ຢືນຢັນຈາກທາງການ! ພະນັກງານ ອຄ ບໍ່ໄດ້ຕິດເຊື້ອໂຄວິດ-19 ດັ່ງຂ່າວລື

136

ຈາກກໍລະນີ ທີ່ສື່ອອນລາຍ ຫຼື ບຸກຄົນຈຳນວນໜຶ່ງໄດ້ມີການແຊຂ່າວ ກໍລະນີມີພະນັກງານ ຈາກກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ທີ່ເດີນທາງກັບຈາກຕ່າງປະເທດ ຕິດເຊື້ອໂຄວິດ-19 ໂດຍຂໍ້ມູນດັ່ງກ່າວ ແມ່ນບໍ່ມີມູນຄວາມຈິງແຕ່ຢ່າງໃດ. ຫຼ້າສຸດ, ກະຊວງ ອຄ ໄດ້ເປີດເຜີຍຜົນກວດຂອງພະນັກງານດັ່ງກ່າວ ເຊິ່ງຜົນກວດເປັນລົບ ບໍ່ໄດ້ຕິດເຊື້ອໂຄວິດ ດັ່ງທີ່ຂ່າວລື.

ດັ່ງນັ້ນ, ກະຊວງອຸດສາຫະກຳ ແລະ ການຄ້າ ອອກໜັງສືແຈ້ງການ ສະບັບເລກທີ 0483/ຫອຄ.ນຄຕ ລົງວັນທີ 25 ມີນາ 2020 ເຖິງຫ້ອງການ, ບັນດາກົມ, ສະຖາບັນ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ; ພະນັກງານ-ລັດຖະກອນທົ່ວຂະແໜງອຸດສາຫະກໍາ ແລະ ການຄ້າ; ພໍ່ແມ່ປະຊາຊົນ, ທະຫານ, ຕໍາຫຼວດ ໃນຂອບເຂດທົ່ວປະເທດ, ເລື່ອງ: ຢຸດຕິການປ່ອຍຂ່າວທີ່ບໍ່ມີມູນຄວາມຈິງຂອງບຸກຄົນທີ່ບໍ່ຫວັງດີ ທີ່ກ່າວຫາວ່າມີພະນັກງານກະຊວງອຸດສາຫະກໍາ ແລະ ການຄ້າ ຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍ ພັນໃໝ່ ໂຄວິດ-19.

ໂດຍອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 1273/ອຄ, ລົງວັນທີ 25 ກໍລະກົດ 2010 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ. ຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບ ດັ່ງນີ້: ກະຊວງອຸດສາຫະກໍາ ແລະ ການຄ້າ ບໍ່ມີກໍລະນີພະນັກງານຕິດຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ດັ່ງທີ່ມີການປ່ອຍຂ່າວຈາກບຸກຄົນບໍ່ຫວັງດີ ໃນບັນດາສື່ອອນລາຍຕ່າງໆ.

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສົ່ງພະນັກງານ ຈໍານວນ 01 ທ່ານ ຄື ທ່ານ ນາງ ວິໄລພອນ ຊິນດາວົງ ຫົວຫນ້າພະແນກນະໂຍບາຍການຄ້າຫຼາຍຝ່າຍ, ກົມນະໂຍບາຍການຄ້າຕ່າງປະເທດ ເຂົ້າຮ່ວມຝຶກອົບຮົມພາຍ ໃຕ້ຫົວຂໍ້ “Advanced Trade Policy Course” ຢູ່ສໍານັກງານໃຫຍ່ອົງການການຄ້າໂລກ ທີ່ ເຊີແນວ, ປະເທດ ສະວິດ ລະຫວ່າງວັນທີ 27 ມັງກອນ ເຖິງ 20 ມີນາ 2020, ແຕ່ເນື່ອງຈາກສະພາບການລະບາດຂອງ ພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃຫມ່ ໂຄວິດ-19 ຈຶ່ງໄດ້ເຮັດໃຫ້ການສໍາມະນາປິດລົງ ກ່ອນກໍານົດ ຄືໄດ້ປິດການຝຶກອົບຮົມລົງໃນວັນທີ 13 ມີນາ 2020. ສະນັ້ນ, ໃນວັນທີ 14 ມີນາ 2020 ຜູ້ກ່ຽວໄດ້ອອກເດີນທາງ ຈາກເຊີແນວ ເພື່ອກັບມາ ສປປ ລາວ ແລະ ໄດ້ເດີນທາງເຖິງ ສະຫນາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ໃນເວລາ 19:45 ໂມງ ຂອງວັນທີ 15 ມີນາ 2020 ດ້ວຍສາຍການບິນໄທ.

ໂດຍປະຕິບັດຕາມຄໍາແນະນໍາໃນຫນັງສືແຈ້ງການຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ສະບັບເລກທີ 003/ສພກ, ລົງວັນທີ 2 ມີນາ 2020, ເມື່ອເດີນທາງ ມາເຖິງ ສປປ ລາວ, ຜູ້ກ່ຽວໄດ້ປະຕິບັດດັ່ງນີ້:

ພາບປະກອບຂ່າວ

1 ເຂົ້າພັກທີ່ສະຖານທີ່ກັກຕົວຄົນດຽວ ແລະ ໂທແຈ້ງສາຍດ່ວນໂຄວິດ (ສາຍດ່ວນ 166) ເພື່ອຝາກ ຂໍ້ມູນການເດີນທາງ, ແຈ້ງອາການເຈັບຄໍ ແລະ ຂໍກວດຫາເຊື້ອແຕ່ທາງສູນໃຫ້ຕິດຕາມອາການຕື່ມເພາະຫາກໍ່ມາຮອດ.

2 ໃນລະຫວ່າງວັນທີ 16-21 ມີນາ 2020 ໄດ້ຕິດຕາມອາການດ້ວຍຕົວເອງ ເຊິ່ງຜົນແມ່ນບໍ່ມີໄຂ້ ແຕ່ຍັງເຈັບຄໍ ແລະ ໄດ້ປະສານຫາສາຍດ່ວນ 166 ເພື່ອຂໍໃຫ້ກວດກາຫາເຊື້ອພະຍາດໃຫ້ ແຕ່ໄດ້ຮັບຄໍາຕອບວ່າ ໃຫ້ຕິດຕາມອາການຕື່ມອີກ ເພາະບໍ່ມີໄຂ້.

3 ໃນວັນທີ 22 ມີນາ 2020 ໄດ້ຮັບແຈ້ງຂ່າວຈາກຜູ້ທີ່ເຂົ້າຮ່ວມຝຶກອົບຮົມດ້ວຍກັນວ່າທ່ານຮອງ ຫົວໜ້າສະຖາບັນຝຶກອົບຮົມ ຜູ້ທີ່ມາກ່າວປິດຝຶກອົບຮົມໃນວັນທີ 13 ມີນາ 2020 ຜົນກວດແມ່ນພົບເຊື້ອໂຄວິດ-19 ຈຶ່ງໄດ້ຕິດຕໍ່ໄປຫາສາຍດ່ວນ 166 ເພື່ອໃຫ້ປະສານຫາພາກສ່ວນກ່ຽວຂ້ອງ ເພື່ອຂໍກວດຫາເຊື້ອພະຍາດອີກເທື່ອໜຶ່ງ ແລະ ສຸດທ້າຍ ກໍ່ໄດ້ຮັບອະນຸຍາດໃຫ້ກວດ.

ພາບປະກອບຂ່າວ

4  ໃນວັນທີ 23 ມີນາ 2020 ໄດ້ໄປກວດຫາເຊື້ອພະຍາດຢູ່ ໂຮງຫມໍມິດຕະພາບ 150 ຕຽງ.

5 ໃນວັນທີ 24 ມີນາ 2020 ໄດ້ຮັບຜົນກວດ ໃນເວລາ 09:30 ໂມງເຊົ້າ ເຊິ່ງຜົນອອກມາເປັນ ລົບ ໝາຍວ່າ “ບໍ່ຕິດເຊື້ອ” ແຕ່ທ່ານໝໍກໍ່ໄດ້ແນະນໍາໃຫ້ສືບຕໍ່ດໍາເນີນການກັກຕົວຈົນຄົບ 14 ວັນ.

ດັ່ງນັ້ນ, ຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ຂໍຮຽກຮ້ອງມາຍັງພະນັກງານ-ລັດຖະກອນໃນທົ່ວຂະແໜງການ ກໍຄືພະນັກງານ-ລັດຖະກອນໃນຂອບເຂດທົ່ວປະເທດ ແລະ ປະຊາຊົນທຸກຊັ້ນຄົນ ຈົ່ງພິຈາລະນາຢ່າງຄັກແນ່ ກ່ຽວກັບບັນດາຂໍ້ມູນທີ່ເຜີຍແຜ່ຢູ່ໃນບັນດາສື່ຕ່າງໆ ທີ່ບໍ່ແມ່ນສື່ທາງການ ເພາະມັນຈະກໍ່ໃຫ້ເກີດຄວາມສັບສົນວຸ້ນວາຍໃຫ້ແກ່ອົງກອນ ກໍ່ຄືສັງຄົມ ດັ່ງກໍລະນີນີ້. ຫ້າມສືບຕໍ່ເຜີຍແຜ່ຂໍ້ມູນທີ່ບໍ່ມີມູນຄວາມຈິງນີ້, ຖ້າຝ່າຝືນຈະຖືກປະຕິບັດຕາມກົດໝາຍ ແລະ ລະບຽບການ.