ປກສ ເມືອງທ່າແຕງ ໄດ້ຮັບລົດສະແຕັກນໍ້າມອດໄຟ

118

ກອງບັນຊາການປ້ອງກັນ ຄວາມສະຫງົບແຂວງເຊກອງ ໄດ້ນໍາເອົາລົດສະແຕັກນໍ້າມອດໄຟ ຈໍານວນ 1 ຄັນ ໄປມອບໃຫ້ກອງບັນຊາການປ້ອງກັນ ຄວາມສະຫງົບເມືອງທ່າແຕງ.

ພິທີມອບ – ຮັບໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມານີ້ຢູ່ທີ່ກອງບັນຊາການປ້ອງກັນຄວາມສະຫງົບເມືອງ ໂດຍການກ່າວມອບຂອງ ທ່ານ ພັນໂທ ຄໍາຄັ່ງ ທອງສະຫວັດ ຫົວໜ້າຫ້ອງຕໍາຫຼວດກອງບັນຊາການປ້ອງກັນຄວາມສະຫງົບແຂວງເຊກອງ; ກ່າວຮັບໂດຍ ທ່ານ ພັນໂທ ອ່ອນຕາ ສະສົມບັດ ກໍາມະການພັກເມືອງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງທ່າແຕງ, ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ພາບປະກອບຂ່າວ

ທ່ານ ພັນໂທ ຄຳຄັ່ງ ທອງສະຫວັດ ຫົວໜ້າຫ້ອງຕຳຫຼວດກອງບັນຊາການປ້ອງກັນຄວາມສະຫງົບແຂວງເຊກອງ ກ່າວວ່າ: ລົດສະແຕັກນໍ້າມອດໄຟຈໍານວນ 1 ຄັນ, ຍີ່ຫໍ້ CNHTC, ສາມາດບັນຈຸນໍ້າ 8.000 ລິດ, ມີ ຄວາມແຮງ 7.600 CC ມາມອບໃຫ້ເມືອງທ່າແຕງ ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ ເປັນຕົ້ນ: ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ເພື່ອນໍາໃຊ້ເຂົ້າໃນການດັບມອດໄຟໃນເວລາເກີດເຫດອັກຄີໄພໃຫ້ທັນເວລາ, ແນໃສ່ເພື່ອປົກປ້ອງຊີວິດ, ສຸຂະພາບ ແລະ ຊັບສິນຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ພາຍໃນເມືອງທ່າແຕງ.

ພາບປະກອບຂ່າວ

( ໂດຍ: ພອນ ບຸນອຸທິດ  ຮູບ: ລັດຕະນາ ຄໍາສົມພູ )