ເຜີຍສູດ ນໍ້າຢາເລັ່ງຮາກ-ຕົ້ນ-ໃບ ລາຄາປະຢັດແຖມໄດ້ຜົນດີ

184

ນໍາເອົາຂໍ້ມູນດີໆມາຝາກຊາວກະສິກໍາ ຫຼື ໃຜທີ່ກໍາລັງຄິດຢາກຈະປູກພືດຜັກ ນັບວ່າປັດຈູບັນຫຼາຍຄົນຫັນມາສົນໃຈການປູກ ຫຼື ບໍລິໂພກພືດຜັກທີ່ປອດສານຜິດກັນຫຼາຍຂຶ້ນ ດັ່ງນັ້ນ ວິທີທາງທໍາມະຊາດທີ່ເຮົາສາມາດ ໂດຍບໍ່ເພິ່ງສານເຄມີກໍສາມາດເຮັດໄດ້ຄືກັນໃນການເລັ່ງຕົ້ນ-ຮາກ-ໃບ ຂອງພືດຜັກ ແຖມວັດຖຸດິບຍັງຫາໄດ້ງາຍໆ ລາຄາປະຢັດອີກ

ສູດເລັ່ງຕົ້ນ ຮາກ ໃບ ພຽງນໍາເອົາເຄື່ອງດືມຊູກໍາລັງ ເອັມ100 ຫຼື ກະທິງແດງມາ 1 ແກ້ວ, ແປງນົວ 1 ບ່ວງແກງ, ກະປິ 1 ບ່ວງແກງ ມາກຽມ,

ຈາກນັ້ນເອົາເຄື່ອງດື່ມຊູກໍາລັງ ແປ້ງນົວ ກະປິ ປະສົມເຂົ້າກັນ ຈົນເປັນເນື້ອດຽວກັນ, ປະໃຫ້ກະປິລະລາຍປະມານ 5 ນາທີ ແລ້ວຂຶ່ງມາຄົນໃໝ່ໃຫ້ເຂົ້າກັນ ເທົ່ານີ້ເຮົາກໍໄດ້ນໍ້າເລັ່ງຮາກ ຕົ້ນ ໃບ ແລ້ວ.

ວິທີນໍາໃຊ້ ສູດເລັ່ງຕົ້ນ ແລະ ໃບ ແມ່ນ 1 ບ່ວງແກງ ຕໍ່ນໍ້າ 20 ລິດ, ແລ້ວນໍາໄປສີດໃຫ້ຖືກໃບ, ຕົ້ນ 5 ມື້ 1 ຄັ້ງ ຫົດນໍ້າປົກກະຕິ ເທົ່ານີ້ເຮົາກໍຈະໄດ້ພືດຜັກທີ່ງາມ, ໃຫຍ່ໄວ ເປັນຜົນຜະລິດດີ.

ຈາກ: outcaststyle