ມິຕິໃໝ່ສ້າງບຸກຄະລາກອນລາວໃຫ້ມີຄວາມຮູ້ ສາມາດປະກອບອາຊີບກັບສາກົນໄດ້

155

ເພື່ອເປັນການຜັນຂະຫຍາຍການຮ່ວມມື ສະໜັບສະໜູນດ້ານວິຊາການ ແກ່ຄະນະສະຖາປັດຕະຍະກຳສາດ (ຄສປ) ມະຫາວິທະຍາໄລແຫ່ງຊາດ ດ້ານການອົບຮົມເພື່ອນໍາໃຊ້ເຄື່ອງມື-ອຸປະກອນສຳຫຼວດ Total Station, ICON, 3D scanner ແລະ ລະບົບ Software Captivate and Infinity ເຂົ້າໃນການສິດສອນພາກປະຕິບັດຕົວຈີງກ່ຽວກັບວຽກງານສຳຫຼວດ ແລະ ເກັບກຳຂໍ້ມູນພາກສະໜາມ ເພື່ອຄຸ້ມຄອງການກໍ່ສ້າງ, ອະນຸລັກສະຖາປັດຕະຍະກຳ ແລະ ຜັງເມືອງ.

ວັນທີ 25 ມີນາ 2020, ຄະນະສະຖາປັດຕະຍະກຳສາດ ມຊ ຈື່ງໄດ້ເຊັນບົດບັນທຶກຂໍ້ຕົກລົງຮ່ວມມື ກັບບໍລິສັດ ອິນດັດສ໌ເທັກ ຈຳກັດ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຮສ ບຸນຖະໄຫວ ແກ້ວປັນຍາ ຮັກສາການຄະນະບໍດີ ຄສປ, ທ່ານ ພອນສະຫວັນ ໄຊປັນຍາ ອຳນວຍການບໍລິສັດ ອິນດັດສ໌ເທັກ ຈຳກັດ.

ການຮ່ວມມືໃນຄັ້ງນີ້ ຈະຊ່ວຍສ້າງໃຫ້ນັກສຶກສາໃນ ຄສປ ໃຫ້ມີໂອກາດໃນການນໍາໃຊ້ອຸປະກອນທັນສະໄໝຂຶ້ນ ເພື່ອໃຫ້ນ້ອງນັກສຶກສາ ເມື່ອຈົບໄປສາມາດປະຕິບັດໃນການປະຕິບັດຕົວຈີງ ແລະ ສາມາດເຮັດວຽກກັບສາກົນໄດ້.