.

ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງທຸກໆພາກສ່ວນ ຕະຫຼອດເຖິງພໍ່ແມ່ປະຊາຊົນ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດຕາມມາດຕະການ ຂອງຄະນະສະເພາະ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດໂຄວິດ-19 ຢ່າງເຂັ້ມງວດ ໂດຍສະເພາະແຮງງານລາວ ທີ່ເດີນທາງກັບປະເທດ ຫຼື ບຸກຄົນ ທີ່ເດີນທາງຈາກປະເທດ ທີ່ມີການແຜ່ລະບາດຂອງພະບາດດັ່ງກ່າວ ຈົ່ງກັກບໍລິເວນຕົວເອງ 14 ວັນ ເພື່ອຕິດຕາມອາການ. ທັງນີ້, ກໍ່ເພື່ອຄວາມປອດໄພຂອງຕົນເອງ, ຄອບຄົວ ແລະ ສັງຄົມ.