ທະນາຄານກາງອາເມຣິກາອັດສີດເງິນປະຄອງເສດຖະກິດ

88

ທະນາຄານກາງອາເມຣິກາຫຼືເຟດແຈ້ງການວ່າ:ຄວາມຈໍາເປັນຂອງສະຖານະການໃນປັດຈຸບັນທີ່ການລະບາດຂອງໂຄວິດ-19ກໍາລັງສ້າງຄວາມເດືອດຮ້ອນໄປທົ່ວໂລກລວມທັງອາເມຣິກາ,ເຟດຈຶ່ງອອກນະໂຍບາຍກະຕຸ້ນເສດຖະກິດ.

ຄວາມເຄື່ອນໄຫວນີ້ຖືເປັນການດໍາເນີນການແຊກແຊງຕະຫຼາດຄັ້ງໃຫຍ່ທີ່ສຸດເທົ່າທີ່ເຄີຍດໍາເນີນການມາໂດຍຈຸດປະສົງຫຼັກຄືໃຫ້ການຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບ ແລະ ຈໍາກັດການລະບາດດັ່ງກ່າວ.

ເຟດພ້ອມທີ່ຈະນໍາທຸກເຄື່ອງມືທີ່ມີຢູ່ມາຊ່ວຍເຫຼືອພາກຄົວເຮືອນອາເມຣິິກາ,ພາກທຸລະກິດ ແລະ ເສດຖະກິດພາບລວມຂອງອາເມຣິກາທີ່ກໍາລັງປະເຊີນຜົນກະທົບຮ້າຍແຮງ.

ທັງນີ້ເພື່ອສະໜັບສະໜູນການຈ້າງວຽກ,ຮັກສາສະຖຽນລະພາບຂອງລາຄາ ແລະ ສະຖຽນລະພາບຂອງລະບົບການເງິນ,ເຟດຈຶ່ງຕັດສິນໃຈປະກາດໃຊ້ນະໂຍບາຍເຫຼົ່ານີ້.