ຫົວເຫວີຍ ເສີມສ້າງກຳລັງໃຈໃຫ້ແກ່ປະເທດລາວຕໍ່ສູ້ພະຍາດລະບາດ ໂຄວິດ – 19

173

ວັນທີ 24 ມີນາ 2020 ນີ້ ບໍລິສັດ ຫົວ ເຫວີຍ ເຕັກໂນໂລຊີ ( ລາວ ) ຈໍາກັດຜູ້ ດຽວ ໄດ້ມອບລະບົບວິດີໂອຄອນຟີເລັນ ເພື່ອການແພດທີ່ທັນສະໄໝ Huawei Telemedicine Video Conferencing Solution ໃຫ້ແກ່ກະຊວງສາທາລະນະສຸກ ແລະ ໂຮງໝໍ 150 ຕຽງ ເພື່ອສະໜັບສະໜູນປະຊາຊົນລາວ ແລະ ແພດໝໍ ເພື່ອຕໍ່ສູ້ກັບພະຍາດລະບາດ ໂຄວິດ – 19, ປັບປຸງປະສິດທິພາບຂອງການປ້ອງກັນການແຜ່ລະບາດ ແລະ ຫຼຸດຄວາມສ່ຽງຂອງການຕິດເຊື້ອສໍາລັບບຸກຄະລາກອນທາງການແພດ.

ໃນວັນທີ 24 ມີນາຜ່ານມາ ປະເທດລາວໄດ້ມີການຢືນຢັນຄົນຕິດເຊື້ອ 2 ຄົນ, ໃນຂະນະທີ່ການແຜ່ລະບາດຂອງພະຍາດປອດອັກເສບໃໝ່ແຜ່ກະຈາຍໄປທົ່ວໂລກ, ລາວປະເຊີນແຮງກົດດັນທີ່ເພີ່ມຂຶ້ນໃນການປ້ອງກັນ ແລະ ຄວບຄຸມ, ໜ່ວຍງານດ້ານສາທາລະນະສຸກ ແລະ ສະຖາບັນການແພດ ຈໍາເປັນຕ້ອງມີລະບົບວິດີໂອການປະຊຸມທາງໄກຢ່າງເລັ່ງດ່ວນ ເພື່ອສະໜັບສະໜູນການເຮັດວຽກຮ່ວມກັນໃນແຕ່ລະຂົງເຂດ. ຫົວເຫວີຍ ກໍໄດ້ແກ້ໄຂຫຼາຍຢ່າງລວມທັງອຸປະກອນ ແລະ ການເຊື່ອມຕໍ່ເຄືອຂ່າຍທີ່ມີປະສິດທິພາບສູງ ແລະ ເປັນການສະໜັບສະໜູນຢ່າງແຂງຂັນໃຫ້ແກ່ໜ່ວຍງານລັດຖະບານ ແລະ ປະຊາຊົນລາວ ເພື່ອຕໍ່ຕ້ານການແຜ່ລະບາດຂອງເຊື້ອພະຍາດ.

ທ່ານ ຮສ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ແຫ່ງປະເທດລາວ ກ່າວວ່າ: “ ຄັ້ງນີ້ ຫົວເຫວີຍ ໄດ້ສະໜອງອຸປະກອນ CloudLink ຂອງ ຫົວ ເຫວີຍ ໃຫ້ແກ່ກະຊວງສາທາລະນະສຸກ ແລະ ໂຮງໝໍ ເພື່ອຊ່ວຍໃນການຈັດການປະຊຸມວິດີໂອທາງໄກແບບອອນລາຍ ແລະ ປັບການໃຊ້ງານລະຫວ່າງທີມຜູ້ຊ່ຽວຊານຂອງກະຊວງສາທາລະນະສຸກ ແລະ ໂຮງໝໍ ເພື່ອປັບປຸງປະສິດທິິພາບຂອງການປ້ອງກັນ ແລະ ປິ່ນປົວພະຍາດລະບາດ ແລະ ປະຢັດເວລາໃນການເຮັດວຽກ ແລະ ການປ້ອງກັນການແຜ່ລະບາດ ”.

ການຊ່ວຍເຫຼືອຂອງ ຫົວເຫວີຍ ໃນຄັ້ງນີ້ມີມູນຄ່າລວມປະມານ 500.000.000 ກີບ ເຊິ່ງປະກອບດ້ວຍ: ອຸປະກອນການປະຊຸມທາງໄກທີ່ສະໜັບສະໜູນດ້ານເຕັກນິກຈາກແພຼັດຟອມ Huawei CloudLink. ໃນເວລາບໍ່ຮອດໜຶ່ງອາທິດ ທີມງານໂຄງການຂອງ ຫົວເຫວີຍ ໄດ້ເຮັດວຽກຢ່າງຈິງຈັງເພື່ອຕິດຕັ້ງອຸປະກອນ ແລະ ທົດສອບການໃຊ້ງານໃນແຕ່ລະສະຖານທີ່ທັງໝົດ.

ຍັງມີລາຍງານວ່າ: ຫົວເຫວີຍ ວາງແຜນທີ່ຈະໃຊ້ແພຼັດຟອມການເຮັດວຽກຮ່ວມກັນຂອງລະບົບກ້ອນເມກ ( ຄລາວ ) ເພື່ອຊ່ວຍໃຫ້ກະຊວງສາທາລະນະສຸກ ແລະ ກຸ່ມຜູ້ຊ່ຽວຊານທາງການແພດໂຮງໝໍ 150 ຕຽງ ແລະ ສະຖາບັນອື່ນໆ ເພື່ອແລກປ່ຽນຂໍ້ມູນການວິເຄາະ.

ຫົວເຫວີຍ ໃນການສະໜັບສະໜູນວຽກດ້ານການແພດສຸກເສີນໃນປະເທດຈີນ ຢ່າງເຂັ້ມແຂງ, ໃນຂະບວນການນີ້ ຫົວເຫວີຍ ໄດ້ກຳນົດກົນໄກການຮ່ວມມືກັບສະຖາບັນທາງການແພດ ແລະ ສຸຂະພາບໃນທ້ອງຖິ່ນ ແລະ ໄດ້ສະສົມປະສົບການ ທີ່ໄດ້ປະສົບຄວາມສຳເລັດໃນໄລຍະທີ່ຜ່ານມາ.

ປະທານ ບໍລິສັດ ຫົວເຫວີຍ ປະຈຳລາວ ທ່ານ ຫູ ເຫວີ່ຍຫົວ ກໍໄດ້ສະແດງຄວາມເຄົາລົບນັບຖື ແລະ ກ່າວວ່າ: “ ຈີນ ແລະ ລາວແມ່ນປະຊາກອນແຫ່ງໂຊກຊາຕາ ທັງສອງປະເທດແມ່ນມີມິດຕະພາບຮ່ວມກັນຢ່າງເລິກເຊິ່ງ ດ້ວຍການສະໜັບສະໜູນຂອງລັດຖະບານລາວ ເຮັດໃຫ້ ຫົວເຫວີຍ ດໍາເນີນວຽກງານປະສົບຜົນສຳເລັດຢ່າງຕໍ່ເນື່ອງຕະຫຼອດ 20 ປີ, ໃນເວລາອັນສຳຄັນໃນການປ້ອງກັນ ແລະ ຄວບຄຸມພະຍາດລະບາດ ຫົວເຫວີຍ ໄດ້ຮັບໜ້າທີ່ຮັບຜິດຊອບຕໍ່ສັງຄົມໃນທ້ອງຖິ່ນຢ່າງຈິງຈັງ ແລະ ສະໜັບສະໜູນການຕໍ່ສູ້ກັບພະຍາດລະບາດ. ນອກຈາກນີ້, ເຮົາຍັງໄດ້ເຮັດວຽກຮ່ວມກັບຜູ້ປະກອບການ ແລະ ພັນທະມິດເພື່ອສະໜັບສະໜູນສະຖາບັນການແພດແນວໜ້າ ແລະ ເຈົ້າໜ້າທີ່ທາງການແພດໃນການຕໍ່ສູ້ກັບພະຍາດລະບາດ ”.