ຈີນ – ເຢຍລະມັນ ຊ່ວຍ ອິຕາລີ ຜ່ານວິກິດໂຄວິດ-19 ຫຼັງມີຜູ້ເສຍຊີວິດອີກ 743 ຄົນ ໃນມື້ດຽວ

106

ເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ພາກປະຊາຊົນອິຕາລີ ເພິ່ມອີກ 743 ຄົນ ພາຍໃນມື້ດຽວ ເພິ່ມສະຖິຕິສະສົມ ຢ່າງໜ້ອຍ 6.820 ຄົນ ຂະນະທີ່ ເຢຍລະມັນ ຮັບຜູ້ປ່ວຍກຸ່ມທຳອິດຈາກປະເທດອິຕາລີ ແລະ ຈີນນຳທີມບຸກຄະລາກອນດ້ານການແພດ ຊຸດທີ 3 ຊ່ວຍສົມທົບ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຣມ ປະເທດອິຕາລີ ເມື່ອວັນພຸດ ທີ 25 ມີນາ ວ່າກະຊວງສາທາລະນະສຸກອິຕາລີລາຍງານສະຖານະການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ນັບຕັ້ງແຕ່ກວດພົບຜູ້ປ່ວຍທຳອິດ ເມື່ອວັນທີ 31 ມັງກອນ ແລະ ເສຍຊີວິດຄົນທຳອິດ ເມື່ອວັນທີ 21 ກຸມພາ ຜ່ານມາ ວ່າ ມີຜູ້ເສຍຊີວິດສະສົມ ຢ່າງໜ້ອຍ 6.820 ຄົນ ເພິ່ມຂື້ນ 743 ຄົນ ພາຍໃນ 24 ຊົ່ວໂມງ ຜ່ານມາ. ຖືວ່າເປັນສະຖິຕິຜູ້ເສຍຊີວິດຕໍ່ມື້ສູງສຸດເປັນອັນດັບ 2 ແລະ ເພິ່ມຂຶ້ນໃນລະດັບສູງອີກຄັ້ງ ຈາກສະຖິຕິຜູ້ເສຍຊີວິດຕໍ່ມື້ ທີ່ໄດ້ຢືນຢັນເມື່ອວັນຈັນ ຜ່ານມາ ຄື 602 ຄົນ.

ຂະນະທີ່ ຜູ້ປ່ວຍສະສົມເພິ່ມຂຶ້ນອີກ 5.249 ຄົນ ໃນຮອບ 24 ຊົ່ວໂມງ ຜ່ານມາ ລວມແລ້ວຢ່າງໜ້ອຍ 69.176 ຄົນ. ສ່ວນຜູ້ທີ່ປິ່ນປົວເຊົາແລ້ວມີຢ່າງໜ້ອຍ 8.326 ຄົນ. ທ່ານອັງເຈໂລ ໂບເຣລລີ ຜູ້ອຳນວຍການອົງການປ້ອງກັນໄພພົນລະເຮືອນ ກ່າວວ່າ ມີຄວາມເປັນໄປໄດ້ທີ່ຈຳນວນຜູ້ຕິດເຊື້ອອາດຈະສູງກວ່ານີ້ ຫຼາຍເຖິງ 10 ເທົ່າ ເຊິ່ງຖ້າວິກິດການດັ່ງກ່າວເກີດຂຶ້ນແທ້ ໝາຍຄວາມວ່າ ຜູ້ປ່ວຍສະສົມຈາກໄວຣັສໂຄວິດ-19 ໃນປະເທດອິຕາລີ ອາດຈະສູງເຖິງ 700.000 ຄົນ ເນື່ອງຈາກຈົນເຖິງປັດຈຸບັນ ອິຕາລີ ກວດພະຍາດສະເພາະ “ຄົນທີ່ມີອາການຮ້າຍແຮງ” ເທົ່ານັ້ນ.

ສ່ວນມາດຕະການປິດເມືອງທີ່ນາຍົກລັດຖະມົນຕີຈູເຊບເປ ຄອນເຕ ບັງຄັບໃຊ້ຕັ້ງແຕ່ວັນທີ 25 ມີນາ ຜ່ານມາ ໃນກອງປະຊຸມຄະນະລັດຖະບານອິຕາລີ ໄດ້ຜ່ານມະຕິ ເມື່ອວັນອັງຄານ ຜ່ານມາ ໂດຍມອບອຳນາດໃຫ້ ທ່ານຄອນເຕ ສາມາດຂະຫຍາຍໄລຍະເວລາບັງຄັບໃຊ້ສະຖານະການສຸກເສີນ ແລະ ມາດຕະການການປິດເມືອງຈົນເຖິງວັນທີ 31 ເດືອນກໍລະກົດ ນີ້. ພ້ອມທັງກ່າວຢໍ້າອີກວ່າ ຕົນບໍ່ຕ້ອງການໃຊ້ຂໍ້ບັງຄັບດັ່ງກ່າວເປັນເວລາດົນຕາມທີ່ກຳນົດ ແລະ ເນັ້ນໜັກໃຫ້ທຸກພາກສ່ວນໃນປະເທດຕ້ອງຮ່ວມມືກັນເພື່ອໃຫ້ບ້ານເມືອງຜ່ານພົ້ນວິກິດຄັ້ງນີ້ໃຫ້ໄວທີ່ສຸດ.

ອີກດ້ານໜຶ່ງ ຖ້ຽວຍົນພິເສດທີ່ເຄື່ອນຍ້າຍຜູ້ປ່ວຍຈາກໄວຣັສໂຄວິດ-19 ຈາກປະເທດອິຕາລີ ກຸ່ມທຳອິດ ຈຳນວນ 6 ຄົນ ເດີນທາງເຖິງສະໜາມບິນ ໄລຊິກ / ຮັລເລີ ໃນພາກຕາເວັນອອກຂອງປະເທດເຢຍລະມັນ ເຊິ່ງເປັນປະເທດທຳອິດໃນເອີຣົບທີ່ໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ອິຕາລີ ທີ່ປະສົບກັບວິກິດການແຜ່ລະບາດຮ້າຍແຮງຄັ້ງນີ້. ນອກຈາກນີ້, ປະເທດຈີນ ໄດ້ທະຍອຍສົ່ງເຄື່ອງມືການແພດຫຼາຍຊະນິດໃຫ້ແກ່ອິຕາລີ ແລະ ບຸກຄະລາກອນດ້ານການແພດ ຊຸດທີ 3 ເດີນທາງໄປປະເທດອິຕາລີ ເມື່ອກາງອາທິດ ນີ້ດ້ວຍ.