ດ່ວນ! ສາທາຢືນຢັນ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1ກໍລະນີລວມເປັນ 3 ແລ້ວ

280

ຫຼັງຈາກທີ່ສາທາອອກມາຢືນຢັນວ່າ ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ໃນລາວ ຈໍານວນ 2ກໍລະນີ ໃນວັນທີ 24 ມີນາ 2020 ທີ່ຜ່ານມາ, ຫຼ້່າສຸດ ມື້ິນີ້ ກະຊວງສາທາລະນະສຸກຖະແຫຼງອີກຄັ້ງ ພົບຜູ້ຕິດເຊື້ອອີກ 1ກໍລະນີ ໂດຍຜູ້ກ່ຽວມີປະຫວັດຮ່ວມຮັບປະທານອາຫານກັບຜູ້ຕິດເຊື້ອທີ່ເປັນພະນັກງານຢູ່ໂຮງແຮມແຫ່ງໜຶ່ງຂອງລາວ ໃນນະຄອນຫຼວງວຽງຈັນ.

ວັນທີ 25 ມີນາ 2020 ກະຊວງສາທາະລະນະສຸກ ຈັດພິທີຖະແຫຼງຂ່າວ ກ່ຽວກັບການລະບາດຂອງພະຍາດໂຄວິດ-19, ເຊິ່ງ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກໄດ້ຢືນຢັນຢ່າງເປັນທາງການແລ້ວ ວ່າພົບຜູ້ຕິດເຊື້ອໂຄວິດ-19 ໃນລາວເພີ່ມອີກ 1ກໍລະນີ ນອກນີ້ຍັງມີຜູ້ໄດ້ໄດ້ສຳຜັດກັບຜູ້ຕິດເຊື້ອລວມແລ້ວ 100 ກວ່າຄົນທີ່ຕ້ອງໄດ້ກັກບໍລິເວນ ເພື່ອຕິດຕາມອາການນັບຈາກນີ້.