ປະຊາຊົນໃນມົນທົນຫູເປີ່ຍ ສາມາດເດີນທາງອອກນອກມົນທົນໄດ້ແລ້ວ

73

ຈີນ ມີຜູ້ເສຍຊີວິດຈາກເຊື້ອໄວຣັສໂຄວິດ-19 ເພິ່ມອີກ 4 ຄົນ ເພິ່ມສະຖິຕິຜູ້ເສຍຊີວິດສະສົມຢ່າງໜ້ອຍ 3.281 ຄົນ ຂະນະທີ່ ປະຊາຊົນໃນມົນທົນຫູເປີ່ຍ ຍົກເວັ້ນຄົນທີ່ອາໄສຢູ່ໃນເມືອງອູ໋ຮັ່ນ ສາມາດເດີນທາງອອກຈາກມົນທົນໄດ້ແລ້ວ ແຕ່ຕ້ອງມີໃບ ຫຼື ລະຫັດຢືນຢັນດ້ານສຸຂະພາບ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນພຸດ ທີ 25 ມີນາ ວ່າ ຄະນະກຳມາທິການສາທາລະນະສຸກແຫ່ງຊາດຈີນ ໄດ້ລາຍງານສະພາບການຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ແຕ່ເດືອນທັນວາ ປີຜ່ານມາ ເຖິງວັນທີ 24 ມີນາ ວ່າ ພົບຜູ້ເສຍຊີວິດເພິ່ມອີກ 4 ຄົນ ໃນຮອບ 24 ຊົ່ວໂມງ ຜ່ານມາ. ເພິ່ມຈຳນວນຜູ້ເສຍຊີວິດສະສົມຢ່າງໜ້ອຍ 3.281 ຄົນ ຂະນະທີ່ ກໍລະນີຜູ້ປ່ວຍໃໝ່ ເພິ່ມອີກ 47 ຄົນ ໃນຮອບ 24 ຊົ່ວໂມງ ຜ່ານມາ ໂດຍເປັນກໍລະນີຜູ້ປ່ວຍທີ່ເດີນທາງມາຈາກຕ່າງປະເທດທັງໝົດ ແຕ່ຫຼຸດລົງຈາກສະຖິຕິ 1 ມື້ກ່ອນໜ້າ ນີ້ ທີ່ກວດພົບຜູ້ປ່ວຍ 78 ຄົນ.

ດ້ານຄະນະກຳມາທິການສາທາລະນະສຸກມົນທົນຫູເປີ່ຍ ເຊິ່ງມີເມືອງອູ່ຮັ່ນເປັນເມືອງເອກ ໄດ້ປະກາດຜ່ອນຜັນມາດຕະການຈຳກັດການເດີນທາງ ແຕ່ວັນທີ 25 ມີນາ ນີ້ ໂດຍປະຊາຊົນທີ່ສະແດງລະຫັດຢືນຢັນດ້ານສາທາລະນະສຸກແມ່ນສາມາດເດີນທາງໄປມົນທົນອື່ນໄດ້. ຢ່າງໃດກໍ່ຕາມ, ເມືອງອູ໋ຮັ່ນ ຍັງຕ້ອງຖືກບັງຄັບຢູ່ພາຍໃຕ້ມາດຕະການຈຳກັດການເດີນທາງຈົນເຖິງວັນທີ 8 ເມສາ ນີ້ ແຕ່ທາງການໄດ້ຫຼຸດຜ່ອນຄວາມສ່ຽງຂອງໄວຣັສໂຄວິດ-19 ໃນພື້ນທີ່ຈາກລະດັບ “ສູງ” ລົງມາເປັນລະດັບ “ປານກາງ”.