ຜາຖີ່ແຫຼ່ງທ່ອງທ່ຽວປະຫວັດສາດ

279

ຜາຖີ່ ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ຕິດພັນກັບປະຫວັດສາດ ທີ່ໄດ້ຮັບຄວາມສົນໃຈຫຼາຍຈາກນັກທ່ອງທ່ຽວທາງພາຍໃນ ແລະ ຕ່າງປະເທດ ລວມເຖິງນັກຄົ້ນຄວ້າທາງປະຫວັດສາດໃນສະໄໝຕໍ່ສູ້ກູ້ຊາດ .

ຜາຖີ່ ຢູ່ຫ່າງຈາກເທສະບານແຂວງຫົວພັນ ໄປທາງທິດຕາເວັນຕົກສ່ຽງເໜືອ ປະມານ 68 ກິໂລແມັດ ໂດຍໃຊ້ເວລາເດີນທາງດ້ວຍລົດປະມານ 1 ຊົ່ວໂມງເຄິ່ງ ເພາະເປັນທາງດິນແດງ ແລະ ເປັນທາງຂຶ້ນພູເປັນສ່ວນຫຼາຍ. ຕະຫຼອດເສັ້ນທາງນັກທ່ອງທ່ຽວຍັງສາມາດພັກຜ່ອນຕາມຈຸດຊົມວິວຕ່າງໆ ແລະ ຖ່າຍຮູບ. ຫຼັງຈາກນັ້ນ, ກໍເດີນທາງຕໍ່ຈົນຮອດຜາຖີ່ ເຊິ່ງຈະມີປ້າຍຫີນທີ່ຂຽນປະຫວັດບາງຢ່າງຂອງຜາຖີ່ ແລະ ຊື້ປີ້.

ຈາກນັ້ນ, ກໍຍ່າງຂຶ້ນໄປເທິງຈອມພູ ປະມານ 1.700 ແມັດ ໃຊ້ເວລານານພໍສົມຄວນ ໂດຍອີງຕາມສຸຂະພາບຂອງແຕ່ລະຄົນ ແລະ ຍ່າງຂຶ້ນຕາມຂັ້ນໄດທີ່ສ້າງດ້ວຍເຫຼັກ ປະມານ 2 ພັນຂັ້ນ, ຕະຫຼອດໄລຍະການຂຶ້ນຂັ້ນໄດທ່ານສາມາດເຫັນຖໍ້າ ຈຸດຫຼົບຫຼີກຕ່າງໆຂອງທະຫານລາວໃນສະໄໝສົງຄາມ ລວມເຖິງເບິ່ງລົງມາເຫັນທິວທັດທຳມະຊາດອັນສວຍງາມທີ່ປະກອບດ້ວຍພູນ້ອຍໃຫຍ່ຕ່າງໆ ຫາກມາໃນຕອນເຊົ້າຍັງເຫັນທະເລໝອກທີ່ງົດງາມ ເໝາະສໍາລັບຖ່າຍຮູບເປັນທີ່ລະນຶກ.

ເມື່ອຂຶ້ນມາເຖິງຈອມພູນັກທ່ອງທ່ຽວຈະເຫັນບັນດາເສດຊາກອາວຸດຍຸດໂທປະກອນຕ່າງໆໃນສະໄໝກ່ອນທີ່ວາງໄວ້ກະແຈກກະຈາຍ. ຈາກນັ້ນ, ກໍຍ່າງທ່ຽວຊົມຈຸດຕ່າງໆທີ່ຮູ້ສຶກເໝືອນການຍ່າງປ່າ ເຊິ່ງສອງຂ້າງທາງຍ່າງປະກອບມີຕົ້ນໄມ້ຕ່າງໆ ແລະ ຫີນຜາກະແຈກກະຈາຍຕາມທາງຍ່າງ ພ້ອມສຳຜັດອາກາດທີ່ສົດຊື່ນເຢັນສະບາຍຈົນຮອດສະໜາມບິນເກົ່າ ເຊິ່ງຍັງສາມາດເຫັນລານຈອດເຄື່ອງບິນຂອງສະຫະລັດໃນສະໄໝກ່ອນ. ຈາກນັ້ນ, ກໍຍ່າງຂຶ້ນໄປເພື່ອພິຊິດຈຸດສູງສຸດຂອງພູຜາຖີ່ ທີ່ມີ ຄວາມສູງ 1.700 ແມັດ ພ້ອມຊົມທິວທັດທຳມະຊາດອັນກວ້າງໃຫຍ່ໄພສານ.

ໃນສະໄໝສົງຄາມ ຜາຖີ່ ເປັນຈຸດຍຸດທະສາດເປັນ ສະຖານທີ່ຕັ້ງທະຫານລັບ ( CIA ) ຂອງສະຫະລັດ ທີ່ຮູ້ຈັກໃນນາມສະຫະລັດລິມາ 85 ຫຼື ຖານເຣດາ LS 85 ການລຳລຽງອາວຸດ ແລະ ສະບຽງຕ້ອງໃຊ້ເຮລີຄອບເຕີເທົ່ານັ້ນ ເພາະດ້ານທິດຕາເວັນຕົກເປັນໜ້າຜາສູງຊັນ ເກືອບ 90 ອົງສາ, ສ່ວນທິດຕາເວັນອອກເປັນຮາບພຽງສູງທີ່ບໍ່ສາມາດຂຶ້ນມາໄດ້ ແຕ່ກຳລັງປະຕິວັດສາມາດບຸກຂຶ້ນຢຶດໄດ້ໃນວັນທີ 10 – 11 ມີນາ 1968 ທ່າມກາງຄວາມແປກປະຫຼາດໃຈຂອງຝ່າຍທະຫານອາເມຣິກາ.

ການມາທ່ຽວຜາຖີ່ ນອກຈາກຈະໄດ້ຊົມທິວທັດທຳມະຊາດອັນສວຍງາມ ແລະ ຖ່າຍຮູບພາບທີ່ໜ້າຕື່ນຕາຕື່ນໃຈເຖິງການພິຊິດຈອມພູແລ້ວ. ນອກນັ້ນ, ຍັງໄດ້ຮຽນຮູ້ຫຼາຍຢ່າງຈາກປະຫວັດສາດຂອງການຕໍ່ສູ້ກູ້ຊາດທີ່ທ່ານອາດຈະບໍ່ເຄີຍຮູ້ມາກ່ອນ ເຊິ່ງເປັນຄວາມຮູ້ໃໝ່ໆທີ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ລວມເຖິງນັກປະຫວັດສາດຫຼາຍຄົນໃຫ້ຄວາມສົນໃຈ.

( ໂດຍ: ກາວຊົ່ງ )