ເມືອງຫົງສາ ກະກຽມ 4 ສະຖານທີ່ພັກເຊົາສຳລັບແຮງງານລາວ ທີ່ກັບມາຈາກຕ່າງປະເທດ

224

ວັນທີ 24 ມີນາຜ່ານມາ ຊາວໜຸ່ມຈາກສຳນັກງານ, ຫ້ອງການ, ກອງບັນຊາການທະຫານ ແລະ ຕຳຫຼວດ ຮ່ວມກັບ ຫ້ອງການສາທາລະນະສຸກເມືອງຫົງສາ  ແຂວງໄຊຍະບູລີ ໄດ້ສ້າງຂະບວນການອອກແຮງງານອະນາໄມລວມ ຢູ່ສະຖານທີ່ໂຮງຮຽນປະຖົມສຶກສາສົມບູນຫົງສາ ເພື່ອກະກຽມໃຫ້ເປັນບ່ອນພັກເຊົາສຳລັບແຮງງານລາວທີ່ກັບມາຈາກປະ ເທດໄທ.

ໂດຍທາງອົງການປົກຄອງເມືອງຫົງສາ ໄດ້ຕົກລົງ ແລະ ເຫັນດີກຳນົດເອົາສະຖານທີ່ 4 ແຫ່ງ ຄື: ໂຮງຮຽນປະຖົມສຶກສາສົມບູນຫົງສາ, ໂຮງຮຽນປະຖົມສຶກສາສົມບູນບ້ານເມືອງຫານ, ໂຮງຮຽນປະຖົມສຶກສາສົມບູນນາປຸ່ງ ແລະ ໂຮງຮຽນປະຖົມສຶກສາສົມບູນພູແລ້ງ ເປັນບ່ອນພັກເຊົາຊົ່ວຄາວໃຫ້ແກ່ແຮງງານລາວທີ່ກັບມາພູມລຳເນົາ.

ປັດຈຸບັນບ່ອນພັກເຊົາທີ່ໄດ້ກຳນົດນັ້ນ ແມ່ນມີຄວາມພ້ອມຫຼາຍພໍສົມຄວນ ໃນການຮອງຮັບແຮງງານລາວທີ່ກັບມາພູມລຳເນົາຄັ້ງນີ້ ເພື່ອເປັນມາດຕະການໃນການຄວບຄຸມການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໂຄວິດ – 19 ແລະ ໃຊ້ສະຖານທີ່ດັ່ງກ່າວນີ້ເປັນບ່ອນຈໍາກັດບໍລິເວນເປັນເວລາ 14 ວັນ ໃຫ້ຢູ່ສະຖານທີ່ພັກເຊົາຂອງຕົນເອງເທົ່ານັ້ນ.

ໃນໂອກາດນີ້, ທ່ານ ຂັນທອງ ແສນໂສພາ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງຫົງສາ ໄດ້ກ່າວໃຫ້ຮູ້ວ່າ: ທາງຫ້ອງການສາທາລະນະສຸກເມືອງ ກໍໄດ້ກຽມພະນັກງານແພດໝໍ ເພື່ອສົມທົບກັບເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ໄປປະຈຳຢູ່  ສະຖານທີ່ພັກເຊົາ ທີ່ໄດ້ກຳນົດໄວ້ ເພື່ອຕິດຕາມອາການຂອງແຮງງານທຸກຄົນທີ່ຖືກຈຳກັດບໍລິເວນ.

ພ້ອມນັ້ນ, ທ່ານຍັງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທົ່ວສັງຄົມບໍ່ໃຫ້ແຕກຕື່ນ ຫຼື ຢ້ານກົວຈົນເກີນໄປ ເພາະເປັນມາດຕະການໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19 ທີ່ທາງລັດຖະບານໄດ້ກຳນົດໄວ້.

( ຂ່າວ – ຮູບ: ກິດຕິສັກ ບົວໄລ )